
ກອງບັນຊາການທະຫານແຂວງອວຍພອນພະນັກງານບໍານານ
ເວລາອອກຂ່າວ: 2020-05-06 15:57:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 337 | ຄວາມນິຍົມ:
ໃນວັນທີ 5 ພຶດສະພາ 2020 ນີ້ ກອງບັນຊາການທະຫານແຂວງຫຼວງນໍ້າທາ ເຊິ່ງນໍາໂດຍ ສະຫາຍ ພັນເອກ ຫຸມພັນ ແກ້ວວັງລາດ ຮອງເລຂາຄະນະພັກ ຫົວໜ້າການເມືອງ ພ້ອມດ້ວຍຄະນະ ໄດ້ນໍາເອົາກະຕ່າຂອງຂວັນ, ຄວາມຢື້ຢາມຖາມຂ່າວທີ່ເຕັມໄປດ້ວຍຄວາມສາມັກຄີຮັກແພງ ແລະ ຄໍາອວຍພອນອັນປະເສີດ ເຂົ້າອວຍພອນ ສະຫາຍ ທອງດີ ວິໄລເກດ ພ້ອມດ້ວຍຄອບຄົວ ພະນັກງານບໍານານ ບ້ານ ໄຊສົມບູນ ເມືອງ ແລະ ແຂວງຫຼວງນໍ້າທາ ເນື່ອງໃນໂອກາດປີໃຫມ່ລາວ ພສ 2563 ນີ້.
ການເຂົ້າອວຍພອນຂອງກອງບັນຊາການທະຫານແຂວງໃນຄັ້ງນີ້ ແມ່ນປະຕິບັດຕາມນະໂຍບາຍທີ່ມີຕໍ່ພະນັກງານບໍານານ ເປັນຕົ້ນແມ່ນອາດີດການນໍາຜູ້ທີ່ເຄີຍມີຜົນງານໃນການປົກປັກຮັກສາ ແລະ ສ້າງສາພັດທະນາ ກໍ່ຄືພະລະກິດໃນການຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ໂອກາດດັ່ງກ່າວ ສະຫາຍ ທອງດີ ວິໄລເກດ ພ້ອມດ້ວຍຄອບຄົວ ກໍ່ໄດ້ກ່າວສະແດງຄວາມຂອບອົກໃຈ ຕໍ່ກອງບັນຊາການທະຫານແຂວງ ທີ່ຍັງເປັນຫ່ວງເປັນໄຍ ແລະ ເຫັນໄດ້ບັນດາຜົນງານ, ຄຸນງາມຄວາມດີຂອງທ່ານ ທີ່ຍາມາໄດ້ໃນອາດີດຜ່ານມາ ພ້ອມທັງຮຽກຮ້ອງໃຫ້ ກອງບັນຊາການທະຫານແຂວງ ກໍ່ຄືຄະນະພັກ-ຄະນະບັນຊາ ຈົ່ງພ້ອມກັນຈັບມືກັນໃຫ້ແໜ້ນ ເປັນເຈົ້າການໃນການປົກປັກຮັກສາ ເຂດນໍ້າແດນດິນທີ່ແສນຮັກໄວ້ໃຫ້ໜັ້ນຄົງ ແລະ ພ້ອມກັນຜ່ານຜ່າອຸປະສັກນາໆປະການທີ່ຈະເກີດໃນພາຍພາກໜ້າ ເປັນຕົ້ນແມ່ນພ້ອມກັນຕ້ານ ແລະ ສະກັດກັ້ນພະຍາດອັກເສບປອດສາຍພັນໃໝ່ໂຄວິດ 19 ໃຫ້ໝົດສີ້ນໄປ.
ແສງທອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ