ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ລັດເຊຍຍົກເລີກການສະເຫລີມສະຫລອງວັນໄຊຊະນະຟາດຊິດ ຄົບຮອບ 75 ປີ ຍ້ອນພະຍາດໂຄວິດ-19ລະບາດ
ເວລາອອກຂ່າວ: 2020-05-06 11:59:52 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 9284 | ຄວາມນິຍົມ:



ແຜນການສະເຫລີມສະຫລອງວັນໄຊະນະຟາດຊິດຄົບຮອບ 75ປີ(9/5/1945-9/5/2020)ຂອງລັດເຊຍປີນີ້ ໄດ້ຖືກຍົກເລີກຍ້ອນມີຜົນກະທົບຈາກການແຜ່ລະບາດພະຍາດໂຄວິດ-19 ທີ່ພວມຮຸນແຮງທີ່ສຸດ, ເຊິ່ງໄດ້ຖຶກປະກາດຍົກເລີກໂດຍ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ສ.ລັດເຊຍ ໃນໂອກາດການດຳເນີນກອງປະຊຸມທາງໄກ ສະພາຄວາມໝັ້ນຄົງລັດເຊຍ, ແຕ່ຢ່າງໃດກໍຕາມ ທ່ານ ປູຕິນ ໄດ້ຊີ້ນຳໃຫ້ທ່ານ ພົນເອກ ແຊກເກ ໂຊຍກູ ລັດຖະມົນຕີກະຊວງປ້ອງກັນປະເທດ ຊີ້ນຳບັນດາອົງການ ກົມກອງ ແລະ ພາກສ່ວນຕ່າງໆທີ່ມີສ່ວນຮັບຜິດຊອບ ຢຸດຕິການກະກຽມການສະເຫລີມສະຫລອງທີ່ຄາດກັນວ່າຈະຈັດຂຶ້ນທີ່ສະໜາມແດງ ນະຄອນຫລວງມົດສະກູ,ນັບທັງການຈັດຕັ້ງສະຫລອງຢູ່ຂົງເຂດ ແລະ ທ້ອງຖິ່ນຕ່າງໆທີ່ຈະມີການໂຮມຊຸມນຸມວັນສຳຄັນນີ້ຂອງປະຊາຊົນລັດເຊຍມາຮ່ວມແຕ່ລະບ່ອນເປັນຈຳນວນຢ່າງຫລວງຫລາຍດັ່ງເຄີຍໄດ້ປະຕິບັດຜ່ານມາ. ໃນປາງສົງຄາມໂລກຄັ້ງທີ2ເກີດຂຶ້ນແຜ່ລາມໄປກວມເອົາ 60 ກວ່າປະເທດທົ່ວໂລກເຂົ້າຮ່ວມ, ໃນນັ້ນ ອະດີດ ສະຫະພາບໂຊວຽດ ໄດ້ຮັບຜົນກະທົບແລະເສຍຫາຍໜັກໜ່ວງກວ່າໝູ່ ບໍ່ວ່າທາງດ້ານຊີວິດ ແລະ ຊັບສິນ. 1/3 ຂອງປະຊາຊົນໂຊວຽດ ຕ້ອງຢູ່ໃຕ້ການຢຶດຄອງ ແລະຖຶກເຂັ່ນຂ້າທາລຸນຈາກທະຫານຟາດຊິດເຍຍລະມັນ ແລະ ພັນທະມິດພວກເຂົາໃນເອີຣົບ. ປະຊາຊົນໂຊວຽດ ຈຳນວນ 27ລ້ານຄົນໄດ້ຖຶກເຂັ່ນຂ້າລົ້ມຕາຍໃນສົງຄາມປ້ອງກັນປິຕຸພູມ ແລະສົງຄາມໂລກຄັ້ງທີ 2 ແຕ່ໃນທີ່ສຸດກໍ່ຍາດໄດ້ໄຊຊະນະເໜືອຟາດຊິດໂຕຮ້າຍກາດ. ຍ້ອນແນວນັ້ນ ວັນໄຊຊະນະ9/5 ຈຶ່ງກາຍເປັນວັນປະຫວັດສາດທີ່ສະຫງ່າລາສີທີ່ສຸດຂອງຊາວໂຊວຽດໃນເມື່ອກ່ອນ ກໍ່ຄື ຂອງປະຊາຊົນລັດເຊຍໃນປັດຈຸບັນ ແລະ ຂອງຄົນລັດເຊຍລຸ້ນຕໍ່ໆໄປ. ເພື່ອເປັນການລຳລຶກເຖິງວິລະກຳອັນເກັ່ງກ້າສາມາດ,ການສູ້ຮົບພິລາດອາດຫານຂອງປະຊາຊົນແລະກອງທັບແດງແຫ່ງສະຫະພາບໂຊວຽດ ໃນປາງສົງຄາມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ