ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 09 ກໍລະກົດ 2025

  

ຈັດສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ກັບຄືນປະເທດ
ເວລາອອກຂ່າວ: 2020-05-06 10:52:30 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 239838593 | ຄວາມນິຍົມ:



ໃນຕອນເຊົ້າຂອງວັນທີ 5 ພຶດສະພາ 2020 ນີ້້ຢູ່ທີ່ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ຈັດສົ່ງອັດທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ກັບຄືນປະເທດ ຈຳນວນ 02 ອັດຖິໂດຍມີສະຫາຍ ພົນຈັດຕະວາ ສີພອນ ຈັນສົມວົງ ຄະນະປະຈໍາພັກນະຄອນຫຼວງວຽງຈັນ ເລຂາຄະນະພັກກອງບັນຊາການ ຫົວໜ້າການເມືອງ ທະຫານນະຄອນຫຼວງວຽງຈັນ. ສະຫາຍ ພັນໂທ ຫງວຽນ ເມົານາມ ຫົວໜ້າຄະນະປະຕິບັດງານພິເສດຂຸດຄົ້ນອັດຖິ ກອງບັນຊາການທະຫານແຂວງຮ່າຕີ໋ງ ມີຄະນະປະຕິບັດງານພິເສດທັງສອງຝ່າຍ ບັນດາສະຫາຍໃນຄະນະພັກທະຫານນະຄອນຫຼວງວຽງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ການປະກອບພິທີດັ່ງກ່າວກໍ່ໄດ້ມີການເຂົ້າວາງພວງມາລາໃນນັ້ນມີ ຄະນະພັກກອງບັນຊາການທະຫານນະຄອນຫຼວງວຽງຈັນ,ຄະນະຫ້ອງການເມືອງ,ຄະນະຫ້ອງເສນາທິການ,ຄະນະຫ້ອງພະລາທິການ ແລະ ຄະນະຫ້ອງເຕັກນິກເພື່ອໄຫວອາໄລ ສະແດງເຖິງຄວາມຮູ້ບຸນຄຸນຕໍ່ຜົນງານ ຄຸນງາມຄວາມດີຂອງ ພະນັກງານ-ນັກຮົບທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ໃນການຕໍ່ສູ້ກູ້ຊາດໃນພາລະກິດອັນສູງສົ່ງ ເພື່ອຄວາມພູນສຸກຄວາມເປັນເອກະລາດ ຂອງປະຊາຊົນລາວບັນດາເຜົ່າ ໃນການປະຕິບັດໜ້າທີ່ສາກົນຂອງບັນດາສະຫາຍນັກຮົບວິລະຊົນຢ່າງອົງອາດກ້າຫານ ຕໍ່ສູ້ບໍ່ຍອມຈຳນົນ ຈົນໄດ້ຮັບໄຊຊະນະມາໄດ້ເຖິງປະຈຸບັນ. ໂດຍປະຕິບັດຕາມສັນຍາຂອງສອງລັດຖະບານ ແລະ ບົດບັນທຶກຊ່ວຍຈຳລະຫວ່າງສອງຄະນະປະຕິບັດງານພິເສດລາວ-ຫວຽດນາມໃນການຊອກຂຸດຄົ້ນອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ເວົ້ລວມ-ເວົ້າສະເພາະກໍ່ຄືຢູ່ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ມີການຮ່ວມມືກັນແຕ່ປີ 2000 ຈົນເຖິງປະຈຸບັນສະເພາະປີ 2020 ນີ້ສາມາດຂຸດຄົ້ນໄດ້ 2 ອັດຖິ ໂອກາດດຽວກັນນີ້ ກອງບັນຊາການທະຫານນະຄອນຫຼວງວຽງຈັນກໍ່ໄດ້ຈັດພິທີ ຈັດສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ກັບຄືນປະເທດຢ່າງສົມກຽດ. ໂດຍ: ຮທ ສຸລິຍາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ