ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ວພກ ຈັດພິທີປະກາດການຈັດຕັ້ງ
ເວລາອອກຂ່າວ: 2020-04-07 15:14:08 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 32 | ຄວາມນິຍົມ:



ມາໃນທ້າຍເດືອນ ມີນາ 2020 ທີ່ຜ່ານມາ, ວິທະຍາຄານພະລາທິການກອງທັບ ໄດ້ຈັດຕັ້ງພິທີ ປະກາດການຈັດຕັ້ງຄະນະຫ້ອງເຕັກນິກຜູ້ໃໝ່ຂຶ້ນ, ໂດຍການເປັນປະທານຂອງສະຫາຍພັນເອກ ບຸນກ້ຽງ ວົງສາລາດ ເລຂາຄະນະພັກ ຫົວໜ້າການເມືອງວິທະຍາ ຄານ ມີບັນດາສະຫາຍຄະນະພັກ-ຄະນະບັນຊາ 6 ຫ້ອງ 2 ກອງພັນຕະຫຼອດຮອດຜູ້ທີ່ຖືກແຕ່ງຕັ້ງເຂົ້າ ຮ່ວມ. ສະຫາຍພັນໂທ ເກດແກ້ວ ສີລາເພັດ ຫົວໜ້າພະແນກພະນັກງານວິທະຍາຄານ ກໍ່ໄດ້ຂຶ້ນຜ່ານ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນປະເທດ ໂດຍອີງຕາມກົດໝາຍນາຍທະຫານຂອງກອງທັບປະຊາຊົນລາວ (ສະບັບປັບປຸງ) ວ່າດ້ວຍການແຕ່ງຕັ້ງຍົກຍ້າຍນາຍທະຫານ, ອີງຕາມທິດທາງກ່ຽວກັບ ການປັບປຸງບູລະນະການຈັດຕັ້ງຂັ້ນນໍາພາ-ບັນຊາໃນກໍາລັງປະກອບອາວຸດໃຫ້ເຂັ້ມແຂງ, ໜັກແໜ້ນໃນ ຮອບດ້ານ ເພື່ອເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ, ໂດຍໄດ້ແຕ່ງຕັ້ງສະ ຫາຍພັນໂທ ອຳພອນ ຄູນຄຳ ຫົວໜ້າພະແນກຍຸດໂທ ຫ້ອງເຕັກນິກ ຂຶ້ນເປັນຮອງຫົວໜ້າຫ້ອງເຕັກນິກ ວິທະຍາຄານພະລາທິການກອງທັບ. ບົດ: ຈິນດາ ແກ້ວວົງກົດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ