ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງຮຽນວຽງໄຊເອົາໃຈໃສ່ເພີ່ມທະວີ ການສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງພະຍາດ ໂຄວິດ-19.
ເວລາອອກຂ່າວ: 2020-04-07 15:09:44 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 32 | ຄວາມນິຍົມ:



ໃນຕົ້ນເດືອນເມສານີ້, ອໍານວຍການໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ໄດ້ມີຄໍາສັ່ງເພີ່ມທະວີເຂັ້ມງວດ ໂຈະການຮຽນ-ການສອນ ແລະ ຫັດແອບ, ໃຫ້ພະນັກງານຄູ-ອາຈານພັກວຽກ ບໍ່ໄດ້ມາການ ໃຫ້ພັກຢູ່ເຮືອນ, ນັກຮຽນໃຫ້ພັກຜ່ອນຢູ່ພາຍໃນກົມກອງ ແລະ ຈັດ ຕັ້ງກໍາລັງປຸງແຕ່ງກີນເອງ ບໍ່ອະນຸຍາດໃຫ້ອອກນອກຄ້າຍເດັດຂາດ, ກໍາລັງປ້ອງກັນທີ່ຕັ້ງ ຈັດຕັ້ງປະຕິບັດຫນ້າທີ່ໃຫ້ເຂັ້ມງວດ ຕ້ອງປະຕິບັດລະບຽບຂອງຄະນະຄວບຄຸມ ແລະ ສະກັດກັ້ນ ຂັ້ນ ໂຮງຮຽນ ຢ່າງເຄັ່ງຄັດ. ພະນັກງານໂສດ ຄອບຄົວຢູ່ໄກໃຫ້ພັກຜ່ອນຢູ່ໃນກົມກອງ, ຫ້າມບຸກຄົນພາຍນອກເຂົ້າມາບໍລິເວນຄ້າຍ ໂຮງຮຽນ ຢ່າງເດັດຂາດ, ຖ້າບຸກຄົນໃດຝ່າຝືນຈະບໍ່ໃຫ້ເຂົ້າມາຄ້າຍຈະຖືກກັກບໍລິເວນຢູ່ສູນ ໂຮງຫມໍ 102 ເປັນເວລາ 14 ວັນ, ທາງພະແນກເສນາຮັກໂຮງຮຽນໄດ້ເອົາໃຈໃສ່ ເຂັ້ມງວດນໍາທີມແພດ ລົງກວດກາ ແລະໃຫ້ຄວາມຮູ້ ກ່ຽວກັບພະຍາດໂຄວິດ 19 ເປັນຕົ້ນ ການໃສ່ ຜ້າອັດປາກ - ດັງ,ການລ້າງມືທີ່ຖືກວິທີ, ວັດແທກອຸນຫະພູມຮ່າງກາຍໃຫ້ພະນັກງານ,ນັກຮຽນໃນ ແຕ່ລະວັນໃຫ້ເປັນປົກະຕິ ແລະ ຊິດຢາຂ້າເຊື້ອຕາມ ຫ້ອງການ,ເຮືອນນອນນັກຮຽນ ແລະ ສະຖານທີ່ຕ່າງໆ ທີ່ມີຄວາມສ່ຽງ ໃນການຈັດຕັ້ງປະຕິບັດນີ້ແມ່ນເລີ່ມແຕ່ວັນທີ 1 - 19 /4/2020 ເປັນຕົ້ນມາ ຈົນກ່ວາຈະມີຄໍາສັ່ງເພີ່ມເຕີມຈາກຂັ້ນເທີງ. ຂ່າວ : ຄໍາແປງ ຟອງສາຍໄຫມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ