ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ວປກ ສຳເລັດການເກັບກ່ຽວຜົນຜະລິດເຂົ້ານາປີ
ເວລາອອກຂ່າວ: 2018-12-05 10:34:43 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 36 | ຄວາມນິຍົມ:



v ຕາມການລາຍງານຂອງ ພະແນກຜະລິດ ກົມພະລາເຕັກ ນິກ ວປກ ໃຫ້ຮູ້ວ່າ: ໃນລະ ຫວ່າງກາງເດືອນ ພະຈິກ 2018 ນີ້ ການເກັບກ່ຽວຜົນຜະລິດ ເຂົ້ານາປີ ປະຈຳສົກປີ 2018- 2019 ຂອງວິທະຍາຄານປ້ອງ ກັນຊາດ ໄກສອນ ພົມວິຫານ ມາຮອດປັດຈຸບັນນີ້ແມ່ນສຳເລັດ ຕາມຄາດໝາຍທີ່ໄດ້ວາງໄວ້. ສາມາດສະຫຼຸບຜົນເກັບກ່ຽວ ໄດ້ທັງໝົດ: 58 ເປົາເຂົ້າເປືອກ, ເປົາລະ: 85 ກີໂລ, ເທົ່າກັບ: 4.930 ກີໂລ, ຂອງເນື້ອທີ່ນາ ທີ່ໄດ້ທຳການຜະລິດຕົວຈິງ: 11 ໄລ່. ຜົນຜະລິດດັ່ງກ່າວ ແມ່ນໄດ້ຈຳໜ່າຍໃຫ້ພະນັກງານ ແລະ ເຮືອນຄົວລວມພາຍໃນ ໂຮງຮຽນໃນລາຄາກີໂລລະ: 7.000 ກີບ, ໝື່ນໜື່ງ: 80.000 ກີບ. ພະແນກດັ່ງກ່າວຍັງໃຫ້ຮູ້ ອີກວ່າ ຫຼັງຈາກທີ່ສຳເລັດການ ເກັບກ່ຽວຜົນຜະລີດເຂົ້ານາປີ ໃນຄັ້ງນີ້ແລ້ວ. ແມ່ນຈະເລີ່ມ ວາງແຜນຄົ້ນຄວ້າສືບຕໍ່ສຸມໃສ່ ການຜະລິດປະຈຳລະດູແລ້ງ ຂອງສົກປີ 2018-2019 ນີ້ ອີກດ້ວຍ. ຂ່າວໃຫ້ຮູ້ຕື່ມອີກວ່າ: ໃນ ວັນທີ 27 ພະຈິກ 2018 ນີ້.ອົງ ການຈັດຕັ້ງຊາວໜຸ່ມແມ່ຍິງກົມ ການເມືອງວິທະຍາຄານປ້ອງ ກັນຊາດ ໄກສອນ ພົມວິຫານ. ເຊິ່ງນຳໂດຍ ຮ້ອຍເອກ ອີນທີ ໄຊຍະລາດ ຮອງຫົວໜ້າພະແນກ ຊາວ ໜຸ່ມ ວປກ, ຮ້ອຍເອກ ນາງ ວິິໄລລັກ ກາຖາຍະລາດ ພ້ອມ ດ້ວຍຄະນະໄດ້ນຳເອົາເຄື່ອງດື່ມ ຈຳນວນໜຶ່ງໄປມອບໃຫ້ແກ່ກ້ອນສວນສະໜາມກອງທັບລາວອິດ ສະຫຼະ. ເຊິ່ງເຄື່ອງດັ່ງກ່າວແມ່ນ ຫົວໜ້າກ້ອນສວນສະໜາມເປັບ ຜູ້ກ່າວຮັບ. ສຳລັບເຄື່ອງທີ່ນຳມາມອບ ໃນຄັ້ງນີ້ປະກອບມີ: ນ້ຳຫວານ ຈຳນວນ: 3 ແພັກ, ນ້ຳໝາກ ພ້າວ, ນ້ຳລີນຈີ່ ແລະ ຂະໜົມ ອົບຈຳນວນໜຶ່ງ ລວມມູນຄ່າ: 700.000 ກີບ, ການອຸປະຖຳ ໃນຄັ້ງນີ້ກໍເພື່ອເປັນການກະຕຸກ ຊຸກຍູ້ນໍ້າໃຈໃນການເຂົ້າຮ່ວມ ການສະເຫຼີມສະຫຼອງວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ທີ່ຈະມາເຖິງ ຂອງພະນັກງານ, ຄູ-ອາຈານ, ຕະຫຼອດຮອດນັກສຶກສາທຸກໆ ສະຫາຍທີ່ໄດ້ເຂົ້າຮ່ວມກ້ອນ ສວນສະໜາມໃນຄັ້ງນີ້. ທັງນີ້ຍັງ ເປັນການສ້າງຂະບວນການ, ສ້າງຜົນງານຂ່ຳນັບຮັບຕ້ອນບັນ ດາວັນປະຫວັດສາດສຳຄັນ ຕ່າງໆຂອງຊາດຂອງພັກນຳອີກ. ໂດຍ: ດາວວິນ ໂສພາພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ