ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສະຫາຍ ພົນຈັດຕະວາ ບຸນຈັນ ລາດສະວົງ ຕ້ອນຮັບ ຄະນະຜູ້ແທນວິທະຍາຄານເສນາທິການແຫ່ງ ສ ຣັດເຊຍ
ເວລາອອກຂ່າວ: 2020-03-02 14:56:14 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 28 | ຄວາມນິຍົມ:



ສະຫາຍ ພົນຈັດຕະວາ ບຸນ ຈັນ ລາດສະວົງ ຫົວໜ້າການ ທະຫານວິທະຍາຄານກົມມະ ດໍາ, ພ້ອມດ້ວຍຄະນະໄດ້ຕ້ອນ ຮັບການມາຢ້ຽມຢາມຂອງຄະ ນະຜູ້ແທນ ວິທະຍາຄານເສນາ ທິການກໍາລັງປະກອບອາວຸດ ແຫ່ງ ສ ຣັດເຊຍ ເຊິ່ງນໍາໂດຍ ສະຫາຍ ພົນໂທ ຊາຣຸດນີສະກີ ວະລາດີມິຣ໌ ໂບຮີໂຊວິດຈ໌ ຫົວ ໜ້າວິທະຍາຄານເສນາທິການກໍາລັງປະກອບອາວຸດ ແຫ່ງ ສ ຣັດ ເຊຍ ໃນໂອກາດທີ່ເດີນທາງມາ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງທີ 25-28 ກຸມພາ ນີ້. ການຢ້ຽມຢາມດັ່ງກ່າວມີຂຶ້ນ ໃນວັນທີ 27 ກຸມພານີ້, ຢູ່ທີ່ວິ ທະຍາຄານກົມມະດໍາ ໂອກາດ ນີ້ ສະຫາຍ ພົນຈັດຕະວາ ບຸນ ຈັນ ລາດສະວົງ ໄດ້ກ່າວສະ ແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ຫົວໜ້າວິທະຍາ ຄານເສນາທິການກຳລັງປະ ກອບອາວຸດ ແຫ່ງ ສ ຣັດເຊຍ ພ້ອມດ້ວຍຄະນະ, ທີ່ໄດ້ມາຢ້ຽມ ຢາມວິທະຍາຄານກົມມະດຳໃນ ຄັ້ງນີ້, ເຊິ່ງເປັນການເສີມສ້າງ ສາຍພົວພັນມິດຕະພາບ, ເປັນ ການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໂດຍສະເພາະແມ່ນ ການພັດທະນາເສດຖະກິດ- ສັງຄົມຢູ່ໃນຂົງເຂດວຽກງານ ການສຶກສາ, ວຽກງານດ້ານ ມະນຸດສະທໍາ, ເຊິ່ງຜ່ານມາກໍ ໄດ້ຮັບຊ່ວຍເຫຼືອ, ການສະໜັບ ສະໜູນກ່ຽວກັບວຽກງານປ້ອງ ຊາດ, ວຽກງານຕ້ານໄພພິບັດ ທາງທຳມະຊາດ, ການເກັບກູ້ ລະເບີດທີ່ຍັງບໍ່ທັນແຕກ ແລະ ວຽກງານອື່ນໆ, ເຊິ່ງເປັນການ ປະກອບສ່ວນອັນສໍາຄັນເຂົ້າ ໃນການເສີມສ້າງສາຍພົວພັນ ມິດຕະພາບຫວ່າງສອງປະເທດ ລາວ-ຣັດເຊຍ ໃຫ້ນັບມື້ຂະຫຍາຍ ຕົວຍິ່ງໆຂຶ້ນ. ພ້ອມນີ້ ສະຫາຍ ພົນຈັດຕະວາ ບຸນຈັນ ລາດສະ ວົງ ໄດ້ລາຍງານສະພາບການ ແລະ ການປະຕິບັດໜ້າທີ່ການ ເມືອງໃນການກໍ່ສ້າງນາຍທະ ຫານຢູ່ວິທະຍາຄານໃຫ້ຄະນະຜູ້ ແທນວິທະຍາຄານເສນາທິການ ກໍາລັງປະກອບອາວຸດ ແຫ່ງ ສ ຣັດ ເຊຍ ໄດ້ຊາບ. ໂອກາດນີ້, ສະຫາຍ ພົນໂທ ຊາຣຸດນີສະກີ ວະລາດີມິຣ໌ ໂບ ຮີໂຊວິດຈ໌ ກໍໄດ້ກ່າວສະແດງ ຄວາມດີໃຈ, ຂອບໃຈຕໍ່ສະຫາຍ ຫົວໜ້າການທະຫານວິທະຍາ ຄານກົມມະດໍາ ພ້ອມດ້ວຍຄະ ນະທີ່ໄດ້ໃຫ້ການຕ້ອນຮັບອັນ ອົບອຸ່ນ ແລະ ຫວັງວ່າການມາ ຢ້ຽມຢາມໃນຄັ້ງນີ້ ຈະເປັນການ ເສີມສ້າງສາຍພົວພັນມິດຕະ ພາບທີ່ດີ, ເປັນການປຶກສາຫາ ລື, ແລກປ່ຽນຖອດຖອນບົດຮຽນ ທີ່ດີເຊິ່ງ ແລະ ກັນ, ເປັນການຮ່ວມ ມືທີ່ດີລະຫວ່າງສອງປະເທດ ຣັດເຊຍ-ລາວ, ເຊິ່ງຍາມໃດ ສອງປະເທດ ຣັດເຊຍ-ລາວ ກໍ ໄດ້ມີການຮ່ວມມື ແລະ ຊ່ວຍ ເຫຼືອເຊິ່ງກັນ ແລະ ກັນຕະຫຼອດມາ ອັນເປັນການຮັດແໜ້ນຄວາມ ສາມັກຄີນັບມື້ແໜ້ນແຟ້ນຍິ່ງໆ ຂຶ້ນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ