ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ນຳໃຊ້ 3 ບາດຄ້ອນຍຸດທະສາດ ເພື່ອຍຶດອຳນາດການປົກຄອງມາມືປະຊາຊົນ
ເວລາອອກຂ່າວ: 2018-12-04 09:35:07 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 197 | ຄວາມນິຍົມ:



ທ້າຍເດືອນ 6 ປີ 1975, ດ້ວຍ 3 ບາດຄ້ອນຍຸດທະສາດ ສົມທົບໄດ້ຮັບກັບທິດໂຈມຕີທາງ ດ້ານກົດໝາຍ, ປະຊາຊົນລາວ ບັນດາເຜົ່າໄດ້ຢຶດອຳນາດການ ປົກຄອງຢູ່ 13 ແຂວງ ແລະ 4 ຕົວເມືອງ, ໃນນັ້ນມີ 6 ແຂວງ ໂດຍແມ່ນປະຊາຊົນເປັນເຈົ້າ ຢ່າງສົມບູນ, ຈຳນວນແຂວງທີ່ ຍັງເຫຼືອກ່ຽວກັບຮູບແບບແມ່ນ ເປັນລັດຖະບານປະສົມແຕ່ໂດຍ ແມ່ນຝ່າຍປະເທດລາວນຳພາ. ຢູ່ ຂັ້ນເມືອງ, ໂດຍພື້ນຖານແມ່ນຈັດ ຕັ້ງອຳນາດການປົກຄອງໃໝ່ໄດ້ ສຳເລັດ. ກຳລັງລູກແຫຼ້ງຕີນມື ຂອງ ອາເມຣິກາ ລວມມີ 30.000 ຄົນຖືກອຳນາດການ ປົກຄອງປະຕິວັດເຮັດໃຫ້ເຊື່ອມ ສະມັດທະພາບ, ຕື່ນຕົວລາອອກ ແລະ ແຍກຕົວອອກຈາກອຳນາດ ການປົກຄອງຫຸ່ນ, ໃນເວລາທີ່ ການປະຕິວັດລາວຍາດໄດ້ໄຊຊະ ນະອັນສຳຄັນນັ້ນ, ບັນດາກົມກອງ ທະຫານອາສາສະໝັກຫວຽດ ນາມ ສົມທົບກັບກຳລັງປະກອບ ອາວຸດປະຕິວັດລາວຄອບຄອງ ບັນດາຈຸດທີ່ສຳຄັນຢູ່ເຂດສູນກາງ ຄືກອງພັນໃຫຍ່ 82 ຢູ່ຫຼວງພະ ບາງ, ກອງພົນ 31 ຢູ່ທົ່ງໄຫຫີນ- ຊຽງຂວາງ, ກອງພັນໃຫຍ່ 176 ຢູ່ຄຳມ່ວນ, ກອງບັນຊາການ 559 ຢູ່ເຂດເຊື່ອມຕໍ່ພາກກາງ- ພາກໃຕ້ຂອງລາວ ແນໃສ່ຊ່ວຍ ເຫຼືອກຳລັງປະກອບອາວຸດພວກ ເຮົາ. ກອງຊ່ຽວຊານ 959, ກອງ ພົນ 31 ທະຫານອາສາສະໝັກ, ກອງ 559... ຍາມໃດກໍຄຽງບ່າ ຄຽງໄຫຼ່ກັບບັນດາກຳລັງປະ ກອບອາວຸດ ກອງທັບປົດປ່ອຍປະ ຊາຊົນລາວ ພ້ອມກັນສົມທົບແກ້ ໄຂຂໍ້ຫຍຸ້ງຍາກ, ໃນການຜັນຂະ ຫຍາຍໜ້າທີ່ສ້າງທ່າໜີບຮັດຢູ່ ແຕ່ລະທິດຈັດຕັ້ງປຸກລະດົມຢຶດ ອຳນາດ, ໂຄສະນາເຮັດໃຫ້ຖັນ ແຖວສັດຕູມີຄວາມແຕກແຍກ, ຮີບດ່ວນບຳລຸງພະນັກງານເຮັດ ໜ້າທີ່ຄວບຄຸມ, ປົກຄອງຢູ່ບັນດາ ຕົວເມືອງ ແລະ ທ້ອງຖິ່ນທີ່ຫາກໍ ຢຶດອຳນາດໄດ້, ເຮັດໃຫ້ຊີວິດ ການເປັນຢູ່ຂອງປະຊາຊົນໝັ້ນ ຄົງກວ່າເກົ່າ. ຕົ້ນເດືອນ 7 ປີ 1975, ຕໍ່ໜ້າ ສະພາບການຜັນແປໄປຢ່າງໄວ ວາ, ກົມການເມືອງສູນກາງພັກ ປະຊາຊົນປະຕິວັດລາວ ແລະ ກົມ ການເມືອງສູນກາງພັກແຮງງານ ຫວຽດນາມໄດ້ພົບປະເຈລະຈາ ຢູ່ຕົວເມືອງໄຊງ່ອນ ທີ່ຫາກໍປົດ ປ່ອຍ. ພາຍຫຼັກຕີລາຄາສະພາບ ການຂອງແຕ່ລະປະເທດ, ສອງ ຝ່າຍເຫັນດີເປັນເອກະພາບຕົກ ລົງ, ກຳເອົາເງື່ອນໄຂທີ່ສະດວກ ທີ່ສຸດຂອງການປະຕິວັດລາວ ເພື່ອຮີບດ່ວນແກ້ໄຂບາດກ້າວສຸດ ທ້າຍ ດ້ວຍການປຸກລະດົມສິດປະ ຊາທິປະໄຕ ລົບລ້າງລະບອບລາ ຊາທິປະໄຕ, ສ້າງຕັ້ງປະເທດ ສາ ທາລະນະລັດ ປະຊາທິປະໄຕ ປະ ຊາຊົນໄວເທົ່າໃດກໍຍິ່ງດີ, ເຮັດ ສຳເລັດການປະຕິວັດຊາດ ປະຊາ ທິປະໄຕປີ 1975. ການຕັດສິນໃຈປະຕິບັດຍຸດ ທະສາດຂອງພັກປະຊາຊົນບັນ ດາເຜົ່າ ແລະ ກຳລັງປະກອບອາ ວຸດປະຕິວັດລາວ, ຍູ້ແຮງສົມທົບ ກັບສາມບາດຄ້ອນຍຸດທະສາດ ນຳການປະຕິວັດລາວກ້າວຂຶ້ນ ຍາດເອົາໄຊຊະນະອັນສະຫງ່າ ງາມ. ປະເທດຊາດໄດ້ຮັບການປົດ ປ່ອຍ, ແຕ່ວ່າວຽກງານກໍ່ສ້າງປັບ ປຸງອຳນາດການປົກຄອງປະຕິ ວັດຢູ່ບັນດາແຂວງ, ຕົວເມືອງ ແລະ ຢູ່ສູນກາງຍັງມີຄວາມສັບ ສົນຫຼາຍ. ທະຫານສັດຕູແຕກທັບ ແລະ ພວກປະຕິການທ້ອງຖິ່ນຍັງ ລັບໆລີ້ໆເຄື່ອນໄຫວທຳລາຍ ມ້າງເພຢູ່ຫຼາຍເຂດ, ໃນເວລາ ດຽວກັນນັ້ນກຳລັງການເມືອງ ຂອງພວກເຮົາຍັງບໍ່ທັນຫຼາຍ ແລະ ພັດອ່ອນນ້ອຍບໍ່ທັນຕອບ ສະໜອງໄດ້ຄວາມຕ້ອງການ ຂອງສະພາບການ, ສູນກາງພັກ ແລະ ກອງບັນຊາການສູງສຸດ ພ້ອມກັບບັນດາກອງຊ່ຽວຊານ, ທະຫານອາສາສະໝັກຫວຽດ ນາມຈັດຕັ້ງກອງປະຊຸມເປັນ ຮ້ອຍໆຄັ້ງຢູ່ບັນດາທ້ອງຖິ່ນໃນ ທົ່ວປະເທດເພື່ອໂຄສະນາປະຊາ ຊົນ ແລະ ກຳລັງປະກອບອາວຸດ ກ່ຽວກັບໄຊຊະນະຂອງສົງຄາມ ຕ້ານອາເມຣິກາ ແລະ ລູກແຫຼ້ງ ຕີນມື, ຍົກສູງຄວາມເຊື່ອໝັ້ນ ຂອງການປະຕິວັດລາວສືບຕໍ່ປະ ຕິບັດໜ້າທີ່ປະຕິວັດໃນໄລຍະໃໝ່. ວຽກງານກໍ່ສ້າງອຳນາດການ ປົກຄອງມີຄວາມຫຍຸ້ງຍາກສັບ ສົນ, ສະເພາະຢູ່ບັນດາຕົວເມືອງ, ເທດສະບານ, ເຂດຊົນນະບົດ, ເຂດພູດອຍຫ່າງໄກຊອກຫຼີກ. ກຳ ລັງປະກອບອາວຸດປະຕິວັດລາວ ແລະ ບັນດາກອງຊ່ຽວຊານການ ທະຫານຫວຽດນາມ ໄດ້ສ້າງຕັ້ງ ຫຼາຍໝວດເຮັດວຽກງານຢູ່ບັນ ດາເຂດຈຸດສຸມສຳຄັນເພື່ອປຸກລະ ດົມຂົນຂວາຍປະຊາຊົນ, ກອງ 959 ເປີດຫ້ອງບຳລຸງໃຫ້ແກ່ພະ ນັກງານແຕ່ລະຂະແໜງການ ຫຼາຍກວ່າ 400 ຄົນ ຂຶ້ນກັບ ແຂວງຊຽງຂວາງ ເພື່ອເພີ່ມເຕີມ ພະນັກງານໃຫ້ແກ່ອົງການ ແລະ ແນວໂຮມແຕ່ລະຂັ້ນທັນເວລາ, ຈັດຕັ້ງກຳລັງກອງຫຼອນ, ກຳລັງ ປ້ອງກັນຕົວຢູ່ແຕ່ລະບ້ານ, ເມືອງ ຕື່ມອີກ, ບັນດາເມືອງຊ້ອນ(ຊຳ ເໜືອ), ປາກແຊງ (ຫຼວງພະ ບາງ), ເມືອງໝອກ (ຊຽງ ຂວາງ) ໄດ້ກໍ່ສ້າງໜ່ວຍກອງ ຫຼອນ, ປ້ອງກັນຕົວເຮັດໜ້າທີ່ ຮັບປະກັນຄວາມເປັນລະບຽບ ຮຽບຮ້ອຍຢູ່ທ້ອງຖິ່ນ, ພ້ອມກັບ ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວບຄຸມບັນດາຕົວເມືອງ ໃຫຍ່ຄືວຽງຈັນ, ຫຼວງພະບາງ, ປາກເຊ... ບັນດາໜ່ວຍງານຍັງ ໄປເຖິງເຂດພູດອຍບ່ອນທີ່ມີຊົນ ເຜົ່າສ່ວນໜ້ອຍອາໄສຢູ່ໃຫ້ມີຊີ ວິດການເປັນຢູ່ທີ່ໝັ້ນຄົງ ແລະ ປຸກ ລະດົມປະຊາຊົນຮ່ວມມືກວດ ລ້າງພວກປະຕິການທີ່ກຳລັງລີ້ ຊ້ອນເຄື່ອນໄຫວທຳລາຍການປະ ຕິວັດເຮົາ. ພິເສດບັນດາໜ່ວຍ ງານຍັງຊ່ວຍເຫຼືອປະຊາຊົນຢູ່ບັນ ດາເມືອງຄື: ໂພນໂຮງ, ວັງວຽງ, ທຸລະຄົມ (ວຽງຈັນ) ສ້ອມແປງ ເຮືອນຊານທີ່ຖືກເປ້ເພ, ສ້າງໂຮງ ຮຽນໃຫ້ແກ່ບັນດານ້ອງນ້ອຍນັກ ຮຽນ, ສ້າງຂົວທາງໃໝ່ ແລະ ໄດ້ ຮັບການຍ້ອງຍໍຊົມເຊີຍຈາກປະ ຊາຊົນ ແລະ ອຳນາດການປົກ ຄອງທ້ອງຖິ່ນ, ຢູ່ທິດຕາເວັນຕົກ ຂອງແຂວງ ອັດຕະປື, ບັນດາ ໜ່ວຍງານຂອງພວກເຮົາພ້ອມ ກັບຊ່ຽວຊານ ຫວຽດນາມ ເຂົ້າ ໄປເຂດປະຊາຊົນເຜົ່າ ຍາເຫີນ, ອະລັກ... ປະຕິບັດສາມພ້ອມ "ພ້ອມກັນກິນ, ພ້ອມກັນຢູ່,​ ພ້ອມ ກັນໄປເຮັດວຽກ" ເພື່ອໂຄສະນາ ຂົນຂວາຍປະຊາຊົນລົບລ້າງ ຄວາມບໍ່ເຂົ້າໃຈກັນລະຫວ່າງ ເຜົ່າ, ແບ່ງດິນດອນໃຫ້ແກ່ບັນດາ ຄອບຄົວທຸກຍາກພ້ອມທັງເສີມ ຂະຫຍາຍການຜະລິດ ເພື່ອແກ້ ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນເທື່ອ ລະກ້າວ. ວັນທີ 8 ເດືອນ 9 ປີ 1975, ກຳມະການກົມການເມືອງສູນ ກາງພັກອອກຄຳສັ່ງ "ປຸກລະດົມ ຂະບວນການປະຊາທິປະໄຕ, ຂົນ ຂວາຍປະຊາຊົນໃນທົ່ວປະເທດ ປະຕິບັດການປ່ອນບັດເລືອກຕັ້ງ ຄະນະຜູ້ແທນປະຊາຊົນ ແລະ ອົງ ການປົກຄອງແຕ່ລະຂັ້ນ". ພາຍຫຼັງກະກຽມ, ແຕ່ວັນທີ 21 ເຖິງ 23 ເດືອນ 11 ປີ 1975 ປະຊາຊົນທົ່ວປະເທດເຂົ້າຮ່ວມ ປ່ອນບັດເອົາຜູ້ແທນປະຊາຊົນ, ອົງການປົກຄອງສາມຂັ້ນ (ແຂວງ, ເມືອງ, ຕາແສງ), ການ ປ່ອນບັດເລືອກຕັ້ງທົ່ວປະເທດຄັ້ງ ທຳອິດໄດ້ຮັບຜົນສຳເລັດ ແລະ ຍາດໄດ້ໝາກຜົນອັນດີງາມ, ເຊິ່ງ ຢັ້ງຢືນເຖິງຄວາມເຊື່ອໝັ້ນຂອງ ປະຊາຊົນຕໍ່ແນວລາວຮັກຊາດ, ສ້າງເງື່ອນໄຂສະດວກໃຫ້ພວກ ເຮົາຈັດຕັ້ງອຳນາດການປົກຄອງ ຢູ່ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ. ວັນທີ 29 ເດືອນ 11 ປີ 1975, ຢູ່ນະຄອນຫຼວງວຽງຈັນ ໄດ້ມີການໂຮມຊຸມນຸມໃຫຍ່ຂອງ ປະຊາຊົນຫຼາຍກວ່າ 30.000 ຄົນ ເພື່ອຕໍ່ສູ້ຮຽກຮ້ອງລົບລ້າງ ລະບອບລາຊະອານາຈັກ, ເລີກ ລົ້ມຄະນະຜູ້ແທນປະສົມ, ລັດຖະ ບານປະສົມຊົ່ວຄາວ ແລະ ສະເໝີ ເປີດກາງປະຊຸມໃຫຍ່ຜູ້ແທນທົ່ວ ປະເທດເພື່ອສ້າງຕັ້ງລະບອບສາ ທາລະນະລັດ ປະຊາທິປະໄຕ ປະ ຊາຊົນ ຕໍ່ໜ້າບັນຍາກາດຕໍ່ສູ້ຮຸນ ແຮງຂອງປະຊາຊົນທົ່ວປະເທດ, ເຈົ້າຊີວິດລາວ ສີສະຫວ່າງວັດທະ ນາ ປະກາດລາອອກຈາກລາຊະ ບັນລັງ, ຢຸດຕິລະບອບລາຊະອາ ນາຈັກ ທີ່ມີມາເປັນພັນໆປີຢູ່ລາວ. ວັນທີ 1 ເດືອນ 12 ປີ 1975, ກອງປະຊຸມໃຫຍ່ຜູ້ແທນທົ່ວປະ ເທດລາວໄດ້ເປີດຂຶ້ນຢູ່ທີ່ນະຄອນ ຫຼວງວຽງຈັນ ວັນທີ 2 ເດືອນ 12 ປີ 1975 ກອງປະຊຸມໃຫຍ່ຕົກ ລົງສ້າງຕັ້ງລະບອບສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນ ລາວ ແລະ ເລືອກເອົາສະເດັດເຈົ້າ ສຸພານຸວົງຂຶ້ນເປັນປະທານປະ ເທດ, ສະຫາຍ ໄກສອນ ພົມວິ ຫານ ເປັນເລຂາທິການໃຫຍ່ພັກ ປະຊາຊົນ ປະຕິວັດລາວ ທັງເປັນ ນາຍົກລັດຖະມົນຕີແຫ່ງສາທາ ລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ນັບແຕ່ນີ້ປະເທດລາວ ໄດ້ກ້າວເຂົ້າສູ່ສັກກະຫຼາດໃໝ່: ສັກກະຫຼາດສັນຕິພາບ ເອກະ ລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ. ຜ່ານ 30 ປີສົງຄາມປົດປ່ອຍ ຊາດ (1945-1975), ພ້ອມກັບ ປະຊາຊົນບັນດາເຜົ່າໃນອິນດູຈີນ, ປະຊາຊົນລາວບັນດາເຜົ່າໄດ້ອົງ ອາດກ້າແກ່ນຕໍ່ສູ້ພາຍໃຕ້ການນຳ ພາຂອງພັກປະຊາຊົນປະຕິວັດ ລາວ ເຊິ່ງຕົ້ນກຳເນີດມາຈາກພັກ ຄອມມູນິດ ອີນດູຈີນ ຕີເອົາໄຊຊະ ນະບັນດາສັດຕູຜູ້ຮຸກຮານທີ່ໃຫຍ່ ໂຕເຂັ້ມແຂງກວ່າຄື: ລ່າເມືອງ ຂຶ້ນຝຣັ່ງ ແລະ ຈັກກະພັດອາເມ ຣິກາ, ຍາດໄດ້ເອກະລາດ ເສລີ ພາບໃຫ້ແກ່ປະເທດຊາດ, ດ້ວຍ ການຕໍ່ສູ້ທີ່ອົງອາດກ້າແກ່ນນັ້ນ, ບັນດາກຳລັງປະກອບອາວຸດປະ ຕິວັດລາວເວົ້າລວມ ແລະ ກອງ ທັບປົດປ່ອຍປະຊາຊົນລາວເວົ້າ ສະເພາະພ້ອມກັບບັນດາປະຊາ ຊົນບັນດາເຜົ່າ ຍາມໃດກໍໄດ້ຮັບ ຄວາມສາມັກຄີຢ່າງສະໜິດແໜ້ນ ກັບກອງທັບ ແລະ ປະຊາຊົນສອງ ຊາດຫວຽດນາມ ແລະ ກຳປູເຈຍ ອ້າຍນ້ອງ. ພິເສດ, ຕະຫຼອດຂະ ບວນວິວັດການຕໍ່ສູ້ 30 ປີ ໄປເຖິງ ໄຊຊະນະຢ່າງສົມບູນ, ປະຊາຊົນ ລາວ ແລະ ກອງທັບປົດປ່ອຍປະ ຊາຊົນລາວ ຍາມໃດກໍໄດ້ຮັບ ການຊ່ວຍເຫຼືອຢ່າງສຸດອົກສຸດ ໃຈ, ຊື່ສັດ, ໝັ້ນແກ່ນຈາກກອງ ທັບ ແລະ ປະຊາຊົນຫວຽດນາມ, ກອງທັບປະຊາຊົນ 2 ຊາດ, ບໍ່ຮູ້ ວ່າມີພະນັກງານ, ນັກຮົບລາວ- ຫວຽດນາມຈັກສະຫາຍໄດ້ພ້ອມ ກັນທຸກສຸກ, ພ້ອມກັນຍາກລຳ ບາກ "ເກືອເມັດໜຶ່ງກໍແບ່ງເຄິ່ງ, ຜັກເສັ້ນໜຶ່ງກໍຫັກເຄິ່ງ", ຄຽງບ່າ ຄຽງໄລ່ພ້ອມກັນສ້າງສາ, ພ້ອມ ກັນສູ້ຮົບແຕ່ເວລາທີ່ກອງທັບ ສອງປະເທດຫາກໍ່ສ້າງຕັ້ງຍັງ ອ່ອນນ້ອຍ, ອາວຸດຍັງຫຼ້າຫຼັງ, ໄດ້ເຕີບໃຫຍ່ແຕ່ລະກ້າວຜ່ານບັນ ດາບັ້ນສູ້ຮົບ, ໃນລະດັບຍຸດທະບັ້ນ ຮົບ... ຢູ່ທຸກສະໜາມຮົບຂອງປະ ເທດຊາດລາວທີ່ແສນຮັກ. ສາຍພົວພັນສາມັກຄີສູ້ຮົບລະ ຫວ່າງກອງທັບປົດປ່ອຍປະຊາ ຊົນລາວກັບກອງທັບປະຊາຊົນ ຫວຽດນາມ, ລະຫວ່າງກຳລັງປະ ກອບອາວຸດປະຕິວັດສອງຊາດ ລາວ-ຫວຽດນາມໃນສົງຄາມປົດ ປ່ອຍຕະຫຼອດໄລຍະ 30 ປີ (1945-1975) ໄດ້ກາຍເປັນ ພາກສ່ວນອົງປະກອບໜຶ່ງທີ່ສຳ ຄັນໃນປະຫວັດສາດຕ້ານສັດຕູ ພາຍນອກຜູ້ຮຸກຮານຂອງສອງ ຊາດ,ໄດ້ປະກອບສ່ວນຕອບສະ ໜອງໃຫ້ແກ່ຄວາມສາມັກຄີຮ່ວມ ສຳພັນສູ້ຮົບພິເສດ, ສັນຍາລັກອັນ ສູງສົ່ງຂອງສາຍພົວພັນພິເສດ ລາວ-ຫວຽດນາມ, ຫວຽດນາມ- ລາວ ບົນເສັ້ນທາງການປະຕິວັດ ໃໝ່.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ