ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງບັນຊາການທະຫານນະຄອນຫຼວງວຽງຈັນ ສະຫຼຸບວຽກງານຮອບດ້ານປະຈຳປີ 2019
ເວລາອອກຂ່າວ: 2020-02-13 09:08:32 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 401 | ຄວາມນິຍົມ:



ໃນວັນທີ 10 ກຸມພາ 2020 ນີ້, ກອງບັນຊາການທະຫານນະ ຄອນຫຼວງວຽງຈັນ ໄດ້ສະຫຼຸບ ວຽກງານຮອບດ້ານປະຈຳປີ 2019 ແລະ ທິດທາງແຜນ ການ ປີ 2020 ໂດຍການເປັນປະທານ ຂອງ ສະຫາຍ ພົນຈັດຕະວາ ສີພອນ ຈັນສົມວົງ ກຳມະການ ຄະນະປະຈຳພັກນະຄອນຫຼວງ, ເລຂາຄະນະພັກ, ຫົວໜ້າການ ເມືອງກອງບັນຊາການທະຫານນະຄອນຫຼວງວຽງຈັນ, ສະຫາຍ ພັນເອກ ສີ ທະວີໄຊ ຫົວໜ້າ ການທະຫານກອງບັນຊາການ ທະຫານນະຄອນຫຼວງວຽງຈັນ, ມີຄະນະພັກ-ຄະນະບັນຊາ, ອົງ ການ 5 ຫ້ອງ ແລະ ກົມກອງ ອ້ອມຂ້າງເຂົ້າຮ່ວມ. ໃນໂອກາດນີ້, ສະຫາຍ ພັນໂທ ເພັດບັນດິດ ແປງນາທີ ຫົວໜ້າ ຫ້ອງການກອງບັນຊາການທະ ຫານນະຄອນຫຼວງວຽງຈັນ ໄດ້ ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນ ໃນປີຜ່ານມາ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ກະ ຊວງປ້ອງກັນປະເທດວາງອອກ ເປັນຕົ້ນແມ່ນຄະນະພັກ-ຄະນະ ກອງບັນຊາການທະຫານນະ ຄອນຫຼວງວຽງຈັນ ໄດ້ເອົາໃຈໃສ່ ຊີ້ນຳ-ນຳພາ ບັນດາວຽກງານໃນທຸກກົມກອງທີ່ຂຶ້ນກັບຢ່າງ ໃກ້ຊິດຕິດແທດ ໂດຍຖືເອົາວຽກ ງານການສຶກສາອົບຮົມການ ເມືອງນຳພາ-ແນວຄິດເປັນກົກ ໂດຍສະເພາະແມ່ນນຳເອົາມະ ຕິຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ, ຂໍ້ກຳນົດ ແລະ ກົດໝາຍຂອງລັດມາຈັດຕັ້ງເຜີຍ ແຜ່ໃຫ້ພະນັກງານ-ນັກຮົບ ພາຍ ໃນກົມກອງຂອງຕົນ ເພື່ອໃຫ້ຮັບ ຮູ້ຊື່ອມຊຶມ ແລະ ເຂົ້າໃຈແຈ້ງຢ່າງ ເລິກເຊິ່ງ, ຕໍ່ກັບແນວທາງປ່ຽນ ແປງໃໝ່ຂອງພັກພ້ອມນັ້ນກໍຍັງ ໄດ້ຈັດຕັ້ງພະນັກງານລົງກໍ່ສ້າງ ຮາກຖານການເມືອງແບບມູນ ເຊື້ອປະສານສົມທົບແໜ້ນກັບ ກຳລັງທ້ອງຖິ່ນທີ່ກ່ຽວຂ້ອງ ເຮັດ ໜ້າທີ່ຕິດຕາມສະພາບປະກົດ ການຫຍໍ້ທໍ້ທີ່ຈະເກີດຂຶ້ນ ແລະ ແກ້ ໄຂໃຫ້ທັນເວລາ ເພື່ອຮັບປະກັນ ຄວາມສະຫງົບໂດຍພື້ນຖານ, ພ້ອມກັນນັ້ນກໍຍັງໄດ້ຈັດຕັ້ງກຳ ລັງທຸກພາກສ່ວນເຂົ້າປ້ອງກັນ ໃນວັນບຸນປະຫວັດສາດສຳຄັນ ຕ່າງໆຂອງຊາດ ທີ່ຈັດຂຶ້ນໃນ ທຸກໆປີ ເວົ້າສະເພາະແມ່ນຢູ່ພາຍ ໃນຂອບເຂດນະຄອນຫຼວງວຽງ ຈັນ ໃຫ້ມີຄວາມປອດໄພ 100%, ຖືເອົາວຽກງານການອົບຮົມ-ຫັດແອບປະຈຳປີ ເປັນວຽກງານ ໜຶ່ງທີ່ສຳຄັນໃນການປັບປຸງລະ ບຽບແບບແຜນ, ເຝິກຝົນກຳລັງ ແຮງກາຍ ເປັນຕົ້ນແມ່ນອົບຮົມ-ຫັດແອບທາງດ້ານສິລະປະຍຸດ-ຍຸດທະວິທີ ໃຫ້ນາຍ ແລະ ພົນທະ ຫານ ໃຫ້ມີຄວາມຊຳນິຊຳນານ ຄ່ອງແຄ້ວ ສາມາດເຮັດສຳເລັດ ໜ້າທີ່ຕາມການຈັດຕັ້ງຂັ້ນເທິງ ມອບໝາຍໃຫ້ສ່ວນວຽກງານ ການແກ້ໄຂຊີວິດການເປັນຢູ່ ແມ່ນໄດ້ຊີ້ນຳໃຫ້ແຕ່ລະກົມກອງ ຕາມເງື່ອນໄຂທ່າແຮງບົ່ມຊ້ອນ ຂອງຕົນ ໂດຍປະຕິບັດຕາມທິດ ນຳເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນ ເອງຖືເອົາການປູກ-ການລ້ຽງ ແລະ ການບໍລິການອື່ນໆ ເຊິ່ງໃນ ປັດຈຸບັນມີເນື້ອທີ່ທຳການຜະລິດ ທັງໝົດ 92,42 ເຮັກຕາ, ເຊິ່ງໃນ ນັ້ນມີເນື້ອທີ່ປູກຝັງ 84,6 ເຮັກ ຕາ, ເນື້ອທີ່ລ້ຽງສັດ 7,82 ເຮັກ ຕາ, ປູກພືດຜັກຊະນິດຕ່າງໆ ຄິດ ເປັນເງິນ 535.264.500 ກີບ, ມີງົວລ້ຽງ 138 ໂຕ, ໝູ-ແບ້ 266 ໂຕ, ຄິດເປັນເງິນ 804.627.000 ກີບ, ນອກຈາກນີ້ຍັງໄດ້ຮັບ ຈາກການບໍລິການຕ່າງໆຕື່ມອີກ 1.875.480.000 ກີບ ສັງລວມ ແລ້ວໃນ 1 ປີຜ່ານມາ ສາມາດ ສ້າງແຫຼ່ງລາຍຮັບເຂົ້າກົມກອງ ໄດ້ 3.289.070.000 ກີບ, ພ້ອມ ນີ້ກອງປະຊຸມຍັງໄດ້ຜ່ານທິດ ທາງແຜນການປະຈຳປີ 2020 ແລະ ໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນໍາບັນດາວຽກງານ ຕ່າງໆໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະ ຊວງປ້ອງກັນປະເທດວາງອອກ ຈາກສະຫາຍປະທານກອງປະ ຊຸມຕື່ມອີກ. ໂດຍ: ແສງດາລາ ໄຊຍະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ