ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກົມໃຫຍ່ເຕັກນິກກອງທັບ ສຳເລັດການອົບຮົມ-ຫັດແອບຍິງລູກປືນແທ້ ປະຈຳປີ 2019
ເວລາອອກຂ່າວ: 2020-02-12 09:42:04 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 65 | ຄວາມນິຍົມ:



ວັນທີ 7 ກຸມພາ 2020 ນີ້, ກົມໃຫຍ່ເຕັກນິກກອງທັບ ໄດ້ ສຳເລັດການຫັດແອບຍິງເປົ້າ ໝາຍດ້ວຍລູກປືນແທ້ ປະຈຳປີ 2019 ຂຶ້ນ, ຢູ່ທີ່ສະໝາມຍິງ ປືນອາຊຽນ 199 ໂດຍການເຂົ້າ ຮ່ວມຂອງ ສະຫາຍ ພົນຕີ ກິລາ ກອນ ບຸນນະຜົນ ກຳມະການຄະ ນະພັກກະຊວງປ້ອງກັນປະ ເທດ, ຫົວໜ້າກົມໃຫຍ່ເຕັກນິກ ກອງທັບ ພ້ອມດ້ວຍຄະນະ, ມີ ຄະນະພັກ-ຄະນະບັນຊາ ຈາກ 6 ກົມ 3 ຫ້ອງ ຕະຫຼອດຮອດພະນັກ ງານ-ນັກຮົບ ທົ່ວກົມໃຫຍ່ເຕັກ ນິກກອງທັບເຂົ້າຮ່ວມ. ການຈັດຕັ້ງອົບຮົມ-ຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້ ປະ ຈໍາປີ 2019 ໃນຄັ້ງນີ້ກໍເພື່ອເຮັດ ໃຫ້ພະນັກງານ-ນັກຮົບມີຄວາມ ຮູ້, ຄວາມສາມາດທາງດ້ານການ ເມືອງ-ການທະຫານດ້ານວິຊາ ສະເພາະ-ເຕັກນິກ, ດ້ານສິລະ ປະຍຸດ-ຍຸດທະວິທີ, ດ້ານການ ຈັດຕັ້ງປະຕິບັດບັນດາຂໍ້ກຳນົດ ກົດລະບຽບຂອງກອງທັບ ໃຫ້ ເຂັ້ມງວດ, ຍົກສູງຄວາມຮູ້, ຄວາມສາມາດໃນການຊີ້ນຳ- ນຳພາຈັດຕັ້ງປະຕິບັດໜ້າທີ່ການ ເມືອງຂອງຕົນຢ່າງຄ່ອງແຄ້ວ ໃນເວລາສູ້ຮົບຕົວຈິງ ແລະ ເພື່ອ ເປັນບ່ອນອີງໃຫ້ແກ່ຄະນະພັກ- ຄະນະບັນຊາ ໃນການຕິດຕາມ ກວດກາ ແລະ ຕີລາຄາຄຸນນະ ພາບຂອງພະນັກງານ-ນັກຮົບ ພາຍໃນກົມກອງ, ພາຍຫຼັງສໍາ ເລັດບັ້ນເຝິກແອບຮໍ່າຮຽນແລ້ວ ຕ້ອງກຳແໜ້ນກ່ຽວກັບ ທິດສະດີ-ຫຼັກການ ເພື່ອໄປໝູນ ໃຊ້ເຂົ້າໃນ ໜ້າທີ່ວຽກງານຕົວຈິງຢູ່ກົມກອງ ໃຫ້ປະກົດຜົນເປັນຈິງ, ຜ່ານການ ຈັດຕັ້ງປະຕິບັດຍິງລູກປືນແທ້ປະ ຈຳປີ 2019 ຄັ້ງນີ້ສາມາດບັນລຸ ໄດ້ຕາມຄາດໝາຍທີ່ວາງໄວ້ ການຈັດຕັ້ງອົບຮົມຄັ້ງນີ້ກໍເພື່ອ ເປັນການປະຕິບັດຕາມແຜນການ ອົບຮົມ-ຫັດແອບເຝິກຝົນກໍາ ລັງແຮງກາຍປະຈໍາ ປີ 2019 ຂອງກົມອົບຮົມກົມໃຫຍ່ ເສນາ ທິການກອງທັບວາງອອກວ່າ ດ້ວຍການຈັດຕັ້ງອົບຮົມ-ຫັດ ແອບປະຈໍາປີໃຫ້ປະກົດຜົນເປັນ ຈິງໃນສະເພາະໜ້າ ແລະ ຍາວ ນານຂອງກົມກອງ, ທັງເຮັດໃຫ້ ກົມກອງມີຄວາມໜັກແໜ້ນ, ເຂັ້ມແຂງທາງການທະຫານປັບ ປຸງກົມກອງມີຄວາມເຕີບໃຫຍ່ ຂະຫຍາຍຕົວຂຶ້ນໄປເລື້ອຍໆ. ໂດຍ: ຄຳສອນ ພົມໄຊຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ