ອົງການຈັດຕັ້ງມະຫາຊົນ 4 ວິທະຍາຄານ ຈັດກິດຈະກຳຖາມ-ຕອບຄວາມຮູ້ຮອບໂຕ
ເວລາອອກຂ່າວ: 2020-02-10 12:16:48 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1060 | ຄວາມນິຍົມ: ![]()
ອົງການຈັດຕັ້ງມະຫາຊົນ (ຊາວໜຸ່ມ-ແມ່ຍິງ) ວິທະຍາ ຄານປ້ອງກັນຊາດ ໄກສອນ ພົມ
ວິຫານ ໄດ້ເປັນເຈົ້າພາບຈັດກິດ
ຈະກຳແຂ່ງຂັນຖາມ - ຕອບຄວາມ
ຮູ້ຮອບຕົວຮ່ວມກັບ 3 ວິທະຍາ
ຄານຄື: ວິທະຍາຄານກົມມະດຳ, ວິທະຍາຄານພະລາທິການກອງ ທັບ ແລະ ວິທະຍາຄານເຕັກ ນິກການທະຫານກອງທັບຂຶ້ນ ໃນວັນທີ 5 ກຸມພານີ້, ໂດຍ ການເຂົ້າຮ່ວມເປັນປະທານ ຂອງ
ສະຫາຍ ພັນເອກ ປອ ສົມພອນ
ສີສຸວັນນະ, ຮອງຫົວໜ້າການ ເມືອງ, ຫົວໜ້າກົມການເມືອງ ວປກ. ມີ ສະຫາຍ ພັນໂທ ນ ພອນ
ຈັນ ໄຊຍະວົງ, ຫົວໜ້າພະແນກ ສະຫະພັນແມ່ຍິງ ວປກ, ສະຫາຍ ພັນໂທ ນ ມີລີວັນ ພວງຄຳຊ່ຽນ, ຫົວໜ້າພະແນກຊາວໜຸ່ມ ວປກ.
ຕາງໜ້າຈາກອົງການ ຈັດຕັ້ງມະ
ຫາຊົນ ວິທະຍາຄານກົມມະດຳ, ວິທະຍາຄານພະລາທິການກອງ
ທັບ, ວິທະຍາຄານເຕັກນີກການ ທະ ຫານກອງທັບ. ພ້ອມດ້ວຍ ສະມາຊີກຊາວໜຸ່ມ-ແມ່ຍິງ ແລະ ນັກຖາມ-ຕອບຈາກ 4 ວິທະຍາ ຄານເຂົ້າຮ່ວມ.
ການຈັດຕັ້ງກິດຈະກຳຖາມ- ຕອບຄວາມຮູ້ຮອບຕົວໃນຄັ້ງນີ້ ກໍເພື່ອເປັນການສ້າງຂະບວນ ການຮ່ວມກັນຂອງອົງການຈັດ ຕັ້ງມະຫາຊົນວິທະຍາຄານດັ່ງກ່າວໃຫ້ມີບັນຍາກາດເບີກບານ ມ່ວນຊື່ນ , ເພື່ອຂ່ຳນັບຮັບຕ້ອນວັນ ບຸນປະຫວັດສາດທີ່ສຳຄັນຂອງ ຊາດ, ຂອງພັກ, ຂອງກອງທັບ ໂດຍສະເພາະແມ່ນວັນສ້າງຕັ້ງ ພັກ ປະຊາຊົນປະຕິວັດລາວ ຄົບ ຮອບ 65 ປີທີ່ຈະມາເຖິງນີ້ໃຫ້ມີເນື້ອໃນເລິກເຊິ່ງ, ທັງເປັນການ ສ້າງຈິດສຳນຶກອັນດີໃຫ້ສະມາຊິກ ຊ່າວໜຸ່ມ-ແມ່ຍິງ ກໍຄືພະນັກງານ-ນັກຮົບ 4 ວິທະຍາຄານ ໄດ້ທົບ ທວນຫວນຄືນເຖິງມູນເຊື້ອອັນດີງາມຂອງຊາດ, ຂອງກອງທັບ ແລະ ມູນເຊື້ອ ຊາວໜຸ່ມ-ແມ່ ຍິງ ລາວໃນຮຸ່ນກ່ອນໆ, ສ້າງຄວາມ ສາມັກຄີພົວພັນຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງອົງການຈັດ ຕັ້ງມະຫາຊົນຂອງ 4 ວິທະຍາຄານ ໃຫ້ນັບມື້ແໜ້ນແຟ້ນຂຶ້ນກວ່າເກົ່າ, ສ້າງກຳລັງກາຍ, ກຳລັງໃຈໃຫ້
ອ້າຍເອື້ອຍນ້ອງທຸກສະຫາຍສຸມ ສະຕິປັນຍາຂອງຕົນປະກອບສ່ວນເຂົ້າໃນການສ້າງສາ-ພັດ ທະນາກົມກອງໃຫ້ເຂັ້ມແຂງ ໜັກແໜ້ນກ້າວເຂົ້າສູ່ກອງທັບທີ່ ທັນສະໄໝ.
ການແຂ່ງຂັນໃນຄັ້ງນີ້ ແມ່ນໄດ້ ແບ່ງອອກເປັນ 4 ທີມ, ທີມລະ 2 ສະຫາຍ, ໂດຍມີຄຳຖາມທັງໝົດ 52 ຄຳຖາມ. ຜົນການແຂ່ງຂັນ ຄະແນນສະເໝີກັນ 3 ທີມຄື: ວິທະຍາຄານກົມມະດຳ, ວິທະຍາ ຄານພະລາທິການກອງທັບ ແລະ ວິທະຍາຄານເຕັກນິກການທະ ຫານ. ສ່ວນທີມເຈົ້າພາບ ວປກ ໄດ້ລາງວັນທີ 2. ສ່ວນເງິນລາງ ວັນແມ່ນໄດ້ທີມລະ 200.000 ກີບ.
ໂດຍ: ດາວວີນ ໂສພາພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















