ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 13 ມິຖຸນາ 2026

  

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມອຳລາ ຂອງທູດຕວັກກີ ແລະ ທູດອາແຊັກໄບຊານ ປະຈຳ ສປປ ລາວ
ເວລາອອກຂ່າວ: 2020-02-06 10:08:48 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 897 | ຄວາມນິຍົມ:



ວັນທີ 5 ກຸມພາ 2020 ນີ້, ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະ ມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ກຽດຕ້ອນຮັບການເຂົ້າ ຢ້ຽມອຳລາຂອງ ທ່ານ ອາເມັດ ໄອເດມ ອາຄາຍ (Ahmet Idem Akay), ເອກອັກຄະລັດຖະທູດວິ ສາມັນຜູ້ມີອຳນາດເຕັມ ແຫ່ງ ສາ ທາລະນະລັດ ຕວັກກີ ປະຈຳ ສປປ ລາວ ໃນໂອກາດທີ່ສຳເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ. ທ່ານລັດຖະມົນຕີກະຊວງການ ຕ່າງປະເທດລາວ ໄດ້ສະແດງ ຄວາມຍິນດີຕ້ອນຮັບ ແລະ ຕີ ລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງ ລາວ-ຕວັກກີ ໃນໄລຍະ ທີ່ຜ່ານມາເຖິງປັດຈຸບັນ. ພ້ອມກັນ ນັ້ນ, ກໍສະແດງຄວາມຂອບໃຈ ຢ່າງຈິງໃຈຕໍ່ການເອົາໃຈໃສ່ປະ ກອບສ່ວນຢ່າງຫ້າວຫັນຂອງ ທ່ານທູດໃນການເພີ່ມທະວີສາຍ ພົວພັນມິດຕະພາບ ແລະ ການ ຮ່ວມມື ລະຫວ່າງ ລາວ-ຕວັກກີ ໃຫ້ແໜ້ນແຟ້ນ ແລະ ຂະຫຍາຍ ຕົວຍິ່ງຂຶ້ນ ຕະຫຼອດໄລຍະເວລາ 2 ປີ ທີ່ທ່ານ ອາເມັດ ໄອເດມ ອາຄາຍ ມາດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດ ແຫ່ງ ສາ ທາລະນະລັດ ຕວັກກີ ປະຈຳ ສປປ ລາວ ເປັນຕົ້ນແມ່ນໄດ້ປະກອບ ສ່ວນຊຸກຍູ້ໃຫ້ມີການຢ້ຽມຢາມ ສປປ ລາວ ແລະ ເປີດສະຖານທູດ ຕວັກກີ ປະຈຳ ລາວ ຢ່າງເປັນທາງ ການຂອງທ່ານ ເມຣຸດ ຄາວູໂຊລູ (Mevlüt Çavu-şoğlu) ລັດຖະ ມົນຕີກະຊວງການຕ່າງປະເທດ ຕວັກກີ ໃນທ້າຍປີ 2018, ມອບ ລົດຕູ້ (FORD TRANSIT) 1 ຄັນ ໃຫ້ສະພາແຫ່ງຊາດ, ມອບ ເງິນຊ່ວຍເຫຼືອບັນເທົາທຸກຈາກໄພ ພິບັດນໍ້າຖ້ວມຢູ່ລາວ ໂດຍຜ່ານອົງ ການ UNDP ຈຳນວນ 25.000 ໂດລາສະຫະລັດ, ໃຫ້ທຶນເຝິກອົບ ຮົມນັກການທູດໜຸ່ມນ້ອຍ ຈຳ ນວນ 1 ທຶນ/ປີ ແລະ ອື່ນໆ. ໂອກາດດຽວກັນນີ້, ທ່ານ ອາ ເມັດ ໄອເດມ ອາຄາຍ ກໍໄດ້ສະ ແດງຄວາມຂອບໃຈຕໍ່ທ່ານລັດ ຖະມົນຕີທີ່ໄດ້ສະຫຼະເວລາໃຫ້ ການຕ້ອນຮັບຢ່າງອົບອຸ່ນ, ທັງ ເປັນເຈົ້າພາບຈັດງານລ້ຽງອຳ ລາໃຫ້ທ່ານທູດ ແລະ ພັນລະຍາ ໃນຄັ້ງນີ້, ທັງໄດ້ສະແດງຄວາມ ຂອບໃຈຢ່າງສູງຕໍ່ລັດຖະບານ ສປປ ລາວ ທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນຊ່ວຍເຫຼືອ ແລະ ອໍາ ນວຍຄວາມສະດວກຕະຫຼອດໄລ ຍະເວລາທີ່ຕົນປະຕິບັດໜ້າທີ່ການ ທູດຢູ່ ສປປ ລາວ ຈົນປະສົບຜົນ ສຳເລັດເປັນຢ່າງດີ ແລະ ຈະສືບ ຕໍ່ປະກອບສ່ວນຊ່ວຍຊຸກຍູ້ສາຍ ພົວພັນ ແລະ ການຮ່ວມມື ຕວັກກີ-ລາວ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ ໃນຕໍ່ໜ້າ. ໃນວັນດຽວກັນ ທ່ານ ສະເຫຼີມ ໄຊ ກົມມະສິດ ຍັງໄດ້ຕ້ອນຮັນ ການເຂົ້າຢ້ຽມອໍາລາຂອງ ທ່ານ ເອນາ ອີມານົບ (Anar IMANOV), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ອາແຊັກໄບຊານ ປະຈໍາ ສປປ ລາວ ເນື່ອງໃນໂອກາດທີ່ທ່ານ ໄດ້ສໍາເລັດການປະຕິບັດໜ້າທີ່ ເປັນເອກອັກຄະລັດຖະທູດອາ ແຊັກໄບຊານ ປະຈໍາ ສປປ ລາວ. ໃນໂອກາດດັ່ງກ່າວສອງຝ່າຍໄດ້ ຕີລາຄາສູງສາຍພົວພັນມິດຕະ ພາບ ແລະ ການຮ່ວມມືທີ່ເປັນມູນ ເຊື້ອດີງາມມາແຕ່ດົນນານ ລະ ຫວ່າງສອງປະເທດ ໂດຍສະເພາະ ໃນປີ 2020 ນີ້ແມ່ນຈະຄົບຮອບ 25 ປີ ວັນສ້າງຕັ້ງສາຍພົວພັນ ການທູດ ລະຫວ່າງ ລາວ ແລະ ອາແຊັກໄບຊານ ເຊິ່ງຈະໄດ້ຊຸກ ຍູ້ໃຫ້ມີການແລກປ່ຽນຄະນະຜູ້ ແທນ ແລະ ຈັດກິດຈະກໍາຮ່ວມກັນ ເພື່ອສະເຫຼີມສະຫຼອງວັນສໍາຄັນ ດັ່ງກ່າວ. ໃນນີ້ ທ່ານທູດ ອາແຊັກ ໄບຊານ ກໍໄດ້ຢືນຢັນເຖິງຄວາມ ມຸ້ງມາດປາຖະນາຂອງອາແຊັກ ໄບຊານ ທີ່ຈະສືບຕໍ່ການຮ່ວມມື ກັບ ສປປ ລາວ ທັງໃນຂອບສອງ ຝ່າຍ ແລະ ຫຼາຍຝ່າຍໃຫ້ສືບຕໍ່ພັດ ທະນາ ແລະ ມີບາດກ້າວໃໝ່ໃນອະ ນາຄົດ. ຕອນທ້າຍ, ທ່ານ ສະເຫຼີມ ໄຊ ກົມມະສິດ, ໄດ້ອວຍພອນໃຫ້ ທ່ານ ເອນາ ອີມານົບ ປະສົບຜົນ ສໍາເລັດໃນການປະຕິບັດໜ້າທີ່ ອັນໃໝ່ຂອງເພິ່ນ ແລະ ເດີນທາງ ກັບຄືນປະເທດດ້ວຍຄວາມສະ ຫວັດດີພາບ. ໂດຍ: ແສງເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ