ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປິດຊຸດອົບຮົບວຽກງານເສນາ-ພະລາ ລະບົບ 5 ເດືອນ ຊຸດທີ VI
ເວລາອອກຂ່າວ: 2020-02-05 09:35:50 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 22 | ຄວາມນິຍົມ:



ວິທະຍາຄານພະລາທິການ ກອງທັບ ໄດ້ຈັດພິທີປິດຊຸດບຳລຸງ ວຽກງານເສນາພະລາ ລະບົບ 5 ເດືອນ ຊຸດທີ VI ຂຶ້ນ, ໃນວັນທີ 30 ມັງກອນ ນີ້, ໂດຍການເຂົ້າ ຮ່ວມເປັນປະທານຂອງ ສະຫາຍ ພົນຈັດຕະວາ ປອ ວົງສັກ ພັນທະ ວົງ ກຳມະການຄະນະພັກກະຊວງ ປ້ອງກັນປະເທດ ຮອງຫົວໜ້າກົມ ໃຫຍ່ພະລາທິການກອງທັບ, ມີຜູ້ ຕາງໜ້າຈາກກົມໃຫຍ່ການເມືອງ ກອງທັບ, ຄະນະພັກ-ຄະນະອຳ ນວຍການ, ຄະນະພັກ-ຄະນະບັນ ຊາ 6 ຫ້ອງ 2 ກອງພັນ, ຄູ-ອາ ຈານ, ຕະຫຼອດຮອດນັກສຶກສາບຳ ລຸງວຽກງານດັ່ງກ່າວເຂົ້າຮ່ວມ. ສະຫາຍ ພັນໂທ ບຸນມີ ເພັງມີໄຊ ຫົວໜ້າພະແນກໂຄສະນາ ວິທະ ຍາຄານພະລາທິການກອງທັບ ກໍໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະ ຊວງປ້ອງກັນປະເທດ ວ່າດ້ວຍ ການອະນຸມັດປິດຊຸດບຳລຸງສາຂາ ເສນາພະລາ ລະບົບ 5 ເດືອນ, ຊຸດທີີ VI ປະຈຳສົກ 2019-2020 ຂອງວິທະຍາຄານພະລາທິການ ກອງທັບ, ອີງຕາມຂໍ້ກຳນົດກ່ຽວ ກັບວຽກງານໂຮງຮຽນໃນກອງ ທັບປະຊາຊົນລາວ ສະບັບເລກທີ 3396/ກປທ, ລົງວັນທີ 13/08/ 2019, ວ່າດ້ວຍການເປີດ-ປິດ ຮຽນຂອງບັນດາໂຮງຮຽນໃນ ກອງທັບ, ອີງຕາມແຜນການກຳ ນົດຕົວເລກຂອງວິທະຍາຄານພະ ລາທິການກອງທັບ, ສະບັບເລກທີ 654/ກປທ, ລົງວັນທີ 26/02/ 2019, ອະນຸມັດໂດຍກະຊວງ ປ້ອງກັນປະເທດ, ອີງຕາມໂຄງ ການຫຼັກສູດການຮຽນ-ການ ສອນລະບົບບຳລຸງສາຂາເສນາ- ພະລາ ລະບົບ 5 ເດືອນຊຸດທີ VI ປະຈຳປີ 2019 ໄດ້ສຳເລັດ ແລະ ຄວາມພ້ອມທຸກດ້ານຂອງວິ ທະຍາຄານພະລາທິການ, ອົງ ການຈັດຕັ້ງກ່ຽວຂ້ອງ ແລະ ການ ນຳສະເໜີຈາກກົມໂຮງຮຽນໂດຍ ຜ່ານກົມໃຫຍ່ເສນາທິການກອງ ທັບ. ສະຫາຍ ພັນໂທ ສອນທັນ ສຸວົງໄຊ ຄະນະພັກ-ຄະນະອຳ ນວຍການ, ຫົວໜ້າຫ້ອງອົບ ຮົມວິທະຍາຄານພະລາທິການ ກອງທັບ ໄດ້ຜ່ານບົດສະຫຼຸບບຳ ລຸງສາຂາເສນາພະລາລະບົບ 5 ເດືອນຊຸດທີ VI ປະຈຳສົກ 2019 ເຊິ່ງມີນັກສຶກສາບຳລຸງເຂົ້າຮ່ວມ ອົບຮົມ 30 ສະຫາຍ, ຜ່ານການ ຈັດຕັ້ງອົບຮົມເຫັນວ່າແຕ່ລະ ສະຫາຍໄດ້ມີຄວາມຮັບຜິດຊອບ ສູງຕໍ່ໜ້າທີ່ການເມືອງກໍຄືການ ຮຽນຂອງຕົນ, ເອົາໃຈໃສ່ຄົ້ນ ຄວ້າຮໍ່າຮຽນ, ບວກກັບຄະນະ ພັກ-ຄະນະອຳນວຍການໂຮງ ຮຽນໄດ້ເອົາໃຈໃສ່ຕິດຕາມຢ່າງ ໃກ້ສິດທົ່ວເຖິງ ແລະ ຊີ້ນໍາ-ນໍາພາ ບັນດາສະຫາຍພະນັກງານຄູ-ອາຈານໃຫ້ເປັນເຈົ້າການໃນການ ປັບປຸງ ແລະ ຍົກສູງຄຸນນະພາບ ໃນການແຕ່ງບົດ, ຂຶ້ນຫ້ອງສິດ ສອນ, ຮັບປະກັນໄດ້ໃນການສຶກ ສາອົບຮົມໃຫ້ຖືກຕ້ອງຕາມໂຄງ ການຫຼັກສູດທີ່ຂັ້ນເທິງວາງໄວ້ ແລະ ຮັບປະກັນທາງດ້ານລະບຽບ ແບບແຜນຕາມກຳນົດເວລາໄດ້ 100%.ສະຫາຍ ພັນເອກ ປອ ບົວ ເຮືອງ ສົມຟອງບຸດຕາຂັນ ຮອງ ເລຂາຄະນະພັກ ຫົວໜ້າການທະ ຫານ, ວິທະຍາຄານພະລາທິການ ກອງທັບ ກໍໄດ້ໃຫ້ກຽດມອບໃບ ຍ້ອງຍໍຂອງວິທະຍາຄານພະລາ ທິການກອງທັບໃຫ້ຜູ້ທີ່ຮຽນ ດີ, ຮຽນກເກັ່ງ ແລະ ປະຕິບັດລະ ບຽບໄດ້ດີ ຈຳນວນ14 ສະຫາຍ ແລະ ມອບໃບຢັ້ງຢືນໃຫ້ນັກສຶກສາບໍາລຸງສາຂາເສນາພະລາລະ ບົບ 5 ເດືອນຊຸດທີ VI ປະຈໍາ ສົກ 2019 ຢ່າງສົມກຽດ. ສະຫາຍປະທານໄດ້ກ່າວສະ ແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນ ດາສະຫາຍຄະນະພັກ-ຄະນະບັນ ຊາ ແລະ ນັກຮຽນ, ນັກສຶກສາທີ່ ພ້ອມກັນປະຕິບັດແຜນການອົບ ຮົມເຮັດໃຫ້ການຮຽນ, ການ ສອນໃນຊຸດນີ້ສຳເລັດດ້ວຍໝາກ ຜົນອັນຈົບງາມ. ນອກນີ້, ຍັງ ໄດ້ໃຫ້ທິດຊີ້ນຳຫຼາຍບັນຫາທີ່ ສຳຄັນຕໍ່ຄະນະພັກ-ຄະນະອຳ ນວຍການສືບຕໍ່ຊີ້ນຳ-ນຳພາ ແລະ ເຮັດວຽກງານສຶກສາອົບ ຮົມດ້ານການເມືອງ-ແນວຄິດ ໃຫ້ແຂງແຮງ, ເພີ່ມທະວີຄວາມ ສາມັກຄີເປັນເອກະພາບໃນໝູ່ ຄະນະ, ແບ່ງວຽກງານໃຫ້ບຸກ ຄົນຮັບຜິດຊອບ, ປັບປຸງ ແລະ ພັດ ທະນາວິທະຍາຄານໃຫ້ກາຍເປັນ ກົມກອງຕົວແບບ, ກອງວັດ ທະນະທຳ, ທີ່ມີສະຖານທີ່ຄ້າຍ ຄູທີ່ຢູ່ອາໄສສະອາດຈົບງາມ. ຕໍ່ຄູ-ອາຈານ, ຕ້ອງກຳແໜ້ນວິຊາ ສະເພາະຂອງຕົນໃນການຊອກຮູ້ ຮໍ່າຮຽນ, ແຕ່ງບົດສອນ, ຂຶ້ນຫ້ອງ ສອນໃຫ້ມີຄຸນນະພາບດີຂຶ້ນກວ່າ ເກົ່າ, ຕໍ່ບັນດາສະຫາຍນັກສຶກສາ ທີ່ໄດ້ສຳເລັດການບຳລຸງໃນຊຸດ ນີ້, ຈົ່ງພ້ອມກັນນຳເອົາບົດຮຽນ ທີ່ໄດ້ສຶກສາຄົ້ນຄວ້ານຳຄູ-ອາ ຈານໄປຈັດຕັ້ງຜັນຂະຫຍາຍເຂົ້າ ໃສ່ ວຽກງານຕົວຈິງຢູ່ພາຍໃນກົມ ກອງຂອງຕົນນັບມື້ນັບດີຂຶ້ນ ເລື້ອຍໆ. ໂດຍ: ບຸນຜົງ ອິນທະຈັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ