ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ການນຳແຂວງຄຳມ່ວນ ວາພວງມາລາທີ່ອານຸສາວະລີນັກຮົບນິລະນາມ
ເວລາອອກຂ່າວ: 2020-02-05 09:33:08 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 30 | ຄວາມນິຍົມ:



ໃນວັນທີ 30 ມັງກອນ ນີ້, ການນຳພັກ-ລັດແຂວງຄຳມ່ວນ ນຳໂດຍ ທ່ານ ໂອໃດ ສຸດາພອນ ກຳມະການສູນກາງພັກ ເລຂາ ພັກແຂວງເຈົ້າແຂວງໆຄຳມ່ວນ, ພ້ອມດ້ວຍການນຳພັກແຂວງ, ມີບັນດາພະແນກການອ້ອມຂ້າງ ແຂວງຕະຫຼອດຮອດກຳລັງ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ໄດ້ເຂົ້າວາງພວງມະລາ ອະນຸສາວະລີນັກຮົບນິລະນາມ, ວາງກະຕ່າດອກໄມ້ທີ່ອະນຸສອນ ສະຖານ ປະທານ ໄກສອນ ພົມວິ ຫານ ແລະ ອະນຸສອນສະຖານປະ ທານ ສຸພານຸວົງ ເນື່ອງໃນໂອກາດ ລະນຶກວັນສ້າງຕັ້ງກອງທັບປະຊາ ຊົນລາວ ຄົບຮອບ 71 ປີ. ການເຂົ້າວາງພວງມະລາ ແລະ ກະຕ່າດອກໄມ້ຂອງການນຳແຂວງ ໃນຄັ້ງນີ້ແມ່ນ ເພື່ອລະນຶກເຖິງຄຸນ ງາມຄວາມດີຂອງບັນດານັກຮົບ ປະຕິວັດລວມໄປເຖິງພໍ່ແມ່ປະຊາ ຊົນລາວ ບັນດາເຜົ່າຜູ້ທີ່ໄດ້ເສຍ ສະຫຼະຊີວິດເລືອດເນື້ອໃນຂະ ບວນການຕໍ່ສູ້ກັບຈັກກະພັດລ່າ ເມືອງຂຶ້ນແບບເກົ່າ ແລະ ໃໝ່ ໂດຍ ສະເພາະແມ່ນປະທານ ໄກສອນ ພົມວິຫານ ພ້ອມດ້ວຍບັນດາທ່ານ ຜູ້ນຳໄດ້ເອົາໃຈໃສ່ໃນການປຸກລະ ດົມປະຊາຊົນລາວ ບັນດາເຜົ່າ ພາຍໃຕ້ຄັນທຸງຂອງພັກປະຊາຊົນ ປະຕິວັດລາວ ຈົນສາມາດຍາດໄດ້ ໄຊຊະນະຄັ້ງຍິ່ງໃຫຍ່ຢ່າງສະ ຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975. ໃນໂອກາດລະນຶກວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 71 ປີ ໃນນາມການນຳພັກ-ລັດ ແຂວງທຸກພາກສ່ວນຂໍຈົດຈຳທຸກ ຄຳສອນ ແລະ ຂໍສືບຕໍ່ຄົ້ນຄວ້າຮ່ຳ ຮຽນເອົາແບບຢ່າງຄຸນສົມບັດສິນ ທຳປະຕິວັດ ແລະ ແບບແຜນວິທີນຳ ພາຂອງປະທານໄກສອນ ພົມວິ ຫານ ເພື່ອເປັນເຂັມທິດໃນການ ວາງແນວທາງຂອງພັກ, ກົດໝາຍ ຂອງລັດຢ່າງຖືກຕ້ອງ ເພື່ອສືບຕໍ່ ນຳພາ, ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດຕາມ ແນວທາງປ່ຽນແປງໃໝ່ຂອງພັກ ຢ່າງໜັກແໜ້ນ, ຄະນະນຳຂັ້ນ ແຂວງຍັງໄດ້ຢ້ຽມຢາມກອງ 589 ສສ ຫວຽດນາມ ແລະ ຈູດທູບ ໄວ້ອາໄລເຖິງດວງວິນຍານຂອງ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະ ຫຼະຊີວິດໃນການປະຕິບັດໜ້າທີ່ ສາກົນຊ່ວຍເຫຼືອລາວໃນປາງສົງ ຄາມ ເວົ້າລວມ, ເວົ້າສະເພາະຢູ່ ສະໝໍລະພູມແຂວງຄຳມ່ວນ. ຄະ ນະນຳຂັ້ນແຂວງຍັງສືບຕໍ່ຢ້ຽມ ຢາມໂຮງໝໍທະຫານແຂວງ, ເພື່ອ ຖາມຂ່າວຄາວສຸຂະພາບຂອງ ພະ ນັກງານ-ນັກຮົບທີ່ກຳລັງປິ່ນປົວ ຢູ່ໂຮງໝໍ ແລະ ໃຫ້ກຳລັງໃຈແພດ ໝໍໃນການປະຕິບັດໜ້າທີ່ຂອງ ຕົນ. ໂດຍ : ວິໄລວອນ ພົມມະວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ