ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງປະຊຸມເປີດກວ້າງຄະນະຮັບຜິດຊອບຊີ້ນຳ ພັດທະນາເຂດຈຸດສຸມໃຈກາງແຂວງໄຊສົມບູນ
ເວລາອອກຂ່າວ: 2020-02-04 09:40:30 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 35 | ຄວາມນິຍົມ:



ກອງປະຊຸມເປີດກ້ວາງຄະ ນະຮັບຜິດຊອບຊີ້ນຳພັດທະນາ ເຂດຈຸດສຸມໃຈກາງຢູ່ແຂວງໄຊ ສົມບູນເພື່ອຜັນຂະຫຍາຍດຳລັດ ວ່າດ້ວຍນະໂຍບາຍການພັດທະ ນາເສດຖະກິດຂອງແຂວງໄຊສົມ ບູນ ໄດ້ຈັດຂຶ້ນໃນວັນທີ 3 ກຸມພາ ນີ້, ໂດຍການເປັນປະທານຂອງ ສະຫາຍ ພັນຄຳ ວິພາວັນ ກຳມະ ການກົມການເມືອງສູນກາງພັກ ຮອງປະທານປະເທດ ຜູ້ປະຈຳ ການຄະນະເລຂາທິການສູນ ກາງພັກ ຫົວໜ້າຄະນະຊີ້ນຳ ພັດທະນາເຂດຈຸດສຸມໃຈກາງ, ສະຫາຍພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການ ເມືອງສູນກາງພັກ ລັດຖະມົນຕີ ກະຊວງປ້ອງກັນປະເທດ ຮອງ ຫົວໜ້າຄະນະຊີ້ນຳພັດທະນາ ເຂດຈຸດສຸມໃຈກາງ, ມີສະຫາຍ ເລຂາທິການສູນກາງພັກ, ກຳມະ ການສູນກາງພັກ, ລັດຖະມົນຕີ, ຮອງລັດຖະມົນຕີ, ຫ້ອງວ່າການ ສູນກາງພັກ, ຄະນະຮັບຜິດຊອບ ເຂດຈຸດສຸມໃຈກາງແຂວງໄຊສົມ ບູນ, ພະແນກການທີ່ກ່ຽວຂ້ອງ, ຕະຫຼອດຮອດອະນຸກຳມະການ ແລະ ບັນດາຫົວໜ່ວຍທຸລະກິດ ເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມໃນ ຄັ້ງນີ້ແມ່ນປະຕິບັດຕາມດຳລັດ ເລກທີ 414 ຂອງລັດຖະບານ ວ່າດ້ວຍການຮັບ ຮອງເອົາຍຸດທະສາດການພັດ ທະນາຈຸດສຸມໃຈກາງແຂວງ ໄຊ ສົມບູນ ເພື່ອການຈັດຕັ້ງຜັນຂະ ຫຍາຍ ແລະ ປະຕິບັດມະຕິຂອງ ກົມການເມືອງສູນກາງພັກ ສະ ບັບ ເລກທີ055/ກມສພ ໃຫ້ເຂົ້າ ສູ່ການກະທຳຕົວຈິງ, ກຳນົດຫຼັກ ການ,ລະບຽບການ ແລະ ມາດ ຕະການກ່ຽວກັບການຈັດຕັ້ງປະ ຕິບັດນະໂຍບາຍພິເສດເພື່ອຊຸກຍູ້ ສົ່ງເສີມ ແລະ ດຶງດູູດນັກລົງທຶນ ທັງພາຍໃນແລະຕ່າງປະເທດ, ຜູ້ປະກອບການທີ່ມີຄຸນນະພາບ ເຂົ້າມາລົງທຶນ ແລະ ພັດທະນາ ຢູ່ແຂວງໄຊສົມບູນ ໃຫ້ມີລະດັບ ການພັດທະນາເສດຖະກິດ-ສັງ ຄົມທຽບທັນກັບບັນດາເເຂວງ ອື່ນໆໄປຄວບຄູ່ກັບການທົດລອງ ແບ່ງຂັ້ນຄຸ້ມຄອງດ້ານງົບປະ ມານ, ການເງິນລະຫວ່າງສູນ ກາງ ແລະ ທ້ອງຖິ່ນໃຫ້ກົມກຽວ ສອດຄ່ອງໃນການແກ້ໄຂຄວາມ ທຸກຍາກສ້າງພື້ນຖານເສດຖະ ກິດ-ສັງຄົມໃຫ້ໝັ້ນທ່ຽງເປັນມິດ ກັບສິ່ງແວດລ້ອມຕາມທິດສີ ຂຽວແລະຍືນຍົງ, ນອກນັ້ນກໍຕ້ອງ ຍົກສູງປະສິດທິພາບຂອງການ ຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ດ້ວຍກົດໝາຍຢູ່ແຂວງໄຊສົມບູນ ໃຫ້ມີປະສິດທິພາບໃນການບໍລິ ຫານຂັ້ນທ້ອງຖິ່ນ, ສ້າງສະພາບ ແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການພັດທະນາຢ່າງຍຸຕິທຳ ແລະ ທົ່ວເຖິງທັງຮັບປະກັນສິດເປັນ ເຈົ້າຂອງປະຊາຊົນບັນດາເຜົ່າ ຕາມລັດຖະທຳມະນູນ ແລະ ກົດ ໝາຍ. ໂອກາດນີ້, ສະຫາຍ ພົນຕີ ຄຳ ລຽງ ອຸທະໄກສອນ ເລຂາພັກ ແຂວງເຈົ້າແຂວງໆໄຊສົມບູນໄດ້ ຂຶ້ນຜ່ານແຜນການຈັດຕັ້ງປະຕິ ບັດການຊີ້ນຳພັດທະນາເຂດຈຸດ ສຸມໃຈກາງແຂວງໄຊສົມບູນ ໃຫ້ ກອງປະຊຸມຮັບຊາບວ່າ: ໂດຍ ປະຕິບັດຕາມມະຕິຂອງກົມການ ເມືອງສູນກາງພັກວ່າດ້ວຍການ ຈັດຕັ້ງວຽກງານ 3 ສ້າງ, ພັດທະ ນາເຂດໃຈກາງຢູ່ແຂວງໄຊສົມ ບູນໄດ້ສຸມໃສ່ນຳພາການເມືອງ-ນຳພາແນວຄິດເຮັດໃຫ້ປະຊາ ຊົນບັນດາເຜົ່າມີຄວາມເຊື່ອໝັ້ນ ຕໍ່ການນຳພາຂອງພັກປະຕິບັດ ກົດໝາຍຂອງລັດ, ເປັນເຈົ້າຕົນ ເອງຕີຖອຍແນວຄິດຄອງເດີມ ໃຫ້ໝົດໄປ. ໄດ້ເຂົ້າຮ່ວມຂະບວນ ການແຂ່ງຂັນຮັກຊາດ ແລະ ພັດ ທະນາ, ຂົງເຂດວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະ ຫງົບໄດ້ຫັນເອົາກຳລັງ ປກຊ-ປກສ ແຂວງ ແລະ ພະນັກງານລົງ ກໍ່ສ້າງຮາກຖານການເມືອງຕາມ 4 ເນື້ອໃນ 4 ຄາດໝາຍຮັບປະ ກັນເຮັດໃຫ້ແຂວງມີຄວາມສະ ຫງົບປອດໄພໜັກແໜ້ນຂຶ້ນ, ວຽກງານເສດຖະກິດມະຫາພາກ ໄດ້ຂະຫຍາຍຕົວບໍ່ຫຼຸດ 7% ລວມ ຍອດຜະລິດຕະພັນພາຍໃນປະຕິ ບັດໄດ້ 1.050,18 ຕື້ກີບເທົ່າ ກັບ 11 ລ້ານກວ່າກີບ ຫຼື ປະມານ 1.330 ໂດລາຕໍ່ຄົນຕໍ່ປີ, ໃນນັ້ນ ຂະແໜງກະສິກຳຂະຫຍາຍຕົວ 7,7% ກວມເອົາ 55,4% ຂອງ GDP, ຂະແໜງອຸດສາຫະກຳ ຂະຫຍາຍຕົວ 5,6% ກວມເອົາ 18,2% ຂອງ GDP, ຂະແໜງ ບໍລິການຂະຫຍາຍຕົວ 7,1% ກວມເອົາ 26,4% ຂອງ GDP, ມາຮອດປັດຈຸບັນລວມມີ 183 ໂຄງການມູນຄ່າ 3.523,42 ຕື້ ກີບແຕ່ໄດ້ຮັບອະນຸມັດທຶນ ໃນປີ 2019 ຈຳນວນ 123,49 ຕື້ກີບ, ການຈັດເກັບລາຍຮັບຕາມການມອບໝາຍຂອງລັດໃນປີ 2019 ຈຳນວນ 75 ຕື້ກີບ,ຜ່ານການຈັດ ຕັ້ງປະຕິບັດຕົວຈິງປະຕິບັດໄດ້ 79,21 ຕື້ກີບ, ຂະແໜງການເງິນ ໄດ້ເກັບລາຍຮັບເຂົ້າງົບປະມານ ຂອງແຂວງຕາມຄາດໝາຍສູ້ ຊົນຂອງແຂວງຢ່າງຮັດກຸມ ແລະ ສອດຄ່ອງ, ອຸດຕັນຈຸດທີ່ຮົ່ວໄຫຼ ເຂົ້າ-ອອກປະຕູດຽວ, ຂົງເຂດ ວຽກງານວັດທະນະທຳ-ສັງຄົມ ແລະ ຍຸຕິທຳກວມເອົາ 59%, ມີ ໂຮງຮຽນປະຖົມສົມບູນ, ໂຮງໝໍ ແຂວງ, ເມືອງ, ສຸກສາລາ, ເຮັດໃຫ້ ປະຊາຊົນເຂົ້າເຖິງການບໍລິການ, ຂະແໜງການພະລັງງານ ແລະ ບໍ່ແຮ່ໄດ້ປະຕິບັດຕາມແນວທາງ ນະໂຍບາຍຂອງພັກ-ລັດກໍຄືຂະ ແໜງການທີ່ກ່ຽວຂ້ອງເຮັດໃຫ້ ສາມາດດຶງດູດນັກລົງທຶນທັງ ພາຍໃນ ແລະ ຕ່າງປະເທດນັບ ມື້ນັບຫຼາຍຂຶ້ນ, ວຽກງານການ ພົວພັນຮ່ວມມືກັບຕ່າງປະເທດ ໄດ້ປະຕິບັດຕາມແນວທາງນະໂຍ ບາຍການຕ່າງປະເທດຂອງພັກ ໂດຍສະເພາະແມ່ນປະເທດຮ່ວມມື ທາງດ້ານຍຸດທະສາດເຊັ່ນ: ສສ ຫວຽດນາມ, ສປ ຈີນ. ຈາກນັ້ນບັນດາອະນຸກຳມະ ການ, ພະແນກການທີ່ກ່ຽວຂ້ອງ ກໍໄດ້ຂຶ້ນປະກອບຄຳຄິດຄຳເຫັນ ໃສ່ວຽກງານພັດທະນາຈຸດສຸມ ເຂດໃຈກາງແຂວງໄຊສົມບູນ ຢ່າງກົງໄປກົງມາ ແລະ ມີເນື້ອ ໃນຄົບຖ້ວນ ແລະ ສະຫາຍປະ ທານກອງປະຊຸມ ກໍໄດ້ມີຄຳເຫັນ ເຈາະຈິ້ມແຕ່ລະອະນຸກຳມະການ ຮັບຜິດຊອບບັນດາໜ້າວຽກ, ພ້ອມທັງເນັ້ນໃຫ້ຄະນະຮັບຜິດ ຊອບຂັ້ນສູນກາງ ແລະ ທ້ອງຖິ່ນ ຕະຫຼອດຮອດຫົວໜ່ວຍທຸລະກິດ ຈົ່ງພ້ອມກັນສຸມເຫື່ອແຮງ, ສະຕິ ປັນຍາເຂົ້າໃນການບໍລິຫານຄຸ້ມ ຄອງແຜນພັດທະນາແຕ່ລະໜ້າ ວຽກງານໃຫ້ດຳເນີນໄປຖືກຕ້ອງ ຕາມທິດນຳທີ່ຄະນະຊີ້ນຳຈຸດສຸມ ກຳນົດໂດຍຖືເອົາແນວທາງປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກວາງອອກເປັນຫນ້າທີ່ຂອງໝົດ ທຸກຄົນ,ຫັນເອົາກຳລັງລົງກໍ່ສ້າງ ຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ, ໄປຄວບຄູ່ ກັບການຍາດແຍ່ງເອົາການລົງ ທຶນຈາກພາຍໃນ ແລະ ຕ່າງປະ ເທດໃຫ້ນັບມື້ຫຼາຍຂຶ້ນ, ຂົງເຂດ ວຽກງານຄົມມະນາຄົມຂົນສົ່ງ, ການສຶກສາ, ສາທາລະນະສຸກ, ຍຸຕິທຳ, ການເງິນ, ການທ່ອງ ທ່ຽວ, ກະສິກຳສົ່ງເສີມການຜະ ລິດ ແລະ ຂົງເຂດອື່ນ, ຂະແໜງ ການທີ່ກ່ຽວຂ້ອງຕ້ອງເປັນເສນາ ທິການໃຫ້ຂັ້ນເທິງກໍຄືອຳນາດ ການປົກຄອງທ້ອງຖິ່ນແຂວງໃນ ການປະກອບສ່ວນພັດທະນາ ເສດຖະກິດເຮັດໃຫ້ຊີວິດການເປັນ ຢູ່ຂອງປະຊາຊົນບັນດາເຜົ່າຮັ່ງ ມີ ແລະ ສີວິໄລຢ່າງແທ້ຈິງ,ສະ ນັ້ນຮຽກຮ້ອງໃຫ້ທຸກຄົນຕ້ອງໄດ້ ບຸກບືນສູ້ຊົນແລະຍົກສູງຄວາມ ເປັນເຈົ້າຕົນເອງໃຫ້ຫຼາຍຂຶ້ນ, ຍຶດໝັ້ນການພັດທະນາແບບສີ ຂຽວ ແລະ ຍືນຍົງຖືເອົາການພັດ ທະນາເສດຖະກິດເປັນໃຈກາງ ເອົາສິ່ງແວດລ້ອມເປັນສຳຄັນຮັບ ປະກັນ 3 ຜົນປະໂຫຍດຄື: ປະຊາ ຊົນ, ປະເທດຊາດ ແລະ ຜູ້ລົງທຶນ ຢ່າງກົມກຽວ, ໄປຄຽງຄູ່ກັບ ການເພີ່ມທະວີຄວາມສາມັກຄີ ພາຍໃນເປັນປຶກແຜ່ນແໜ້ນໜາ ເຊີດຊູນ້ຳໃຈຮັກຊາດຮັກລະບອບ ໃໝ່ເປັນເຈົ້າຕົນເອງພັດທະນາ ແຂວງໄຊສົມບູນ ໃຫ້ກ້າວຂຶ້ນສູ່ ຈຸດໝາຍທີ່ພັກວາງອອກ. ໂດຍ: ວັນໄຊ ໄຊສະຫວັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ