ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສະຖານທູດຈີນ ປະຈຳລາວ ຖະແຫຼງຂ່າວການປ້ອງກັນ ແລະ ຄວບຄຸມພະຍາດອັກເສບປອດ ຈາກເຊື້ິອຈຸລະໂຣກສາຍພັນໃໝ່
ເວລາອອກຂ່າວ: 2020-02-04 09:38:03 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 27 | ຄວາມນິຍົມ:



ຕອນບ່າຍຂອງວັນທີ 3 ກຸມ ພາ ນີ້, ສະຖານເອກອັກຄະລັດ ຖະທູດ ສປ ຈີນ ປະຈໍາລາວໄດ້ຈັດ ການຖະແຫຼງຂ່າວກ່ຽວກັບການ ປ້ອງກັນ ແລະ ຄວບຄຸມພະຍາດ ອັກເສບປອດຈາກເຊື້ອຈຸລະໂຣກ ສາຍພັນໃໝ່, ໂດຍການຖະແຫຼງ ຂອງທ່ານ ຈຽງ ຈາຍຕົງ, ເອກ ອັກຄະລັດຖະທູດວິສາມັນຜູ້ມີ ອຳນາດເຕັມ ແຫ່ງ ສປ ຈີນ ປະ ຈຳ ສປປ ລາວ ເຊິ່ງມີສື່ມວນຊົນ ລາວຈາກຂະແໜງການຕ່າງໆ ເຂົ້າຮ່ວມ. ໃນການຖະແຫຼງຂ່າວຄັ້ງນີ້ ທ່ານ ຈຽງ ຈາຍຕົງ ໄດ້ໃຫ້ຮູ້ເຖິງລາຍລະອຽດມາດຕະການໃນ ການປ້ອງກັນ ແລະ ຄວບຄຸມພະ ຍາດອັກເສບປອດຈາກເຊື້ອຈຸ ລະໂຣກສາຍພັນໃໝ່, ສະພາບ ການຂອງພະຍາດມີທ່າອ່ຽງຂະ ຫຍາຍຕົວຄືແນວໃດ, ສະພາບ ການຮ່ວມມືສາກົນກ່ຽວກັບການ ດຳເນີນວຽກງານປ້ອງກັນເຊື້ອ ພະຍາດ, ສະພາບການຂອງເຊື້ອ ພະຍາດຢູ່ນະຄອນອູຫັ້ນ ແລະ ສະພາບການຂອງຄົນລາວຜູ້ທີ່ຢູ່ນະຄອນອູຫັ້ນໂດຍສະເພາະນັກ ຮຽນຕ່າງປະເທດເປັນຄືແນວໃດ. ນອກນີ້ທ່ານຍັງໄດ້ກ່າວເຖິງການ ຮ່ວມມືໃນການປ້ອງກັນ ແລະ ຄວບຄຸມການລະບາດຂອງພະ ຍາດ ໂຄໂຣນາ ໄວຣັສ ສາຍພັນ ໃໝ່ (2019 nCOV) ລະຫວ່າງ ຈີນ ແລະ ລາວ. ທ່ານ ຈຽງ ຈາຍຕົງຍັງໄດ້ ໃຫ້ຮູ້ເຖິງມາດຕະການການຊີ້ ນໍາຄົນຈີນໃນລາວ ແລະ ການ ຮ່ວມມືປ້ອງກັນເຊື້ອພະຍາດ ດັ່ງກ່າວໃນລາວ, ເຊິ່ງພັກ ແລະ ລັດຖະບານລາວໃຫ້ຄວາມສຳຄັນ ສູງຕໍ່ການປ້ອງກັນການແຜ່ ລະບາດຂອງພະຍາດດັ່ງກ່າວ, ໄດ້ແຕ່ງຕັ້ງໜ່ວຍງານສະເພາະ ກິດລະດັບຊາດໂດຍ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ເປັນຫົວໜ້າຄະນະສະເພາະກິດ ແລະ ທ່ານ ຮສ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງ ສາທາລະນະສຸກ ເປັນຮອງຄະ ນະຮັບຜິດຊອບໂດຍກົງ ແລະ ອອກມາດຕະການຕ່າງໆເພື່ອ ຄວບຄຸມການລະບາດຂອງພະ ຍາດ ເຊັ່ນ ຕິດຕາມກວດກາອຸນ ຫະພູມຮ່າງກາຍໃນບໍລິເວນດ່ານ ສາກົນ ແລະ ສະຖານທີ່ຄົນເຕົ້າ ໂຮມກັນຫຼາຍ. ນອກນີ້ແລ້ວຝ່າຍ ລາວຍັງຍົກລະດັບການໂຄສະ ນາເຜີຍແຜ່ຄວາມຮູ້ກ່ຽວກັບການ ປ້ອງກັນການລະບາດຜ່ານສື່ ຕ່າງໆ. ພວກເຮົາຕີລາຄາຢ່າງ ສູງຕໍ່ວຽກງານດັ່ງກ່າວຂອງຝ່າຍ ລາວ. ສຳລັບຝ່າຍຈີນຄືກັນກັບ ພັກ ແລະ ລັດຖະບານລາວ ໃຫ້ ຄວາມສຳຄັນສູງຕໍ່ວຽກງານ ປ້ອງກັນການລະບາດຂອງພະ ຍາດໃນລາວ ແລະ ເອົາໃຈໃສ່ຕໍ່ສຸ ຂະພາບ ແລະ ຄວາມປອດໄພ ຂອງປະຊາຊົນສອງປະເທດ. ດ້ວຍຈິດໃຈທີ່ມີຄວາມຮັບຜິດ ຊອບສູງ ແລະ ມີຄວາມພະຍາ ຍາມຫຼາຍທີ່ສຸດເພື່ອປ້ອງກັນການແຜ່ລະບາດຂອງພະຍາດ ດັ່ງກ່າວ. ປັດຈຸບັນສະພາບລວມຂອງ ພະຍາດຍັງສັບສົນຢູ່ ແລະ ຍັງ ຢູ່ໃນໄລຍະທີ່ເປັນຂໍກຸນແຈດ້ານ ການປ້ອງກັນແລະ ຄວບຄຸມ. ສັງເກດເບິ່ງໃນແງ່ຂົງເຂດການ ແຜ່ລາມປັດຈຸບັນນີ້ 31 ແຂວງ ແລະ ເຂດຮົງກົງ-ມາກາວ-ໃຕ້ ຫວັນກໍໄດ້ພົບເຫັນຜູ້ຕິດພະຍາດ. ຄິດໄລ່ຮອດ 24:00 ໂມງ ວັນທີ 2 ກຸມພານີ້, ໃນ 31 ແຂວງຂອງ ຈີນ ໄດ້ມີຜູ້ຕິດພະຍາດ 17.205 ຄົນ, ເສຍຊີວິດ 361 ຄົນ, ປິ່ນປົວ ໄດ້ 475 ຄົນ. ໂດຍລວມແລ້ວ ພະຍາດດັ່ງກ່າວແມ່ນປ້ອງກັນ, ຄວບຄຸມ ແລະ ປິ່ນປົວໄດ້. ໂດຍ: ນາງ ບຸນທະວີ ວັນນາລີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ