ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 71 ປີ
ເວລາອອກຂ່າວ: 2020-01-30 09:55:52 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 36 | ຄວາມນິຍົມ:



ໂດຍປະຕິບັດຕາມທິດຊີ້ ນຳຂອງລັດຖະມົນຕີກະຊວງ ປ້ອງກັນປະເທດ ແຫ່ງ ສປປ ລາວ ກ່ຽວກັບການຈັດຕັ້ງສະ ເຫຼິມສະຫຼອງວັນສ້າງຕັ້ງກອງ ທັບປະຊາຊົນລາວຄົບຮອບ 71 ປີ ໃນທົ່ວກອງທັບປະຊາຊົນ ລາວ ຄະນະຮັບຜິດຊອບໂຄງ ການກວດກູ້ ແລະ ທຳລາຍລະ ເບີດບໍ່ທັນແຕກກອງທັບລາວ- ຣັດເຊຍ ຈຶ່ງໄດ້ຈັດຕັ້ງພິທີລະນຶກ ຫວນຄືນມູນເຊື້ອປະຫວັດສາດ ແຫ່ງການກຳເນີດ ແລະ ເຕີບ ໃຫຍ່ຂະຫຍາຍຕົວຂອງກອງທັບ ປະຊາຊົນລາວຕະຫຼອດໄລຍະ 71 ປີທີ່ຜ່ານມາ ໃຫ້ບັນດານາຍ ແລະ ພົນທະຫານລາວ-ຣັດເຊຍ ທີ່ພວມກຳລັງປະຕິບັດໜ້າທີ່ກວດ ກູ້ ແລະ ທຳລາຍລະເບີດບໍ່ທັນແຕກຢູ່ເດີ່ນບິນທົ່ງໄຫຫີນ ແຂວງ ຊຽງຂວາງ ໄດ້ຮັບຮູ້ປະຫວັດ ສາດຂອງຊາດລາວ ແລະ ຮັບ ຮູ້ການເຕີບໃຫຍ່ຂະຫຍາຍຕົວ ຂອງກອງທັບແຫ່ງ ສປປ ລາວ ເຊິ່ງໄດ້ຈັດຂຶ້ນໃນວັນທີ 29 ມັງ ກອນ 2020 ນີ້, ຢູ່ທີ່ແຂວງ ຊຽງຂວາງ ໂດຍການເປັນປະ ທານຂອງ ສະຫາຍ ພົນຕີ ອ່ອນ ສີ ແສນສຸກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ, ຫົວໜ້າຄະນະຊີ້ນຳ ໂຄງການກວດກູ້ ແລະ ທຳລາຍ ລະເບີດບໍ່ທັນແຕກລາວ-ຣັດເຊຍ, ມີ ສະຫາຍ ພັນໂທ ໂປຣຄູນົບ ອາເລັກຊານເດີ ເຊເກເຢຍວິດ ຫົວໜ້າບັນຊາກຳລັງກວດກູ້ ລະເບີດສາກົນກຳລັງປະກອບອາ ວຸດ ສະຫະພັນ ຣັດເຊຍ, ມີບັນດາ ສະຫາຍຄະນະຊີ້ນຳຕະຫຼອດ ຮອດວິຊາການກວດກູ້ ແລະ ທຳ ລາຍລະເບີດບໍ່ທັນ ແຕກລາວ-ຣັດ ເຊຍເຂົ້າຮ່ວມ. ໃນພິທີ ສະຫາຍ ພົນຕີ ອ່ອນ ສີ ແສນສຸກ ໄດ້ເລົ່າຄືນສະພາບ ການກ່ອນການສ້າງຕັ້ງກອງທັບ ປະຊາຊົນລາວ, ເຊິ່ງຍົກໃຫ້ເຫັນ ມູນເຊື້ອປະຕິວັດການຕໍ່ສູ້ຢ່າງ ພິລາດອາດຫານຂອງປະຊາຊົນ ລາວບັນດາເຜົ່າຜູ້ຮັກຊາດຈົນ ນໍາໄປສູ່ການກໍາເນີດເກີດຂຶ້ນເປັນ ກອງທັບປະຊາຊົນລາວ ແລະ ປະກາດສ້າງຕັ້ງຢ່າງເປັນທາງ ການໃນວັນທີ 20 ມັງກອນ 1949 ຜ່ານເສັ້ນທາງແຫ່ງ ການສ້າງຕັ້ງ, ສູ້ຮົບມີໄຊ ແລະ ເຕີບໃຫຍ່ຂະຫຍາຍຕົວ, ພາຍໃຕ້ ການນໍາພາອັນປີຊາສາມາດສະ ຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວກອງທັບປະຊາຊົນ ລາວໄດ້ຜ່ານຜ່າອຸປະສັກນາໆ ປະການບໍ່ຈັກວ່າເທົ່າໃດ ແລະ ເຕັມໄປດ້ວຍການເສຍສະຫຼະອັນ ໃຫຍ່ຫຼວງໃນພາລະກິດຕໍ່ສູ້ປົດ ປ່ອຍປະເທດຊາດ, ເຮັດສໍາເລັດ ພະລະກໍາປະຫວັດສາດທີ່ພັກ ແລະ ປະຊາຊົນມອບໝາຍໃຫ້ ຢ່າງມີໄຊ, ສາມາດຕີເອົາໄຊຊະ ນະພວກຈັກກະພັດລ່າເມືອງຂຶ້ນ ແບບເກົ່າ ແລະ ແບບໃໝ່ ພ້ອມ ດ້ວຍລູກແຫຼ້ງຕີນມືຂອງພວກ ເຂົາ, ປົດປ່ອຍປະເທດຊາດໄດ້ ຢ່າງສົມບູນ ແລະ ສະຖາປະນາ ເປັນປະເທດ ສປປ ລາວ ໃນ ວັນທີ 2 ທັນວາ 1975 ຢ່າງ ສະຫງ່າຜ່າເຜີຍ, ມາເຖິງປັດຈຸ ບັນຍັງເປັນກໍາລັງຫຼັກແຫຼ່ງໃນ ການປົກປັກຮັກສາໝາກຜົນ ຂອງການປະຕິວັດ ແລະ ລະ ບອບໃໝ່ໄວ້ໄດ້ຢ່າງໝັ້ນຄົງ. ຜ່ານໄລຍະ 71 ປີແຫ່ງການກຳ ເນີດເຕີບໃຫຍ່ກອງທັບເຮົາຍັງ ເສີມຂະຫຍາຍທາດແທ້ປະຕິວັດ ມູນເຊື້ອອັນສະຫງ່າງາມຂອງ ຊາດໃຫ້ໝັ້ນຄົງ ບົນພື້ນຖານມີ ຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະ ຊາຊົນ, ຕໍ່ອຸດົມການສັງຄົມນິ ຍົມ, ມີລະບຽບແບບແຜນ, ມີ ຄວາມເຂັ້ມງວດ, ມີຄວາມອົງ ອາດກ້າຫານ, ມີນ້ຳໃຈເສຍສະ ຫຼະອັນສູງສົ່ງເພື່ອຊາດ, ເພື່ອ ປະຊາຊົນຢ່າງແທ້ຈິງ. ຂ່າວຍັງ ໃຫ້ຮູ້ຕື່ມອີກວ່າ: ໃນຕອນແລງ ມື້ດຽວກັນນີ້ ບັນດາສະຫາຍຄະ ນະຊີ້ນຳໂຄງການກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກລາວ-ຣັດເຊຍ ພ້ອມດ້ວຍພະນັກງານ ວິຊາການການກວດກູ້ ແລະ ທຳ ລາຍລະເບີດບໍ່ທັນແຕກ ແລະ ພາກສ່ວນທີ່ກ່ຽວຂ້ອງກໍໄດ້ພ້ອມ ກັນລົງຢ້ຽມຢາມສຳຫຼວດສະ ໜາມກວດກູ້ລະເບີດ ແລະ ໄດ້ ຮັບຟັງການລາຍງານໂດຍຫຍໍ້ ຈາກ ສະຫາຍ ພັນໂທ ໂປຣຄູນົບ ອາເລັກຊານເດີ ເຊເກເຢຍວິດ ຫົວໜ້າບັນຊາກຳລັງກວດກູ້ລະ ເບີດສາກົນ ກຳລັງປະກອບອາ ວຸດ ສະຫະພັນຣັດເຊຍວ່າ: ໄດ້ ເລີ່ມຕົ້ນປະຕິບັດວຽກງານກວດ ກູ້ລະເບີດ 25/10/2019 ໃນ ເນື້ອທີ່ທັງໝົດ 120 ເຮັກຕາ, ຜ່ານການຈັດຕັ້ງປະຕິບັດແຕ່ມື້ ເລີ່ມຕົ້ນຮອດວັນທີ 28/01/ 2020 ສາມາດກວດກູ້ໄດ້ໃນ ເນື້ອທີ່ 5.9032 ແມັດກາເລ, ຢູ່ໃນເຂດນີ້ເກັບກູ້ວັດຖຸລະເບີດ ທີ່ຍັງບໍ່ທັນແຕກໄດ້ 478 ອັນ ໃນນັ້ນມີ: ລູກປືນທີ່ຍິງມາຈາກ ອາກາດ 234 ລູກ, ລູກປືນໃຫຍ່ 136 ລູກ, ລະເບີດ 63 ໜ່ວຍ, ບົມບີ່ 43 ໜ່ວຍ, ບົມ 1 ໜ່ວຍ, ມິ່ນຕ້ານທະຫານຮາບ 1 ໜ່ວຍ, ຕາມແຜນການຈະປະຕິບັດໜ້າ ທີ່ກວດກູ້ຮອດວັນທີ 26/03/ 2020 ຈຶ່ງສຳເລັດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ