ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານແຂວງໄຊຍະບູລີ ປະກາດການຈັດຕັ້ງບາງຕຳແໜ່ງ
ເວລາອອກຂ່າວ: 2020-01-29 09:50:24 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 27 | ຄວາມນິຍົມ:



ພິທີປະກາດການຈັດຕັ້ງ ແລະ ປະກາດການເລື່ອນຊັ້ນໃຫ້ນາຍ ທະຫານຢູ່ກອງບັນຊາການທະ ຫານແຂວງໄຊຍະບູລີ ໄດ້ຈັດຂຶ້ນ ໃນວັນທີ 24 ມັງກອນ ນີ້, ຢູ່ທີ່ ສະໂມສອນຂອງກອງບັນຊາ ການໂດຍການໃຫ້ກຽດເຂົ້າຮ່ວມ ແລະເປັນປະທານຂອງ ສະຫາຍ ພົນ ຈັດຕະວາ ຄໍາໝັ້ນ ວັນນະວົງ ຫົວໜ້າການເມືອງ ກອງບັນຊາ ການ ທະຫານແຂວງໄຊຍະບູລີ, ມີຄະນະພັກ-ຄະນະບັນຊາ 5 ຫ້ອງ, ພະນັກງານພະແນກການ-ກົມກອງອ້ອມຂ້າງກອງບັນຊາ ການເຂົ້າຮ່ວມ. ສະຫາຍ ພັນໂທ ສີປະເສີດ ສອນພັນ ຫົວໜ້າພະແນກພະນັກ ງານກອງບັນຊາການທະຫານ ແຂວງໄຊຍະບູລີ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະ ເທດ ແລະ ຂໍ້ຕົກລົງຂອງກົມໃຫຍ່ ການເມືອງກອງທັບ ອີງຕາມກົດ ໝາຍນາຍທະຫານກອງທັບປະ ຊາຊົນລາວ (ສະບັບປັບປຸງ) ໝວດທີ 3 ມາດຕາທີ 22, ມາດ ຕາທີ 23 ແລະໝວດທີ 4 ມາດ ຕາທີ 26 ວ່າດ້ວຍການເລື່ອນ ຊັ້ນໃຫ້ນາຍທະຫານໃນກອງທັບ ປະຊາຊົນລາວ ແລະ ອີງຕາມ ຄວາມຮຽກຮ້ອງຂອງໜ້າທີ່ວຽກ ງານ ແລະ ເພື່ອປັບປຸງການຈັດ ຕັ້ງໃຫ້ມີຄວາມໜັກແໜ້ນເຂັ້ມ ແຂງ ເຮັດສຳເລັດໜ້າທີ່ປົກປັກ ຮັກສາ ແລະ ພັດທະນາປະເທດ ຊາດ, ໃນນີ້ໄດ້ປະກາດໃຫ້ພະນັກ ງານພັກຜ່ອນລໍຖ້າຮັບບຳນານ ຈຳນວນ 3 ສະຫາຍ ແລະ ປະ ກາດຫົວໜ້າ ແລະ ຮອງຫົວໜ້າ ພະແນກຈຳນວນໜຶ່ງ, ປະກາດ ເລື່ອນຊັ້ນ ຮ້ອຍຕີ ຂຶ້ນ ຮ້ອຍໂທ 14 ສະຫາຍ, ເລື່ອນຊັ້ນ ແລະ ທຽບຊັ້ນ ຮ້ອຍໂທ ຂຶ້ນ ຮ້ອຍເອກ 55 ສະຫາຍ, ເລື່ອນຊັ້ນ ແລະ ທຽບຊັ້ນ ຮ້ອຍເອກ ຂຶ້ນ ພັນຕີ 20 ສະຫາຍ ແລະ ເລື່ອນຊັ້ນ ພັນຕີ ຂຶ້ນ ພັນໂທ 15 ສະຫາຍ. ໂອກາດນີ້ ສະຫາຍ ພົນຈັດຕະວາ ຄຳໝັ້ນ ວັນນະວົງ ໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ທີ່ບັນດາສະຫາຍຍາດມາໄດ້ໃນ ໄລຍະຜ່ານມາ ພ້ອມທັງໄດ້ເນັ້ນ ໃຫ້ບັນດາສະຫາຍທີ່ໄດ້ຮັບໜ້າ ທີ່ໃໝ່ ແລະ ຜູ້ທີ່ໄດ້ຮັບການເລື່ອນ ຊັ້ນໃໝ່ໃນຄັ້ງນີ້ຈົ່ງຍົກສູງຄວາມ ຮັບຜິດຊອບຕໍ່ໜ້າທີ່ວຽກງານທີ່ ໄດ້ຮັບມອບໝາຍ, ເອົາໃຈໃສ່ຄົ້ນ ຄວ້າຮໍ່າຮຽນວຽກງານຕົວຈິງ ຍົກສູງຄວາມສາມັກຄີຢ່າງສະ ໜິດແໜ້ນທັງພາຍໃນ ແລະ ພາຍ ນອກ, ມີສະຕິລະວັງຕົວຕໍ່ເລ່ຫຼ່ຽມ ກົນອຸບາຍຫັນປ່ຽນໂດຍສັນຕິ ຂອງພວກອິດທິກຳລັງປໍລະປັກ ພ້ອມກັນເຮັດສຳເລັດໜ້າທີ່ ທີ່ຂັ້ນ ເທິງມອບໝາຍໃຫ້ປະກົດຜົນ ເປັນຈິງ. ໂດຍ: ນາງ ບົວລິວັນ ໂສພາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ