ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 21 ມັງກອນ 2026

  

ຫ້ອງການກອງບັນຊາການທະຫານແຂວງຫຼວງພະບາງ ສະຫຼຸບວຽກງານຮອບດ້ານ ປະຈຳປີ 2019
ເວລາອອກຂ່າວ: 2020-01-07 09:20:21 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 972 | ຄວາມນິຍົມ:



ກອງປະຊຸມສະຫຼຸບວຽກງານ ຮອບດ້ານ ປະຈໍາປີ 2019 ແລະ ວາງທິດທາງແຜນການປີ 2020 ຂອງຫ້ອງການກອງບັນຊາການ ທະຫານແຂວງຫຼວງພະບາງໄດ້ ຈັດຂຶ້ນເມື່ອບໍ່ດົນຜ່ານມານີ້ໂດຍ ການເປັນປະທານຂອງສະຫາຍ ພັນເອກ ວິລ່ຽມ ວົງທິສານ ຮອງເລຂາຄະນະພັກ ຫົວໜ້າການ ເມືອງກອງບັນຊາການທະຫານ ແຂວງ, ມີຄະນະພັກ-ຄະນະບັນ ຊາ, ພະນັກງານ-ນັກຮົບພາຍໃນ ອົງການດັ່ງກ່າວເຂົ້າຮ່ວມ. ສະຫາຍ ພັນໂທ ວິລະສິນ ມິດ ຕະພອນ ເລຂາຄະນະພັກຮາກ ຖານ, ຫົວໜ້າຫ້ອງການກອງ ບັນຊາການທະຫານແຂວງຫຼວງ ພະບາງໃຫ້ຮູ້ວ່າ: ໃນ 1 ປີຜ່ານ ມາບົນພື້ນຖານປະຕິບັດວຽກ ງານປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະ ຊວງປ້ອງກັນປະເທດວາງອອກ ໂດຍສະເພາະແມ່ນວຽກງານເຮັດໃຫ້ສະພາບມີຄວາມສະຫງົບ ແມ່ນໄດ້ປັບປຸງກໍ່ສ້າງກໍາລັງທາງ ດ້ານການເມືອງ-ແນວຄິດດ້ວຍ ການນຳເອົາແນວທາງນະໂຍ ບາຍຂອງພັກ, ກົດໝາຍຂອງ ລັດ, ຂໍ້ກຳນົດ ແລະ ມະຕິ, ຄຳ ສັ່ງລວມທັງມູນເຊື້ອຕ່າງໆມາ ເຜີຍແຜ່ເຊື່ອມຊຶມ. ໄປພ້ອມ ກັບການປັບປຸງກໍ່ສ້າງໜ່ວຍພັກ, ສະມາຊິກພັກມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ ພ້ອມກັນ ນີ້ຍັງໄດ້ປັບປຸງກໍ່ສ້າງພະນັກງານ 3 ລຸ້ນ ດ້ວຍການສົ່ງໄປຍົກ ລະດັບວິຊາສະເພາະເຕັກນິກ ແລະ ພາສາຕ່າງປະເທດ, ຊຸກຍູ້ຊີ້ນໍາ ອົງການຈັດຕັ້ງມະຫາຊົນຮູ້ເຄື່ອນ ໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່. ຕິດພັນກັບການ ອົບຮົມຫັດແອບປັບປຸງລະບຽບ ແບບແຜນ, ຊຸກຍູ້ຊີ້ນຳວຽກ ງານວິຊາສະເພາະບັນດາພະ ແນກການ, ໜ່ວຍງານທີ່ຂຶ້ນກັບເຄື່ອນໄຫວຕາມພາລະບົດບາດ ມີຜົນສໍາເລັດເປັນກ້າວໆມາເຊັ່ນ: ວຽກງານຄົ້ນຄວ້າສັງລວມໄດ້ຂຽນບົດສະຫຼຸບ, ບົດສ່ອງແສງ ແລະ ບົດໂອ້ລົມລວມມີ 35 ບົດ, ສໍາເນົາເອກະສານ 175 ສະບັບ, ນຳເອກະສານເຂົ້າເຊັນຜ່ານກອງ ບັນຊາການ 2.732 ສະບັບ, ກ໋ອບປີ້ເອກະສານໃຫ້ກອງບັນຊາ ການ ແລະ ບັນດາກົມກອງ 9.718 ໜ້າ, ວຽກງານບໍລິຫານ ແມ່ນໄດ້ຮັບແຂກທັງພາຍໃນ ແລະ ຕ່າງປະເທດ 86 ຄັ້ງ, ແລ່ນລົດ ຮັບໃຊ້ພະນັກງານພາຍໃນແຂວງ 50 ຖ້ຽວ, ຮັບໃຊ້ວຽກຕ່າງ ແຂວງ 30 ຖ້ຽວ, ສົ່ງພະນັກງານ ໄປເຮັດວຽກຕ່າງປະເທດ 7 ຖ້ຽວ, ຮັບໃຊ້ກອງປະຊຸມ 40 ຄັ້ງ, ວຽກງານວິທະຍາສາດ- ປະຫວັດສາດການທະຫານໄດ້ ເຄື່ອນໄຫວເກັບກໍາຂໍ້ມູນນັກ ຮົບແຂ່ງຂັນ, ວີລະຊົນແຫ່ງຊາດ ພາຍໃນແຂວງ 2 ຄັ້ງ, ລົງສຳ ພາດພະນັກງານອາວຸໂສ 4 ຄັ້ງ, ເຄື່ອນໄຫວເກັບກໍາຂໍ້ມູນປະຫວັດ ສາດນຳພະແນກການຂອງ ແຂວງ 5 ຄັ້ງ, ບັນດາກົມກອງ ທົ່ວທະຫານແຂວງ 8 ຄັ້ງ, ວຽກງານກົດໝາຍໄດ້ເຄື່ອນໄຫວ ເຜີຍແຜ່ກົດໝາຍໃຫ້ບັນດາກົມ ກອງ 10 ຄັ້ງ, ວຽກງານຮັບຕ້ອນ ໄດ້ຮັບແຂກກະຊວງ 67 ຄັ້ງ, ຕ່າງປະເທດ 4 ຄັ້ງ, ຮັບແຂກ ບັນດາກົມກອງ 25 ຄັ້ງ, ຮັບໃຊ້ ປຸງແຕ່ງອາຫານ 25 ຄັ້ງ, ອະ ນາໄມລວມ-ຊັກເຄື່ອງ 245 ຄັ້ງ ແລະ ໜ່ວຍປະຕິບັດງານ 303 ໄດ້ເຄື່ອນໄຫວປະຕິບັດໜ້າທີ່ທັງ ໝົດ 65 ຄັ້ງ, ນອກຈາກນີ້ຄະນະພັກຍັງໄດ້ເອົາໃຈໃສ່ຊຸກຍູ້ຊີ້ນຳວຽກງານຮັບປະກັນຊີວິດ ການເປັນຢູ່ ໂດຍສຸມໃສ່ສ້າງພະ ລາທິການກັບທີ່ໃນນີ້ກົມກອງມີີສັດລ້ຽງປະເພດງົວ 24 ໂຕ, ສັດປີກ 340 ກວ່າໂຕ, ມີໜອງ ປາໜຶ່ງໜອງປ່ອຍປາໃສ່ 7.500 ກວ່າໂຕ, ລ້ຽງກົບໃສ່ກະຊັງ 1.200 ໂຕ, ມີສວ່ນຜັກໃນຮົ່ມ ໜຶ່ງຫຼັງເກັບກູ້ພືດຜັກໄດ້ 1.900 ກິໂລ, ຜ່ານມາກົມກອງ ມີແຫຼ່ງລາຍຮັບຈາກການຂາຍ ພືດຜັກ, ສັດລ້ຽງ ແລະ ລາຍ ຮັບຈາກການບໍລິການຕ່າງໆ 59.150.000 ກີບ ໄປພ້ອມກັບ ການປັບປຸງກໍ່ສ້າງພື້ນຖານ ໂຄງລ່າງສະຖານທີ່ຄ້າຍຄູມີ ຄວາມແໜ້ນໜາຖາວອນ, ຈາກ ຜົນງານທີ່ພະນັກງານ- ນັກຮົບ ໄດ້ພ້ອມກັນຍາດມາໄດ້ນັ້ນຄະ ນະພັກຂັ້ນເທິງໄດ້ປະຕິບັດນະໂຍບາຍຍ້ອງຍໍສັນລະເສີນຕໍ່ຜູ້ທີ່ຫ້າວຫັນເຮັດສໍາເລັດໜ້າທີ່ມີຜົນງານຢ່າງສົມກຽດເຊັ່ນ: ບຸກ ຄົນໄດ້ຮັບຫຼຽນກາລະນຶກ 70 ປີ ກອງທັບ 46 ໜ່ວຍ, ຫຼຽນໄຊອິດສະຫຼະຊັ້ນ II ຈໍານວນ 2 ໜ່ວຍ, ຊັ້ນ III ບຸກຄົນ 1 ໜ່ວຍ, ລວມໝູ່ 1 ໜ່ວຍ, ຫຼຽນໄຊແຮງງານຊັ້ນ III ຈໍານວນ 7 ໜ່ວຍ, ຫຼຽນກາແຮງງານ 14 ໜ່ວຍ, ໃບຍ້ອງຍໍຂັ້ນຕ່າງໆ 21 ໃບ, ເລື່ອນຊັ້ນໃຫ້ນາຍ ແລະ ພົນທະຫານ 19 ສະຫາຍ. ບົດສະຫຼຸບຍັງໄດ້ຍົກໃຫ້ເຫັນຈຸດ ດີ - ຈຸດອ່ອນ, ບົດຮຽນທີ່ຖອດ ຖອນ ໄດ້ເພື່ອເປັນບ່ອນອີງນຳໄປຈັດ ຕັ້ງປະຕິບັດໃນສຸມປີຕໍ່ໜ້າ. ໂດຍ: ສົມພອນ ສຸວັນທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ