ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 21 ມັງກອນ 2026

  

ກອງບັນຊາການທະຫານແຂວງຊຽງຂວາງ ແຮກສ່ຽວກັບກອງບັນຊາການທະຫານແຂວງເຊິນລາ ສສ ຫວຽດນາມ
ເວລາອອກຂ່າວ: 2020-01-06 09:22:19 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1097 | ຄວາມນິຍົມ:



ເພື່ອເປັນການຮັດແໜ້ນຄວາມ ສາມັກຄີການພົວພັນຮ່ວມມືຮອບ ດ້ານລະຫວ່າງກອງບັນຊາການ ທະຫານແຂວງຊຽງຂວາງ ແລະ ກອງບັນຊາການທະຫານ ແຂວງ ເຊີນລາ ສສ ຫວຽດນາມໄດ້ຈັດ ພິທີແຮກສ່ຽວໃນວັນທີ 30 ທັນ ວາ 2019 ຜ່ານມານີ້, ຢູ່ທີ່ກອງ ບັນຊາການທະຫານແຂວງເຊິນ ລາ ສສ ຫວຽດນາມ, ຝ່າຍກອງ ບັນຊາການທະຫານແຂວງຊຽງ ຂວາງ ນຳໂດຍສະຫາຍ ພັນເອກ ບຸນຊູ ໄຊລາສີ ກຳມະການຄະ ນະປະຈຳພັກແຂວງ, ຫົວໜ້າ ການທະຫານກອງບັນຊາການທະຫານແຂວງ ພ້ອມດ້ວຍຄະ ນະຝ່າຍກອງບັນຊາການທະ ຫານແຂວງເຊິນລາ ສສ ຫວຽດ ນາມ ນຳໂດຍສະຫາຍ ພັນເອກ ຮວ່າງດີງເຕືອງ ຫົວໜ້າການ ເມືອງກອງບັນຊາການທະຫານ ແຂວງເຊິນລາ ພ້ອມຄະນະ. ໃນພິທີ ສະຫາຍ ພັນໂທ ເລຮົ່ງ ເຊິນ ຫົວໜ້າຫ້ອງການກອງບັນ ຊາການທະຫານແຂວງເຊິນລາ ແລະ ສະຫາຍ ພັນໂທ ທອງສີ ໄຊຍະລາດ ຫົວໜ້າຫ້ອງການ ກອງບັນຊາການທະຫານແຂວງ ຊຽງຂວາງ ໄດ້ຂຶ້ນຜ່ານກົດລະ ບຽບແຮກສ່ຽວລະຫວ່າງກອງ ບັນຊາການທະຫານແຂວງເຊິນ ລາທະຫານເຂດ 2 ກອງທັບປະ ຊາຊົນຫວຽດນາມກັບກອງບັນ ຊາການທະຫານແຂວງຊຽງ ຂວາງກອງທັບປະຊາຊົນລາວ ປະກອບມີ 4 ພາກ 13 ມາດຕາ ເຊິ່ງຈະເພີ່ມທະວີສາຍພົວພັນ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ, ວຽກງານ ປະສານສົມທົບໂຄສະນາສຶກ ສາອົບຮົມຕໍ່ກຳລັງປະກອບອາ ວຸດ ແລະ ປະຊາຊົນສອງແຂວງ, ເພີ່ມທະວີແລກປ່ຽນຂໍ້ມູນກ່ຽວ ກັບວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ, ປະສານສົມ ທົບໃນວຽກງານກໍ່ສ້າງກຳລັງ ປະກອບອາວຸດ, ວຽກງານຮ່ວມ ມື, ຊ່ວຍເຫຼືອໃນວຽກງານພະລາ ທິການ-ເຕັກນິກ. ຈາກນັ້ນຜູ້ແທນ ທັງສອງຝ່າຍກໍໄດ້ແລກປ່ຽນ ຄຳຄິດຄຳເຫັນເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາເພື່ອຄວາມເປັນ ເອກະພາບກັນ. ໃນພິທີດັ່ງກ່າວຄະ ນະຜູ້ແທນທັງສອງຝ່າຍກໍໄດ້ເຊັນ ສັນຍາກົດລະບຽບການເຄື່ອນ ໄຫວແຮກສ່ຽວ ຝ່າຍລາວເຊັນ ໂດຍ ສະຫາຍ ພັນເອກ ບຸນຊູ ໄຊລາສີ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ ຊຽງຂວາງ ແລະ ສະຫາຍ ພັນ ເອກ ຮວ່າງດີງເຕືອງ ຫົວໜ້າ ການເມືອງກອງບັນຊາການທະ ຫານແຂວງເຊິນລາ ໂດຍການ ເຂົ້າຮ່ວມເປັນສັກຂີພະຍານຂອງ ຄະນະທັງສອງຝ່າຍ. ໂດຍ: ສົມຮັກ ຈັນທະວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ