ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພົນທີ 4 ສະຫຼຸບວຽກງານອົບຮົມ-ຫັດແອບຊ້ອມຮົບປະສານສຽງແຕກຍິງລູກປືນແທ້
ເວລາອອກຂ່າວ: 2020-01-06 09:19:55 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 239838275 | ຄວາມນິຍົມ:



ຫວ່າງບໍ່ດົນນີ້ກອງພົນທີ 4 ສະຫຼຸບວຽກງານອົບຮົມ-ຫັດ ແອບຊ້ອມຮົບປະສານສຽງແຕກ ຍິງລູກປືນແທ້ ພາຍຫຼັງໄດ້ດຳ ເນີນມາແຕ່ວັນທີ 13-23 ທັນ ວາ 2019 ຜ່ານມາ, ສໍາເລັດ ລົງດ້ວຍໝາກຜົນອັນຈົບງາມ ໂດຍເປັນກຽດເຂົ້າຮ່ວມຂອງ ສະ ຫາຍ ພັນເອກ ຄຳຍໍ ລີນຊົມພູ ຫົວໜ້າການທະຫານກອງພົນທີ 4, ມີຄະນະພັກ-ຄະນະບັນຊາ, ຄະນະຊີ້ນຳ, ອະນຸກໍາມະການ, ພະແນກການກ່ຽວຂ້ອງ, ກອງ ພັນໃຫຍ່, ກອງພັນນ້ອຍ, ກອງ ຮ້ອຍເອກະລາດ, ຄູ-ອາຈານ, ຕະຫຼອດຮອດພະນັກງານ-ນັກ ຮົບເຂົ້າຮ່ວມ. ສະຫາຍ ພັນໂທ ເຂັມພອນ ມູນທະດີ ຫົວໜ້າພະແນກອົບ ຮົມຫ້ອງເສນາທິການກອງພົນທີ 4 ທັງເປັນຜູ້ຮັບຜິດຊອບເນື້ອ ໃນການຊ້ອມຮົບຄັ້ງນີ້ໄດ້ຂຶ້ນສະ ຫຼຸບການອົບຮົມ-ຫັດແອບຊ້ອມ ຮົບປະສານສຽງແຕກຍິງລູກ ປືນແທ້, ເຊິ່ງຍົກໃຫ້ເຫັນດ້ານ ດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນໄດ້, ເຊິ່ງສາມາດຕີລາຄາຜົນໄດ້ຮັບ ສູງໃນນີ້ວຽກງານການກະກຽມ, ດ້ານເນື້ອໃນ, ກຳລັງເຂົ້າຮ່ວມອາ ວຸດກະສຸນ, ສະຖານທີ່ ແລະ ບັນ ດາວຽກງານຮັບປະກັນຕ່າງໆ ຕີລາຄາໄດ້ 95%, ຫັດແອບ ການກຽມພ້ອມຊູ້ຮົບຈາກພາວະ ເພີ່ມທະວີຂຶ້ນສູ້ພາວະຄົບຖ້ວນ ຂອງກົມກອງບັນລຸໄດ້ 90%, ຫັດແອບເທິງແຜນທີ່ບັນລຸໄດ້ 85%, ຫັດແອບພາກສະໜາມ ບັນລຸໄດ້ 85%, ແລະ ການປະ ຕິບັດຊ້ອມຮົບຍິງລູກປືນແທ້ບັນ ລຸໄດ້ 90%, ສາມາດຮັບປະກັນ ຄວາມປອດໄຟໄດ້ 100%, ການ ຫັດແອບຊ້ອມຮົບໃນຄັ້ງນີ້, ເພື່ອ ເຮັດໃຫ້ນາຍ ແລະ ພົນທະຫານ ມີຄວາມຊຳນິຊຳນານທາງດ້ານ ສິລະປະຍຸດ-ຍຸດທະວິທີ, ຍຸດທະ ສິນ ໃນການກຽມພ້ອມສູ້ຮົບ ຂອງບັນດາກົມກອງຢູ່ກອງພົນທີ 4 ມີຄວາມເຂັ້ມແຂງໃນການ ກຽມພ້ອມສູ້ຮົບ ແລະ ຮັບປະກັນ ສູ້ຮົບມີໄຊ. ໂອກາດນີ້ ສະຫາຍ ພັນເອກ ຄຳຍໍ ລິນສົມພູ ຫົວໜ້າການທະ ຫານກອງພົນທີ 4 ໄດ້ຍ້ອງຍໍ ຊົມເຊີຍຄະນະຊີ້ນຳ, ຄະນະຮັບ ຜິດຊອບ, ຄະນະພັກ-ຄະນະ ບັນຊາ, ອະນຸກໍາມະການ, ກົມ ກອງເຂົ້າຮ່ວມຕໍ່ຜົນງານທີ່ຍາດ ມາໄດ້ ແລະ ເນັ້ນໜັກໃຫ້ແຕ່ລະ ກົມກອງ ຈົ່ງພ້ອມກັນນຳເອົາ ບົດຮຽນທີ່ໄດ້ອົບຮົມໃນຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍໃຫ້ດີ ຂຶ້ນຕື່ມ, ພ້ອມກັນຍົກສູງສະຕິ ລະວັງຕົວຕໍ່ກົນອຸບາຍຫັນປ່ຽນ ໂດຍສັນຕິຂອງອິດທິກຳລັງປໍ ລະປັກ ພ້ອມກັນຮັດແໜ້ນຄວາມ ສາມັກຄີພາຍໃນ-ພາຍນອກ, ອຳນາດການປົກຄອງ, ກົມກອງ ເພື່ອນ, ຍົກສູງຈັດຕັ້ງປະຕິບັດ 7 ລະບອບ 18 ວຽກ, ຂໍ້ກຳນົດກົດ ລະບຽບທີ່ຂັ້ນເທິງວາງອອກໃຫ້ ເຂັ້ມງວດ, ຍົກສູງຊີວິດການ ເປັນຢູ່, ພາຫະນະ, ອາວຸດ ແລະ ລູກກະສຸນໃຫ້ມີຄວາມຮັບປະກັນ 100% ສາມາດນໍາໃຊ້ໄດ້ຍາວ ນານ ແລະ ພ້ອມກັນເຮັດສໍາ ເລັດໜ້າທີ່ທາງການເມືອງທີ່ພັກ- ລັດຂັ້ນເທິງມອບໝາຍໃຫ້ ແລະ ອີກຢ່າງໜຶ່ງກໍເພື່ອເປັນການ ສ້າງຂະບວນການ ສ້າງຜົນ ງານຂໍ່ານັບຮັບຕ້ອນກອງປະ ຊຸມໃຫຍ່ອົງຄະນະພັກ ກອງ ພົນທີ 4 ຄັ້ງທີ VI, ວັນສ້າງ ຕັ້ງກອງທັບປະຊາຊົນປະຕິວັດ ລາວ ຄົບຮອບ 71 ປີ ທີ່ຈະໝູນ ວຽນມາບັນຈົບຄົບຮອບໃນມໍ່ໆ ນີ້ ໃຫ້ເຕັມໄປດ້ວຍບັນຍາກາດ ຟົດຟື້ນມ່ວນຊື່ນ ແລະ ເຕັມໄປ ດ້ວຍເນື້ອໃນທີ່ມີຄວາມໝາຍ ຄວາມສຳຄັນຢ່າງເລິກເຊິ່ງ ກວ້າງຂວາງຍິ່ງໆຂຶ້ນ. ຂ່າວ: ອານຸສັກ ຈູມມະນີວົງ ພາບ: ບົວຄຳ ທອງລັດສະໝີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ