ພາກສ່ວນຕ່າງໆເຂົ້າອວຍພອນຄະນະນຳກອງພົນທີ 1
ເວລາອອກຂ່າວ: 2020-01-06 09:17:55 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 896 | ຄວາມນິຍົມ: ![]()
ໃນວັນທີ 2 ມັງກອນ 2020 ນີ້, ສະຫາຍ ພັນໂທ ສຸດໃຈ ເຈີບົວແພງ ຮອງຫົວໜ້າຫ້ອງການ ເມືອງກອງພົນທີ 1 ພ້ອມດ້ວຍ ອົງການຈັດຕັ້ງມະຫາຊົນ, ຄະນະພັກ-ຄະນະບັນຊາກອງພັນ 15
ໄດ້ນໍາເອົາກະຕ່າຂອງຂວັນເຂົ້າ ອວຍພອນຄະນະພັກ-ຄະນະບັນ
ຊາກອງພົນທີ 1 ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ຄສ 2019 ແລະ ຕ້ອນຮັບ ປີໃໝ່ ຄສ 2020.
ໂອກາດທີ່ມີຄວາມໝາຍສໍາຄັນ ນີ້, ສະຫາຍ ພົນຈັດຕະວາ ແສງ ຍືນ ລັດສະໝີ ຫົວໜ້າການເມືອງ ຕາງໜ້າໃຫ້ຄະນະພັກ-ຄະນະບັນ
ຊາກອງພົນທີ 1 ແລະ ໃນນາມ
ສ່ວນຕົວກໍໄດ້ຍົກໃຫ້ເຫັນການ ເຄື່ອນໄຫວ ແລະ ການເຕີບໃຫຍ່ ຂະຫຍາຍຕົວຢ່າງເຂັ້ມແຂງໃນ
ການເຮັດໜ້າທີ່ຕາມພາລະບົດ ບາດ ໂດຍພາຍໃຕ້ການຊີ້ນໍາໂດຍ ກົງຮອບດ້ານຂອງຄະນະພັກ
ກະຊວງປ້ອງກັນປະເທດຢ່າງມີ
ຜົນສໍາເລັດດ້ວຍດີຕະຫຼອດມາ ໃຫ້ພາກສ່ວນເຂົ້າມາອວຍພອນ
ຮັບຮູ້, ພ້ອມທັງກ່າວສະແດງ ຄວາມຂອບໃຈຕໍ່ກັບພາກສ່ວນ
ຕ່າງໆທີ່ໄດ້ນໍາເອົາຄວາມຢ້ຽມ ຢາມຖາມຂ່າວອັນອົບອຸ່ນ, ຄວາມ
ສາມັກຄີຮັກແພງອັນສະໜິດ
ສະໜົມຄໍາອວຍພອນໄຊອັນປະ
ເສີດ ແລະ ນຳເອົາກະຕ່າຂອງ
ຂວັນມາມອບໃຫ້ຄະນະພັກ-ຄະ
ນະບັນຊາກອງພົນທີ 1 ເນື່ອງ
ໃນໂອກາດຮັບຕ້ອນປີໃໝ່ ຄສ
2020. ເຊິ່ງຢູ່ໃນໄລຍະທີ່ພະ ນັກງານ-ນັກຮົບທົ່ວກົມກອງ
ພວກເຮົາພວມອອກແຮງແຂ່ງ ຂັນສ້າງຜົນງານສ້າງຂະບວນ
ການດ້ານຕ່າງໆເພື່ອຫ້າງຫາກະ
ກຽມຂໍ່ານັບຮັບຕ້ອນວັນສ້າງ ຕັ້ງກອງພົນທີ 1 ຄົບຮອບ 35 ປີ
(12 ກຸມພາ 1985 - 12 ກຸມພາ
2020) ແລະ ຕ້ອນຮັບກອງປະ
ຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະ
ພັກກອງພົນທີ່ຈະໄຂຂຶ້ນໃນມໍ່ໆນີ້.
ພ້ອມນີ້ ສະຫາຍ ພົນຈັດຕະວາ
ແສງຍືນ ລັດສະໝີ ຫົວໜ້າການ
ເມືອງ ກໍໄດ້ເນັ້ນໃຫ້ພາກສ່ວນ ຕ່າງໆ ຈົ່ງເພີ່ມທະວີຄວາມສາ ມັກຄີຮັກແພງລະຫວ່າງຂັ້ນ
ເທິງກັບຂັ້ນລຸ່ມໃຫ້ນັບມື້ຍິ່ງກົມ ກຽວຂຶ້ນເລື້ອຍໆເພື່ອສ້າງກາ
ລະໂອກາດ ພ້ອມກັນພັດທະນາ ກົມກອງໃຫ້ມີຄວາມເຕີບໃຫຍ່ຂະ ຫຍາຍຕົວ, ຮຸ່ງເຮືອງ, ສີວິໄລຕາມ
ຍຸກສະໄໝ.
ໂດຍ: ໂກຮັງ ພັນທະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















