ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງປະຊຸມສາມັນປະຈຳປີ ຄັ້ງທີ 29 ຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມ
ເວລາອອກຂ່າວ: 2020-01-03 09:00:42 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 30 | ຄວາມນິຍົມ:



ກອງປະຊຸມສາມັນປະຈຳປີ ຄັ້ງທີ 29 ລະຫວ່າງຄະນະຜູ້ ແທນຊາຍແດນ ລາວ-ຫວຽດນາມ ໄດ້ຈັດຂຶ້ນ ໃນວັນທີ 26 ທັນວາ 2019, ທີ່ນະຄອນຫຼວງຮ່າໂນ້ຍ, ສສ ຫວຽດນາມ. ຄະນະຜູ້ແທນ ຊາຍແດນຝ່າຍລາວ ນຳໂດຍ ສະ ຫາຍ ສະເຫຼີມໄຊ ກົມມະສິດ ກຳ ມະການສູນກາງພັກ, ລັດຖະມົນຕີ ກະຊວງການຕ່າງປະເທດ, ຫົວ ໜ້າຄະນະຜູ້ແທນຊາຍແດນ ລາວ- ຫວຽດນາມ ແລະ ຝ່າຍຫວຽດ ນາມ ນຳໂດຍ ສະຫາຍ ເລ ຮວ່າຍ ຈຸງ ກຳມະການສູນກາງພັກ, ຮອງ ລັດຖະມົນຕີກະຊວງການຕ່າງ ປະເທດ, ຫົວໜ້າຄະນະຜູ້ແທນຊາຍແດນ ຫວຽດນາມ-ລາວ. ເຊິ່ງມີບັນດາຮອງເຈົ້າແຂວງ ຂອງແຂວງທີ່ມີຊາຍແດນຕິດ ຈອດກັນ ແລະ ຜູ້ຕາງໜ້າຂະແໜງ ການທີ່ກ່ຽວຂ້ອງອ້ອມຂ້າງສູນ ກາງ ແລະ ທ້ອງຖິ່ນຂອງສອງປະ ເທດເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ໄດ້ທົບທວນ ຄືນການຈັດຕັ້ງປະຕິບັດສັນຍາ, ອານຸສັນຍາວ່າດ້ວຍລະບຽບການ ຊາຍແດນ ແລະ ດ່ານຊາຍແດນ ປະເທດ ລາວ-ຫວຽດນາມ ທີ່ ໄດ້ລົງນາມຮ່ວມກັນ ໃນປີ 2016 ແລະ ປະຕິບັດຕາມບົດບັນທຶກ ກອງປະຊຸມຄະນະຜູ້ແທນຊາຍ ແດນ ລາວ-ຫວຽດນາມ ຄັ້ງທີ 28 ໃນໜຶ່ງປີຜ່ານມາ, ສອງຝ່າຍ ໄດ້ສັງເກດຕີລາຄາຄືນດ້ານຕັ້ງ ໜ້າ ແລະ ດ້ານຫຍໍ້ທໍ້ຕ່າງໆກ່ຽວ ກັບການຮ່ວມມືວຽກງານການ ຄຸ້ມຄອງຊາຍແດນ ໃນ 1 ປີຜ່ານ ມາ ແລະ ວາງແຜນການຮ່ວມມື ໃນຕໍ່ໜ້າ, ສະຫຼຸບການຈັດຕັ້ງປະ ຕິບັດຂໍ້ຕົກລົງ ວ່າດ້ວຍການແກ້ ໄຂບັນຫາຜູ້ຍົກຍ້າຍຕັ້ງພູມລຳ ເນົາຕາມລຳພັງໃຈ ແລະ ສ້າງ ຄອບຄົວບໍ່ຖືກລະບຽບຢູ່ຕາມບໍລິ ເວນຊາຍແດນ ລາວ-ຫວຽດນາມ, ສອງຝ່າຍໄດ້ຕີລາຄາສູງຕໍ່ການ ປະຕິບັດໜ້າທີ່ຂອງອົງການຈັດ ຕັ້ງຊາຍແດນ ແລະ ເຈົ້າໜ້າທີ່ ຊາຍແດນນັບແຕ່ຂັ້ນສູນກາງລົງ ຮອດທ້ອງຖິ່ນທີ່ປະກອບສ່ວນ ເຂົ້າໃນວຽກງານຄຸ້ມຄອງຄວາມ ເປັນລະບຽບຮຽບຮ້ອຍຢູ່ຕາມ ບໍລິເວນຊາຍແດນລະຫວ່າງສອງ ປະເທດ ແລະ ເຫັນດີເພີ່ມທະວີ ການສຶກສາອົບຮົມເຜີຍແຜ່ໃຫ້ປະ ຊາຊົນເຂົ້າໃຈກ່ຽວກັບກົດລະ ບຽບດ່ານຊາຍແດນ, ເຊິ່ງໄດ້ ເປັນການປະກອບສ່ວນຢ່າງຕັ້ງ ໜ້າເຂົ້າໃນການເພີ່ມທະວີສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່ ທີ່ເປັນມູນເຊື້ອ, ຄວາມສາມັກ ຄີພິເສດ ແລະ ການຮ່ວມມືຮອບ ດ້ານ ລາວ-ຫວຽດນາມ. ທັງນີ້, ເພື່ອສ້າງຊາຍແດນຂອງສອງ ປະເທດໃຫ້ກາຍເປັນຊາຍແດນ ແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືພັດທະນາແບບ ຍືນຍົງຕະຫຼອດການ. ພ້ອມກັນນັ້ນ, ສອງຝ່າຍຍັງໄດ້ ເປັນເອກະພາບກັນວາງທິດທາງ ແຜນການຈັດຕັ້ງປະຕິບັດວຽກ ງານໃນຕໍ່ໜ້າກ່ຽວກັບວຽກງານ ການຄຸ້ມຄອງຊາຍແດນ ລະຫວ່າງ ສອງປະເທດ, ໂດຍຈະສຸມໃສ່ວຽກ ງານໂຄສະນາເຜີຍແຜ່ລະບຽບ ການຄຸ້ມຄອງຊາຍແດນ, ການ ປົກປັກຮັກສາຊາຍແດນ ແລະ ຫຼັກ ໝາຍຊາຍແດນປະເທດ ໃຫ້ປະ ຊາຊົນຢູ່ຕາມບໍລິເວນຊາຍແດນ ເຂົ້າໃຈແຈ້ງກ່ຽວກັບ ເຂດອຳນາດ ອະທິປະໄຕ ແລະ ຜືນແຜ່ນດິນອັບ ຄົບຖ້ວນຂອງຊາດ. ສອງຝ່າຍຈະ ເພີ່ມທະວີບັນດາມາດຕະການຊຸກ ຍູ້ໃຫ້ເສດຖະກິດ, ການຄ້າ, ວັດທະ ນະທຳ, ການທ່ອງທ່ຽວຢູ່ຕາມບໍ ລິເວນຊາຍແດນໃຫ້ມີການຂະ ຫຍາຍຕົວ, ຂຶ້ນແຜນຍຸດທະສາດ ການຄຸ້ມຄອງພັດທະນາດ່ານແຕ່ ນີ້ຮອດປີ 2030 ແລະ ວິໄສທັດ ຮອດປີ 2050, ກະກຽມການເປີດ ດ່ານ ແລະ ຍົກລະດັບດ່ານດາກ ຕະອ໊ອກ (ແຂວງເຊກອງ)-ນາມ ຢາງ (ແຂວງກວາງນາມ) ຂຶ້ນ ເປັນດ່ານສາກົນໃນໄຕມາດທີ I ປີ 2020 ແລະ ດ່ານທ້ອງຖິ່ນປ່າ ຫ່າງ (ແຂວງຫົວພັນ)-ລອງ ເຊີບ (ແຂວງແທງຮວາ) ຂຶ້ນເປັນ ດ່ານສາກົນ ໃນປີ 2020, ກະກຽມ ຈັດກອງປະຊຸມສະຫຼຸບການຈັດ ຕັ້ງປະຕິບັດການເຮັດທົດລອງຮູບ ແບບການກວດກາ “ປະຕູດຽວ ຄັ້ງດຽວ” ຢູ່ຄູ່ດ່ານສາກົນແດນ ສະຫວັນ (ແຂວງສະຫວັນນະ ເຂດ)-ລາວບາວ (ກວາງນາມ). ສອງຝ່າຍ ໄດ້ເປັນເອກະພາບ ກັນນຳເອົາເນື້ອໃນຈິດໃຈບົດບັນ ທຶກກອງປະຊຸມ ຄັ້ງທີ 29 ຂອງ ຄະນະຜູ້ແທນຊາຍແດນ ລາວ- ຫວຽດນາມ ນຳໄປຈັດຕັ້ງຜັນຂະ ຫຍາຍໃຫ້ໄດ້ຮັບປະສິດທິພາບ ສູງ. ກອງປະຊຸມໄດ້ຈັດຂຶ້ນໃນທ່າມ ກາງບັນຍາກາດແຫ່ງສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມ ສາມັກຄີແບບພິເສດ ແລະ ການ ຮ່ວມມືຮອບດ້ານລະຫວ່າງສອງ ພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ໄດ້ຮັບການເພີ່ມພູນຄູນ ສ້າງ ແລະ ຂະຫຍາຍຕົວເຂົ້າສູ່ ລວງເລິກ ແລະ ລວງກວ້າງຢ່າງ ບໍ່ຢຸດຢັ້ງ. ໂດຍ: ແສງເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ