ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 21 ມັງກອນ 2026

  

ອົງການຈັດຕັ້ງຊາວໜຸ່ມ-ແມ່ຍິງ ອວຍພອນຄະນະນຳກົມໃຫຍ່ເຕັກນິກກອງທັບ
ເວລາອອກຂ່າວ: 2020-01-03 08:57:34 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1212 | ຄວາມນິຍົມ:



ວັນທີ 31 ທັນວາ 2019 ນີ້, ຫົວໜ້າພະແນກຊາວໜຸ່ມ ພ້ອມດ້ວຍສະຫະພັນແມ່ຍິງກົມ ໃຫຍ່ເຕັກນິກໄດ້ນຳເອົາກະຕ່າ ຂອງຂວັນເຂົ້າອວຍພອນ ສະ ຫາຍ ພົນຈັດຕະວາ ຄຳພາ ສີ ພອນໄຊ, ກຳມະການຄະນະພັກ ກະຊວງປ້ອງກັນປະເທດ, ຮອງ ຫົວໜ້າກົມໃຫຍ່ເຕັກນິກກອງທັບ,ເນື່ອງໃນໂອກາດສົ່ງທ້າຍປີ ເກົ່າ ຄສ 2019 ແລະ ຕ້ອນຮັບປີໃໝ່ ຄສ 2020. ໃນໂອກາດດັ່ງກ່າວຕາງໜ້າ ອົງການຈັດຕັ້ງທັງສອງພາກ ສ່ວນໄດ້ກ່າວຄຳອວຍພອນໄຊ ອັນປະເສີດໃຫ້ແກ່ ສະຫາຍ ຮອງຫົວໜ້າກົມໃຫຍ່ເຕັກນິກ ກອງທັບ ແລະ ຄະນະນໍາກົມ ໃຫຍ່ເຕັກນິກຕະຫຼອດຮອດພະ ນັກງານ-ນັກຮົບ ທີ່ພວມປະຕິ ບັດໜ້າທີ່ຢູ່ແຕ່ລະຂົງເຂດ, ຈົ່ງ ມີສຸຂະພາບແຂງແຮງຕະຫຼອດ ປີໃໝ່, ມີຄວາມຜາສຸກໃນຊີວິດ ສ່ວນຕົວ ແລະ ຄອບຄົວ ເພື່ອ ສືບຕໍ່ເຮັດສຳເລັດໜ້າທີ່ການ ເມືອງຂອງຕົນທີ່ການຈັດຕັ້ງກໍຄື ຂັ້ນເທິງມອບໝາຍໃຫ້ ແລະ ສືບ ຕໍ່ຊີ້ນໍາ-ນໍາພາກົມກອງໃຫ້ເຕີບ ໃຫຍ່ເຂັ້ມແຂງຂຶ້ນເປັນກ້າວໆ. ໃນໂອກາດດັ່ງກ່າວ ສະຫາຍ ພົນຈັດຕະວາ ຄຳພາ ສີພອນໄຊ ຮອງຫົວໜ້າກົມໃຫຍ່ເຕັກນິກ ກອງທທັບ ກໍໄດ້ສະແດງຄວາມ ຂອບອົກຂອບໃຈ, ຄວາມເປັນ ຫ່ວງເປັນໄຍພ້ອມ ທັງອວຍ ພອນໄຊອັນປະເສີດໃຫ້ຊາວ ໜຸ່ມ-ສະຫະພັນແມ່ຍິງກົມໃຫຍ່ ເຕັກນິກກອງທັບ ຈົ່ງມີສຸຂະ ພາບແຂງແຮງ, ມີຄວາມຜາສຸກ ໃນຊີວິດສ່ວນຕົວ ແລະ ຄອບ ຄົວ, ມີຜົນສຳເລັດໃນທຸກໜ້າ ທີ່ວຽກງານ ເພື່ອເປັນ ກ້ອນກຳ ລັງແຮງໃນການສືບຕໍ່ປົກປັກຮັກ ສາ ແລະ ເສີມຂະຫຍາຍມູນເຊື້ອ ອັນດີງາມຂອງກົມໃຫຍ່ເຕັກນິກ ກອງທັບໃຫ້ກ້າວຂຶ້ນໄປຢ່າງບໍ່ ຢຸດຢັ້ງ. ໂດຍ: ຄຳສອນ ພົມໄຊຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ