ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະພັກກອງພົນທີ 1 ຕີລາຄາການນຳພາວຽກງານຮອບດ້ານປະຈຳປີ 2019
ເວລາອອກຂ່າວ: 2020-01-03 08:50:25 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 27 | ຄວາມນິຍົມ:



ໃນວັນທີ 27 ທັນວາ 2019 ຜ່ານມານີ້, ກອງພົນທີ 1 ໄດ້ເປີດ ກອງປະຊຸມສະຫຼຸບຖອນຖອນ ບົດຮຽນເພື່ອຕີລາຄາການນຳ ພາວຽກງານຮອບດ້ານຂອງ ຄະນະບໍລິຫານງານພັກປະຈໍາ ປີ 2019 ແລະ ວາງທິດທາງ ແຜນການປີ 2020ຂຶ້ນ, ໂດຍ ການເປັນປະທານຮ່ວມຂອງ ສະ ຫາຍ ພົນຈັດຕະວາ ແສງຍືນລັດ ສະໝີ ເລຂາຄະນະພັກ ຫົວໜ້າ ການເມືອງ ແລະ ສະຫາຍ ພົນ ຈັດຕະວາ ສາຍໃຈ ກົມມະສິດ ຮອງເລຂາຄະນະພັກ ຫົວໜ້າ ການທະຫານກອງພົນທີ 1 ພ້ອມ ຄະນະ, ມີພະນັກງານຫຼັກແຫ່ງ ແຕ່ລະອົງການ, ກົມກອງທີ່ຂຶ້ນກັບ ກອງພົນເຂົ້າຮ່ວມ. ສະຫາຍ ພັນໂທ ບຸນເລີດ ລິດ ໂພໄຊ ຮັກສາການຮອງຫົວໜ້າ ຫ້ອງການ ແລະ ບໍລິຫານກອງ ພົນໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາ ການນໍາພາວຽກງານຮອບ ດ້ານ ຂອງຄະນະພັກກອງພົນທີ 1 ປະ ຈຳປີ 2019 ແລະ ທິດທາງແຜນ ການໃນປີ 2020 ວ່າ: ວຽກງານ ເຮັດໃຫ້ສະພາບມີຄວາມສະຫງົບໃນໄລຍະ 1 ປີ ຜ່ານມາໂດຍພາຍໃຕ້ ການຊີ້ນໍາ, ນໍາພາຂອງຄະນະ ພັກກະຊວງປ້ອງກັນປະເທດ ຄະ ນະພັກກອງພົນໄດ້ປະສານສົບ ທົບກັບພາກສ່ວນທີ່ກ່ຽວຂ້ອງລົງ ຊີ້ນໍາ ແລະ ຈັດຕັ້ງພະນັກງານ ລົງກໍ່ສ້າງຮາກຖານການເມືອງ ທາງກວ້າງ ແລະ ທາງເລິກຢູ່ບັນ ດາກຸ່ມບ້ານຕ່າງໆຕາມທິດ 3 ສ້າງເພື່ອປຸກລະດົມ, ສຶກສາອົບ ຮົມການເມືອງ-ນໍາພາແນວຄິດ ໃຫ້ພໍ່ແມ່ປະຊາຊົນ ຕາມແນວ ທາງແຜນນະໂຍບາຍຂອງພັກ ເພື່ອເຮັດໃຫ້ປະຊາຊົນມີຄວາມ ຕື່ນຕົວປະກອບສ່ວນເຂົ້າໃນ ວຽກງານ ປກຊ-ປກສ, ເປັນ ເຈົ້າການຕອບຕ້ານປະກົດການ ຫຍໍ້ທໍ້ຕ່າງໆ ໃນສັງຄົມເຮັດໃຫ້ ສະພາບໃນຂອບເຂດກົມກອງ ຮັບຜິດຊອບມີຄວາມສະຫງົບ ໂດຍພື້ນຖານ, ວຽກງານກຽມ ພ້ອມສູ້ຮົບ; ກອບກູ້ໄພພິບັດ ແລະ ວຽກງານປ້ອງກັນຂອບ ເຂດກອງກົມໄດ້ຈັດຕັ້ງກໍາລັງປະ ຈໍາການກຽມພ້ອມສູ້ຮົບໃນແຕ່ ລະພາວະຢ່າງເຂັ້ມງວດດ້ວຍ ການຈັດຕັ້ງລະບົບປະຈໍາການ ຄົບຊຸດນັບແຕ່ກອງພົນລົງຮອດ ກົມກອງຮາກຖານນັບທັງພາຫະ ນະ ແລະ ກໍາລັງພົນເພື່ອກຽມ ພ້ອມແກ້ໄຂທຸກສະຖານະການ; ວຽກງານປັບປຸງກໍ່ສ້າງກໍາລັງ ຄະນະພັກ-ຄະນະບັນຊາໄດ້ເອົາ ໃຈໃສ່ສຶກສາອົບຮົມວຽກງານ ການເມືອງ-ແນວຄິດໃຫ້ພະນັກ ງານ, ສະມາຊິກພັກ ແລະ ນັກ ຮົບຮັບຮູ້, ເຊື່ອມຊຶມແນວທາງ ນະໂຍບາຍຂອງພັກ ໂດຍສະ ເພາະເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ X ແລະ ມະຕິກອງປະ ຊຸມອື່ນໆຂອງພັກ-ຂອງກົມກອງ ຢ່າງຕໍ່ເນື່ອງ ແລະ ນໍາເອົາບັນ ດາເນື້ອໃນເອກະສານແນວທາງ ນະໂຍບາຍ, ມະຕິຄໍາສັ່ງ, ກົດລະ ບຽບຂອງພັກ, ກົດໝາຍຂອງລັດ ແລະ ຂໍ້ກໍານົດຂອງກອງທັບມາ ຈັດຕັ້ງເຊື່ອມຊຶມໃຫ້ພະນັກງານ - ນັກຮົບ ແຕ່ລະສະຫາຍມີຄວາມ ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ເດັດດ່ຽວຕ້ານ ແລະ ສະກັດກັ້ນ ປະກົດການຫຍໍ້ທໍ້ຂອງສັງຄົມ ແລະ ພາຍໃນຢ່າງໜັກແໜ້ນ ໂດຍ ໄດ້ຈັດຕັ້ງປາຖະກະຖາວັນສໍາຄັນ ຂອງພັກ, ຂອງກອງທັບ, ຂອງ ກົມກອງ, ວຽກງານຂະບວນການ ໄດ້ເປັນເຈົ້າການເສີມຂະຫຍາຍ ແລະ ຊຸກຍູ້ວຽກງານຂະບວນ ການດ້ານຕ່າງໆ ໂດຍຕິດພັນກັບ 4 ໜ້າທີ່ໃຫຍ່ 26 ແຜນງານຂອງ ຄະນະພັກກະຊວງປ້ອງກັນປະ ເທດວາງອອກ ປັດຈຸບັນໄດ້ສືບຕໍ່ ຂະບວນການຕ່າງໆ ຢ່າງຟົດຟື້ນ ກວ້າງຂວາງ, ເບີກບານ, ມ່ວນ ຊື່ນຢ່າງຕໍ່ເນື່ອງ ເພື່ອຂໍ່ານັບຮັບ ຕ້ອນວັນປະຫວັດສາດສໍາຄັນ ຂອງຊາດ, ຂອງພັກ, ຂອງກອງ ທັບ ແລະ ຂອງກົມກອງ ຕິດພັນ ກັບຂະບວນການສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ; ວຽກງານກໍ່ສ້າງພັກ-ພະນັກງານ, ອົງການຈັດຕັ້ງມະຫາຊົນກໍໄດ້ ຈັດຕັ້ງປັບປຸງແມ່ນໄດ້ຖືເອົາ ຄຸນນະພາບເປັນກົກ ໂດຍອີງ ຕາມມາດຖານເງື່ອນໄຂ, ຄວາມ ຮູ້, ຄວາມສາມາດ ແລະ ພຶດຕິກໍາ ຕົວຈິງຂອງສະມາຊິກພັກ, ພະ ນັກງານ ແລະ ມະຫາຊົນຊາວ ໜຸ່ມ, ແມ່ຍິງເພື່ອປະກອບເຂົ້າ ໃນໜ້າທີ່ວຽກງານຕົວຈິງຂອງ ກົມກອງ; ວຽກງານຮັບປະກັນແກ້ ໄຂຊີວິດການເປັນຢູ່ຄະນະພັກ-ຄະນະບັນຊາໄດ້ສຸມໃສ່ການເບີກ ຈ່າຍເຄື່ອງນຸ່ງຫົ່ມ, ຮັບປະກັນ ເຂົ້າກິນ, ການກິນດື່ມ, ສະບຽງອາ ຫານ, ເບີກຈ່າຍເງິນເດືອນ, ສຸຂະ ພາບ, ການປັບປຸງກໍ່ສ້າງຄ້າຍຄູ, ຄຸ້ມຄອງທີ່ດິນ ແລະ ວຽກງານ ອື່ນໆໂດຍໄດ້ເລັ່ງໃສ່ ສ້າງພະລາ ທິການກັບທີ່ດ້ວຍການເພີ່ມພູນ ຜະລິດຜົນ, ປູກຝັງ-ລ້ຽງສັດ ໂດຍ ອີງຕາມເງື່ອນໄຂທ່າແຮງບົ່ມ ຊ້ອນຂອງກົມກອງໄດ້ຈັດຕັ້ງສຶກ ສາອົບຮົມພະນັກງານ-ນັກຮົບວິ ຊາສະເພາະເຕັກນິກເອົາໃຈໃສ່ ຄຸ້ມຄອງປົກປັກຮັກສາ ແລະ ນໍາ ໃຊ້ພາຫະນະທຸກຊະນິດທີ່ຂັ້ນເທິງ ປະກອບໃຫ້ດ້ວຍຄວາມຮັບຜິດ ຊອບສູງ, ຈັດຕັ້ງຟື້ນຟູດ້ວຍການ ສ້ອມແປງພາຫະນະຈໍານວນໜຶ່ງ ເຊັ່ນ:ສ້ອມແປງໜັກ, ສ້ອມແປງ ກາງ, ສ້ອມແປງເບົາ ແລະ ຮັບ ປະກັນອາວຸດ-ກະສູນໄດ້ມີ ລະບົບສາງຄັງເກັບມ້ຽນລະດັບ ຖາວອນ, ການນໍາໃຊ້ເບີກຈ່າຍ ມີຄວາມຮັດກຸມເກັບກໍາຂຶ້ນບັນ ຊີລະອຽດ, ວຽກງານພົວພັນ ແລະ ຮ່ວມມືສາກົນໄດ້ຕ້ອນຮັບ ຄະນະຜູ້ແທນຕ່າງປະເທດທີ່ມາ ເຮັດວຽກ ຈໍານວນ 8 ຄະນະ, ນອກນັ້ນຍັງໄດ້ເອກະພາບສະຫຼຸບ ຖອດຖອນບົດຮຽນກັບກອງພົນ ທີ 2, ທີ 3, ວິທະຍາຄານພະ ລາທິການກອງທັງ ແລະ ໂຮງ ງານຊີມັງຫຼັງ1, ຫຼັງ 2, ຫຼັງ3. ທິດທາງແຜນການໃນຕໍ່ໜ້າກົມ ກອງຈະເພີ່ມທະວີປັບປຸງແຕ່ລະ ວຽກງານໃຫ້ໄດ້ດີ ແລະ ມີຜົນ ສໍາເລັດກວ່າເກົ່າ. ໃນກອງປະ ຊຸມຜູ່ເຂົ້າຮ່ວມກໍໄດ້ຜັດປ່ຽນກັນ ປະກອບຄໍາຄິດ, ຄໍາເຫັນໃສ່ບົດ ສະຫຼຸບ ແລະ ທິດທາງແຜນການ ໃນຕໍ່ໜ້າຢ່າງກົງໄປກົງມາ ແລະ ມີເນື້ອໃນຄວາມໝາຍ, ຄວາມສໍາ ຄັນຢ່າງຮັດກຸມຕໍ່ບັນດາວຽກ ງານໃນຕໍ່ໜ້າ. ໂດຍ: ໂກຮັງ ພັນທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ