ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄະນະກວດສອບແຫ່ງລັດ ເຂົ້າອວຍພອນລັດຖະມົນຕີກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2019-12-30 09:28:06 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 75 | ຄວາມນິຍົມ:



ວັນທີ 27 ທັນວາ ນີ້, ທ່ານ ນາງ ວຽງທອງ ສີພັນດອນ ກຳມະການສູນກາງພັກ, ປະທານ ອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະໄດ້ນໍາເອົາກະຕ່າ ດອກໄມ້ ແລະ ກະຕ່າຂອງຂວັນ ເຂົ້າອວຍພອນ ທ່ານ ພົນເອກ ຈັນ ສະໝອນ ຈັນຍາລາດ ກຳມະການ ກົມການເມືອງສູນກາງພັກ, ລັດ ຖະມົນຕີກະຊວງປ້ອງກັນປະເທດ ພ້ອມຄະນະ ເນື່ອງໃນໂອກາດສົ່ງ ທ້າຍປີເກົ່າ ຄສ 2019 ແລະ ຕ້ອນ ຮັບປີໃໝ່ ຄສ 2020 ຈະມາເຖິງ ໃນມໍ່ໆນີ້. ການເຂົ້າອວຍພອນຂອງຄະນະ ກວດສອບແຫ່ງລັດ ເນື່ອງໃນໂອ ກາດສົ່ງທ້າຍປີເກົ່າ ແລະ ຕ້ອນ ຮັບປີໃໝ່ສາກົນ ກໍຍ້ອນເຫັນໄດ້ ພາລະບົດບາດ, ຄວາມສຳຄັນ ແລະ ຜົນງານອັນໃຫຍ່ຫຼວງທີ່ ກອງທັບປະຊາຊົນລາວຍາດມາ ໄດ້ໃນໄລຍະຜ່ານມາທີ່ໄດ້ອຸທິດ ເຫື່ອແຮງສະຕິປັນຍາໃນພາລະ ກິດປະຕິວັດ ກໍຄືປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ ພ້ອມທັງໄດ້ກ່າວອວຍພອນ ອັນປະເສີດໃຫ້ແກ່ທ່ານລັດຖະມົນ ຕີກະຊວງປ້ອງກັນປະເທດ ແລະ ຄະນະນຳກະຊວງປ້ອງກັນປະ ເທດ, ຕະຫຼອດພະນັກງານ-ນັກ ຮົບທີ່ພວມປະຕິບັດໜ້າທີ່ຢູ່ແຕ່ລະ ບ່ອນປະຈຳການຈົ່ງມີສຸຂະພະລະນາໄມສົມບູນແຂງແຮງຕະຫຼອດ ປີໃໝ່ ແລະ ສືບຕໍ່ພັດທະນາປົກປັກ ຮັກສາປະເທດຊາດໃຫ້ມີຄວາມ ເຕີບໃຫຍ່ເຂັ້ມແຂງຍິ່ງໆຂຶ້ນ. ໂອກາດດັ່ງກ່າວ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະ ມົນຕີກະຊວງປ້ອງກັນປະເທດ ໃນນາມຕາງໜ້າຄະນະນຳກະ ຊວງ ກໍໄດ້ກ່າວອວຍພອນໃຫ້ປະ ທານກວດສອບແຫ່ງລັດ ພ້ອມ ດ້ວຍຄະນະຈົ່ງມີຄວາມຜາສຸກ, ມີຜົນສຳເລັດໃນໜ້າທີ່ການງານ ແລະ ມີສຸຂະພາບແຂງແຮງໃນ ຕະຫຼອດປີໃໝ່ເຊັ່ນກັນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ