ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ລາວ-ຫວຽດນາມ ເພີ່ມທະວີການພົວພັນຮ່ວມມືສອງຝ່າຍ
ເວລາອອກຂ່າວ: 2019-12-27 10:44:29 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 26 | ຄວາມນິຍົມ:



ສະຫາຍ ສະເຫຼີມໄຊ ກົມ ມະສິດ, ລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງສາທາ ລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ, ພ້ອມດ້ວຍພັນລະຍາ ແລະ ຄະນະໄດ້ເດີນທາງໄປຢ້ຽມ ຢາມ ສສ ຫວຽດນາມ ຢ່າງເປັນ ທາງການ, ພ້ອມທັງເຂົ້າຮ່ວມ ກອງປະຊຸມປຶກສາຫາລືດ້ານ ການເມືອງຂັ້ນລັດຖະມົນຕີລະ ຫວ່າງສອງກະຊວງການຕ່າງ ປະເທດ ລາວ-ຫວຽດນາມ ຄັ້ງ ທີ 6 ປະຈຳປີ 2019 ແລະ ເຂົ້າ ຮ່ວມກອງປະຊຸມສະໄໝສາມັນ ຄັ້ງທີ 29 ຂອງຄະນະຜູ້ແທນ ຊາຍແດນ ລາວ-ຫວຽດນາມ ປະຈຳປີ 2019, ທີ່ ສສ ຫວຽດ ນາມ, ໃນລະຫວ່າງວັນທີ 23- 27 ທັນວາ 2019, ເພື່ອເພີ່ມທະ ວີ ແລະ ເສີມຂະຫຍາຍສາຍພົວ ພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານລະຫວ່າງສອງປະເທດ ລາວ-ຫວຽດນາມ ໃຫ້ ແຕກດອກອອກຜົນຍິ່ງໆ ຂຶ້ນ. ສອງຝ່າຍໄດ້ຕີລາຄາສູງທີ່ ເຫັນວ່າ ຕະຫຼອດ 1 ປີ ຜ່ານມາ ສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືີຮອບດ້ານລະຫວ່າງ ສອງປະເທດ ລາວ-ຫວຽດນາມ ທີ່ໄດ້ຮັບການເສີມຂະຫຍາຍ ຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດ ວຽກງານ ໂດຍສະເພາະການພົວ ພັນດ້ານການເມືອງ, ການປ້ອງ ກັນຊາດ-ປ້ອງກັນຄວາມສະ ຫງົບ, ການຮ່ວມມືດ້ານການ ຄ້າ-ການລົງທຶນ, ດ້ານພະລັງ ງານ ແລະ ບໍ່ແຮ່,​ ວັດທະນະທຳ- ສັງຄົມ, ການແລກປ່ຽນການ ຢ້ຽມຢາມຂອງການນຳຂັ້ນສູງ ສອງປະເທດກໍຄື: ຂັ້ນວິຊາການ ທັງສູນກາງ ແລະ ທ້ອງຖິ່ນໄດ້ ມີຂຶ້ນຢ່າງເປັນປົກກະຕິ, ການ ຈັດຕັ້ງປະຕິບັດບັນດາຂໍ້ຕົກລົງ ແລະ ການຕົກລົງສອງຝ່າຍໄດ້ ຮັບການເອົາໃຈໃສ່ຢ່າງເປັນຮູບ ປະທຳ ແລະ ນຳເອົາຜົນປະ ໂຫຍດຕົວຈິງມາສູ່ປະຊາຊົນ ສອງຊາດຢ່າງແທ້ຈິງ,​ ການລົງ ທຶນຂອງຫວຽດນາມຢູ່ລາວ ແມ່ນຢູ່ໃນອັນດັບທີ 3 ຂອງບັນ ດາປະເທດທີ່ມາລົງທຶນຢູ່ລາວ, ນັກລົງທຶນຂອງລາວເອງກໍມີ ຄວາມສົນໃຈທີ່ຈະເລີ່ມໄປລົງ ທຶນຢູ່ຫວຽດນາມ, ທິດທາງ ໃນຕໍ່ໜ້າແມ່ນສອງຝ່າຍຈະໄດ້ ສຸມໃສ່ຊຸກຍູ້ການຮ່ວມມືດ້ານ ເສດຖະກິດລະຫວ່າງສອງປະ ເທດໃຫ້ນັບມື້ນັບເພີ່ມຂຶ້ນທັງປະ ລິມານ ແລະ ຄຸນນະພາບ, ເຊິ່ງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ກໍມີບົດບາດ ທີ່ສຳຄັນປະກອບສ່ວນເຂົ້າໃນ ວຽກງານນີ້ເຊັ່ນກັນ. ສອງຝ່າຍຕີລາຄາສູງການ ຮ່ວມມືດ້ານວຽກງານຊາຍແດນ ທີ່ສອງຝ່າຍໄດ້ເອົາໃຈໃສ່ຮ່ວມ ມືກັນຢ່າງແໜ້ນແຟ້ນ ແລະ ຮອບ ດ້ານເພື່ອເຮັດໃຫ້ເຂດຊາຍແດນ ລາວ-ຫວຽດນາມ ເປັນຊາຍ ແດນແຫ່ງສັນຕິພາບ,​ ມີການພັດ ທະນາແບບຮອບດ້ານ ແລະ ຍືນ ຍົງກໍຄືການຮ່ວມກັນແກ້ໄຂບັນ ຫາຄົງຄ້າງຕ່າງໆ ແລະ ໃນວັນ ທີ 26 ທັນວາ 2019 ນີ້, ທັງ ສອງຝ່າຍກໍຈະໄດ້ຈັດກອງປະ ຊຸມສາມັນປະຈຳປີຄັ້ງທີ 29 ຂອງຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມ ເພື່ອສະຫຼຸບ ການຈັດຕັ້ງປະຕິບັດວຽກງານ ຊາຍແດນໃນໜຶ່ງປີຜ່ານມາກໍຄື ການຈັດຕັ້ງປະຕິບັດວຽກງານ ການເຄື່ອນຍ້າຍ ແລະ ແຕ່ງດອງ ບໍ່ຖືກຕ້ອງຕາມລະບຽບກົດໝາຍ ຢູ່ຕາມບໍລິເວນຊາຍແດນ, ນອກ ນີ້, ສອງຝ່າຍກໍຍັງໄດ້ຮ່ວມກັນ ຈັດກອງປະຊຸມສຳມະນາໃນຫົວ ຂໍ້ "ວຽກງານການທູດເສດຖະກິດ ຂອງຫວຽດນາມ-ລາວ ພາຍໃຕ້ ສະພາບການໃໝ່" ແລະ ໄດ້ຮ່ວມ ກັນລົງນາມໃນແຜນປະຕິບັດ ງານຮ່ວມມືດ້ານການທູດເສດ ຖະກິດໄລຍະປີ 2020-2025,​ ເຊິ່ງຈະເປັນພື້ນຖານອັນດີໃຫ້ ແກ່ການຮ່ວມມືລະຫວ່າງສອງ ກະຊວງການຕ່າງປະເທດ ລາວ- ຫວຽດນາມ ໃນໄລຍະໃໝ່. ໃນໄລຍະການຢ້ຽມຢາມຄັ້ງ ນີ້, ສະຫາຍ ສະເຫຼີມໄຊ ກົມມະ ສິດ ພ້ອມດ້ວຍຄະນະຍັງໄດ້ເຂົ້າ ຢ້ຽມຂໍ່ານັບ ສະຫາຍ ຫງວຽນ ຊວັນຟຸກ, ນາຍົກລັດຖະມົນຕີ, ທີ່ຫ້ອງວ່າການລັດຖະບານ ແລະ ເຂົ້າຢ້ຽມຂໍ່ານັບ ສະຫາຍ ນາງ ຫງວຽນ ທິ ກິມ ເງິນ, ປະທານ ສະພາແຫ່ງຊາດ, ທີສະພາແຫ່ງ ຊາດ, ເຊິ່ງການນຳຂັ້ນສູງຂອງ ຫວຽດນາມໄດ້ຕີລາຄາສູງ ແລະ ຍ້ອງຍໍຊົມເຊີຍບົດບາດຂອງ ສອງກະຊວງການຕ່າງປະເທດ ທີ່ໄດ້ເອົາໃຈໃສ່ເຮັດວຽກຮ່ວມ ກັນຢ່າງໃກ້ຊິດ ປະກອບສ່ວນສຳ ຄັນໃຫ້ແກ່ການເສີມຂະຫຍາຍ ສາຍພົວພັນມິດຕະພາບທີ່ຍິ່ງ ໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ ແລະ ຫວຽດນາມ ຕະຫຼອດ ໄລຍະຜ່ານມາ ແລະ ໃນຊຸມປີຕໍ່ ໜ້າ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ