ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນ 411 ປິດການຊ້ອມຮົບຍິງລູກປືນແທ້ ປະຈຳປີ 2019
ເວລາອອກຂ່າວ: 2019-12-27 10:38:14 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 33 | ຄວາມນິຍົມ:



ການຫັດແອບຊ້ອມຮົບ 1 ຂັ້ນຝ່າຍດຽວນຳໃຊ້ 1 ກອງ ຮ້ອຍຍິງລູກປືນແທ້ຂອງກອງ ພັນ 411 ທີ່ຂຶ້ນກັບກອງບັນຊາ ການທະຫານແຂວງໄຊຍະບູ ລີປະຈຳປີ 2019 ໄດ້ດຳເນີນ ມາແຕ່ວັນທີ 16-23 ທັນວາ 2019 ແລະ ໄດ້ສໍາເລັດລົງ ດ້ວຍໝາກຜົນຢ່າງຈົບງາມ ໂດຍ ການເປັນກຽດເຂົ້າຮ່ວມຂອງ ສະຫາຍ ພົນຈັດຕະວາ ພັນແສງ ບຸນພັນ ຫົວໜ້າກົມອົບຮົມກົມໃຫຍ່ເສນາທິການກອງທັບ, ມີ ສະຫາຍ ພັນເອກ ກູດ ພົມມາ ຫົວໜ້າການທະຫານກອງບັນ ຊາການທະຫານແຂວງໄຊຍະ ບູລີ, ສະຫາຍ ສົມພອນ ໄຊດວງ ຕາ ກຳມະການພັກແຂວງ, ເລ ຂາພັກເມືອງ, ເຈົ້າເມືອງໆທົ່ງມີ ໄຊແຂວງໄຊຍະບູລີ, ມີແຂກທີ່ ຖືກເຊີນ, ຄະນະຮັບຜິດຊອບຊີ້ ນຳພ້ອມດ້ວຍນາຍ ແລະ ພົນທະ ຫານເຂົ້າຮ່ວມ, ສະຫາຍ ພັນໂທ ໄວຍາກອນ ເພັດສະລາດ ຫົວໜ້າຫ້ອງເສນາ ທິການກອງບັນຊາການທະຫານ ແຂວງໄຊຍະບູລີ, ຄະນະຊີ້ນຳ ລວມການຫັດແອບຊ້ອມຮົບໃນ ຄັ້ງນິ້ໄດ້ກ່າວວ່າ: ການເຄື່ອນ ໄຫວຊ້ອມຮົບໃນຄັ້ງນີ້ເປັນບັ້ນ ທອດຖອນບົດຮຽນອັນໜຶ່ງທີ່ ສ້າງປະສົບການໃຫ້ແກ່ພະນັກ ງານບັນຊາຂັ້ນກອງຮ້ອຍ, ໝວດ, ໝູ່ ແລະ ນັກຮົບ, ເປັນຕົ້ນແມ່ນ ບົດຮຽນທາງດ້ານເຕັກນິກ, ວິ ຊາການຄວາມຮູ້, ດ້ານສີລະ ປະການທະຫານ, ຍຸດທະວິທີ ການສູ້ຮົບ, ການປັບປຸງຮູບແບບ ທີ່ປະສົມປະສານ, ລະບຽບຫຼັກ ການເຮັດວຽກຂອງຜູ້ບັນຊາໃນ ການຈັດຕັ້ງປະຕິບັດສູ້ຮົບວຽກ ງານການກະກຽມກຳລັງ ແລະ ການນຳໃຊ້ກຳລັງສູ້ຮົບຢູ່ພູມີ ປະເທດຕົວຈິງແລະທັງເປັນ ການອົບຮົມ-ຫັດແອບໃຫ້ພະ ນັກງານ-ນັກຮົບຮູ້ຈັກນຳໃຊ້ ພາຫະນະອາວຸດເຂົ້າໃນການ ສູ້ຮົບຢ່າງຊຳນິ້ຊຳນານ, ການ ຊ້ອມຮົບໃນຄັ້ງນີ້ ເຊິ່ງສາມາດ ຮັບປະກັນໃນການບັນລຸເປົ້າໝາຍ ຢ່າງມີຜົນສຳເລັດ ແລະ ຍັງເປັນ ການຢັ້ງຢືນໃຫ້ເຫັນເຖິງຄວາມ ຕັດສິນໃຈຂອງພະນັກງານ- ນັກຮົບໃນການເຝິກແອບຮ່ຳ ຮຽນ ແລະ ຄວາມສາມັກຄີແຕ່ ຕົ້ນຕະຫຼອດປາຍ, ໂອກາດນີ້ ກອງບັນຊາການທະຫານແຂວງ ໄຊຍະບູລີຍັງໄດ້ມອບໃບຍ້ອງ ຍໍໃຫ້ກົມກອງລວມໝູ່ 5 ກອງ ຮ້ອຍ ແລະ ບຸກຄົນຈຳນວນ 35 ສະຫາຍທີ່ມີຜົນງານດີເດັ່ນ ໃນການເຂົ້າຮ່ວມຫັດແອບ ແລະ ຊ້ອມຮົບໃນຄັ້ງນີ້ອີກດ້ວຍ. ໂດຍ: ສົມຈີນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ