ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທ່ານ ພົນໂທ ສຸວອນ ເລືອງບຸນມີ ລົງຊຸກຍູ້ ຂະບວນການດ້ານຕ່າງໆ ຢູ່ ກອງຮ້ອຍ 215
ເວລາອອກຂ່າວ: 2018-11-28 09:36:02 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 379584538 | ຄວາມນິຍົມ:



ໃນວັນທີ 23 ພະຈິກ 2018 ນີ້, ທ່ານ ພົນໂທ ສຸວອນ ເລືອງ ບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງ ກັນປະເທດ, ຫົວໜ້າກົມໃຫຍ່ ເສນາທິການກອງທັບ ພ້ອມດ້ວຍ ຄະນະ ໄດ້ລົງເຄື່ອນໄຫວເພື່ອຊຸກ ຍູ້ປຸກລະດົມຂະບວນການດ້ານ ຕ່າງໆໃນໂອກາດຫ້າງຫາກະ ກຽມສະເຫຼີມສະຫຼອງວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 70 ປີ ຢູ່ກອງຮ້ອຍ 215 ທະຫານຊາຍແດນ ໂດຍໄດ້ຮັບ ການຕ້ອນຮັບຈາກ ພັນຕີ ໄຊປະ ເສີດ ຄຳດາວເຮືອງ ຫົວໜ້າການ ເມືອງກອງຮ້ອຍດັ່ງກ່າວ ພ້ອມ ດ້ວຍຄະນະ. ໂອກາດນີ້, ພັນຕີ ໄຊປະເສີດ ດາວຄຳເຮືອງ ໄດ້ລາຍງານ ສະພາບການ ແລະ ວຽກງານ ຂອງກົມກອງປິ່ນອ້ອມການ ຈັດຕັ້ງປະຕິບັດຕາມ 4 ໜ້າທີ່ ໃຫຍ່ 26 ແຜນງານຂອງຄະນະ ພັກກະຊວງປ້ອງກັນປະເທດ ວາງອອກ, ເຊິ່ງກົມກອງໄດ້ເອົາ ໃຈໃສ່ສຶກສາອົບຮົມການເມືອງ ນຳພາແນວຄິດໃຫ້ພະນັກງານ-ນັກຮົບພາຍໃນກົມກອງຢ່າງ ເປັນປົກກະຕິດີ, ພະນັກງານ-ນັກ ຮົບມີແນວຄິດອຸ່ນອຽນທຸ່ນທ່ຽງ ເຊື່ອໜັ້ນຕໍ່ການນຳພາຂອງພັກ-ກົດໝາຍຂອງລັດ, ຮູ້ຈຳແນກ ໄດ້ມິດສະຕູ, ມີສະຕິກຽມພ້ອມ ສູ້ຮົບຕະຫຼອດເວລາ, ເມື່ອມີຄຳ ສັ່ງມີນ້ຳໃຈຮັກຊາດ, ຮັກລະ ບອບໃໝ່, ຮັກບ້ານເກີດເມືອງ ນອນ, ເອົາໃຈໃສ່ປົກປັກຮັກສາ ເຂດນ້ຳແດນດິນໃນການປ້ອງ ກັນຊາຍແດນລະຫວ່າງລາວ-ຫວຽດນາມໃຫ້ມີຄວາມສະ ຫງົບ, ປ້ອງກັນໃນການໄປມາ ຫາສູ່ຂອງແຂກ ແລະ ຕິດຕາມ ການເຄື່ອນໄຫວຂອງກຸ່ມຄົນທີ່ ບໍ່ຫວັງດີທີ່ຈະເຂົ້າມາປັ່ນປ່ວນ ສ້າງຄວາມບໍ່ສະຫງົບຢູ່ຂອບ ເຂດຊາຍແດນ, ພ້ອມທັງໄດ້ປະ ສານສົມທົບກັບກຳລັງ ປກສ-ປກຊ ອອກເຄື່ອນໄຫວຕິດຕາມ ສະພາບກຸ່ມເປົ້າໝາຍລັກລອບ ເຂົ້າເມືອງຜິດກົດໝາຍ, ນອກ ນີ້ຍັງສຶບຕໍ່ເອົາໃຈໃສ່ຫັນລົງກໍ່ ສ້າງຮາກຖານກັບອຳນາດການ ປົກຄອງທ້ອງຖິ່ນທີ່ມີການພົວ ແລະ ປຸກລະດົມໂຄສະນາໃຫ້ບັນ ດາພໍ່ແມ່ປະຊາຊົນບັນດາເຜົ່າ ເຂົ້າໃຈແຈ້ງຕໍ່ວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ເຮັດໄດ້ບົດບາດວຽກງານປ້ອງ ກັນ ແລະ ສຶກສາອົບຮົມໃຫ້ເຂົ້າ ເຈົ້າໄດ້ມີສວນຮ່ວມໃນວຽກງານ ດັ່ງກ່າວຕະຫຼອດໄລຍະທີ່ຜ່ານ ມາເຫັນວ່າມີຄວາມສະຫງົບ ໂດຍພື້ນຖານຕາມຂອບເຂດຊາຍ ແດນຄວາມຮັບຜິດຊອບຂອງກົມ ກອງ. ໂອກາດນີ້ ທ່ານ ພົນໂທ ສຸວອນ ເລືອງບຸນມີ ໄດ້ໃຫ້ກຽດ ໂອ້ລົມຕໍ່ພະນັກງານ-ນັກຮົບ ກອງຮ້ອຍດັ່ງກ່າວ ໂດຍທ່ານ ໄດ້ເນັ້ນໜັກ ແລະ ຮຽກຮ້ອງໃຫ້ ຄະນະພັກ-ຄະນະບັນຊາຈົ່ງກຳ ແໜ້ນສະພາບຂອງກຸ່ມຄົນທີ່ບໍ່ດີ ທີ່ເຂົ້າມາເຄື່ອນໄຫວສ້າງຄວາມ ບໍ່ສະຫງົບສຸກພາຍໃນທ້ອງຖິ່ນ ແລະ ຂອບເຂດຄວາມຮັບຜິດ ຊອບ, ເປັນເຈົ້າການສຶກສາອົບ ຮົມການເມືອງນຳພາແນວຄິດ ໃຫ້ພະນັກງານ-ນັກຮົບຢ່າງ ເປັນປະຈຳຕໍ່ເນື່ອງ, ສ້າງໃຫ້ໄດ້ ພະນັກງານຜູ້ທີ່ດີເດັ່ນ, ເພື່ອສ້າງ ເປັນພະນັກງານສືບທອດປ່ຽນ ແທນ, ເອົາໃຈໃສ່ເຝິກແອບຮໍ່າ ຮຽນສິລະປະຍຸດ-ຍຸດທະວີທີ ວຽກງານວິຊາສະເພາະໃຫ້ມີ ຄວາມຊຳນິຊຳນານ ແລະ ພ້ອມ ກັນສ້າງຜົນງານເພື່ອຂໍ່ານັບຮັບ ຕ້ອນວັນບຸນສຳຄັນຕ່າງໆຂອງ ຊາດ, ຂອງພັກໂດຍສະເພາະ ແມ່ນວັນສ້າງຕັ້ງກອງທັບປະຊາ ຊົນລາວ ຄົບຮອບ 70 ປີທີ່ຈະ ໝູນມາເຖິງໃນມໍ່ໆນີ້ໃຫ້ເປັນຂະ ບວນຟົດຟື້ນຕໍ່ເນື່ອງ ແລະ ວັນ ສ້າງຕັ້ງເມືອງໄຊ ຄົບຮອບ 50 ປີໃຫ້ມີເນື້ອໃນເລິກເຊິ່ງ. ຂ່າວໃຫ້ຮູ້ຕື່ມອີກວ່າ: ໃນວັນ ທີ 22 ພະຈິກ 2018 ນີ້, ທ່ານ ພົນໂທ ສຸວອນ ເລືອງບຸນມີ ພ້ອມ ດ້ວຍຄະນະ ກໍໄດ້ລົງເຄື່ອນໄຫວ ຊຸກຍູ້ ແລະ ຕິດຕາມກວດກາ ການຈັດຕັ້ງເຄື່ອນໄຫວວຽກ ງານປ້ອງກັນຄວາມສະຫງົບ ຂອງພະນັກງານ-ນັກຮົບທີ່ພວມ ປະຕິບັດໜ້າທີ່ຢູ່ເສັ້ນທາງເລກ 7 ແລະ ເລກ 6 ລະຫວ່າງຊາຍ ແດນແຂວງຊຽງຂວາງ ແລະ ແຂວງຫົວພັນ ເຊິ່ງໄດ້ລົງຕິດ ຕາມສະພາບການເປັນຢູ່ຂອງ ພະນັກງານ-ນັກຮົບຢູ່ແຕ່ລະ ຈຸດ ພ້ອມທັງເນັ້ນໜັກໃຫ້ຄະນະ ພັກ-ຄະນະບັນຊາ ແລະ ພະນັກ ງານ-ນັກຮົບຜູ້ທີ່ເຮັດວຽກງານ ປ້ອງກັນໃນຄັ້ງນີ້ ຈົ່ງສືບຕໍ່ເຮັດ ໜ້າທີ່ຂອງຕົນຢ່າງມີຄວາມຮັບ ຜິດຊອບສູງ ແລະ ສືບຕໍ່ເຄື່ອນ ໄຫວພົບປະກັບອຳນາດການປົກ ຄອງທ້ອງຖິ່ນບ້ານສະເຫຼີຍ ພ້ອມ ດ້ວຍພໍ່ແມ່ປະຊາຊົນ ແລະ ນຳ ເອົາປຶ້ມຂຽນພ້ອມບິກຈຳນວນ ໜຶ່ງມອບໃຫ້ແກ່ບ້ານດັ່ງກ່າວ ເພື່ອເປັນການກະຕຸກຊຸກຍູ້ການ ສຶກສາຕື່ມອີກ. ໂດຍ: ແສງສຸລີ ພົມມະຈັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ