ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຕ້ອນຮັບ ຜູ້ອຳນວຍການ ວິທະຍາຄານປ້ອງກັນປະເທດຍີ່ປຸ່ນ
ເວລາອອກຂ່າວ: 2018-11-28 09:34:15 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 173 | ຄວາມນິຍົມ:



ໃນຕອນບ່າຍວັນທີ 27 ພະ ຈິກ 2018 , ຢູ່ທີ່ສະໂມສອນຫ້ອງ ວ່າການກະຊວງປ້ອງກັນປະເທດ ທ່ານ ພົນຕີ ພູວົງ ວົງພົມ ຮອງ ລັດຖະມົນຕີກະຊວງປ້ອງກັນປະ ເທດ ໄດ້ຕ້ອນຮັບການເຂົ້າຢ້ຽມ ຂ່ຳນັບຂອງທ່ານ ຣຽວເຊອິ ໂຄະ ຄຸບຸນ(Ryosei KOKUBUN) ຜູ້ອຳນວຍການວິທະຍາຄານ ປ້ອງກັນປະເທດຍີ່ປຸ່ນ ພ້ອມຄະ ນະ ໃນໂອກາດເດີນທາງມາຢ້ຽມ ຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 27-29 ພະຈິກ 2018. ທ່ານ ພົນຕີ ພູວົງ ວົງພົມ ໄດ້ ສະແດງການຕ້ອນຮັບດ້ວຍໄມຕີ ຈິດມິດຕະພາບ ແລະ ຕີລາຄາສູງ ຕໍ່ອຳນວຍການວິທະຍາຄານ ປ້ອງກັນປະເທດຍີ່ປຸ່ນ ພ້ອມຄະ ນະທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນ ຄັ້ງນີ້ ເຊິ່ງເປັນການເສີມສ້າງ ສາຍພົວພັນມິດຕະພາບ ອັນດີ ງາມ ລະຫວ່າງກອງທັບປະຊາຊົນ ລາວ ແລະ ຍີ່ປຸ່ນ ໃຫ້ໄດ້ຮັບການ ຂະຫຍາຍຕົວກວ້າງຂວາງຂຶ້ນ ເລື້ອຍໆ. ທ່ານ ຣຽວເຊອິ ໂຄະຄຸບຸນ ຜູ້ ອຳນວຍການວິທະຍາຄານປ້ອງ ກັນປະເທດຍີ່ປຸ່ນ ໄດ້ສະແດງ ຄວາມຂອບໃຈຕໍ່ການຕ້ອນຮັບ ອັນອົບອຸ່ນຂອງທ່ານຮອງລັດຖະ ມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມທັງຍຢືນ ຢັນວ່າຈະສືບຕໍ່ໃຫ້ການຮ່ວມມື ທາງດ້ານວິຊາການວຽກງານ ປ້ອງກັນຊາດຂອງສອງປະເທດ ລາວ-ຍີ່ປຸ່ນ ໃຫ້ນັບມື້ນັບຂະ ຫຍາຍຕົວຍິ່ງຂຶ້ນໃນຕໍ່ຫນ້າ. ໂດຍ: ບຸນທະວີ ອິນທະມິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ