ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຮອງປະທານສະພາແຫ່ງຊາດ ຕິດຕາມກວດກາການເຮັດວຽກ ຢູ່ແຂວງໄຊຊົມບູນ
ເວລາອອກຂ່າວ: 2019-12-24 09:21:20 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 19 | ຄວາມນິຍົມ:



(ສພຊ) ວັນທີ 19 ທັນວາ 2019 ນີ້, ສະຫາຍ ພົນໂທ ແສງ ນວນ ໄຊຍະລາດ ເລຂາທິການ ສູນກາງພັກ, ຮອງປະທານສະພາ ແຫ່ງຊາດ ພ້ອມດ້ວຍຄະນະໄດ້ ເຄື່ອນໄຫວຕິດຕາມກວດກາ ແລະ ເຮັດວຽກຢູ່ແຂວງໄຊສົມບູນ; ໂດຍໃຫ້ການຕ້ອນຮັບຂອງ ສະ ຫາຍ ບຸນສຸກ ຈອມວິສານ ຮອງເລຂາພັກແຂວງ, ປະທານສະພາປະ ຊາຊົນແຂວງໄຊສົມບູນ, ມີພະນັກ ງານທີ່ກ່ຽວຂ້ອງ. ໂອກາດນີ້ ສະຫາຍ ບຸນສຸກ ຈອມ ວິສານ ໄດ້ລາຍງານສະພາບລວມ ການເຄື່ອນໄຫວວຽກງານຂອງ (ສພຂ) ໄຊສົມບູນ ໃນໄລຍະຜ່ານ ມາ, ພ້ອມນັ້ນສະຫາຍພົນໂທ ແສງ ນວນ ໄຊຍະລາດ ກໍໄດ້ມີຄໍາຖາມ ເຈາະຈີ້ມ ກ່ຽວກັບປະກົດການຫຍໍ້ ທໍ້ທາງດ້ານສາສະໜາໃນໄລຍະ ຜ່ານມາ, ຜົນການຈັດຕັ້ງປະຕິບັດ ການເຜີຍແຜ່ ດໍາລັດວ່າດ້ວຍ ການຄຸ້ມຄອງ ແລະ ປົກປ້ອງການ ເຄື່ອນໄຫວສາສະໜາຢູ່ ສປປ ລາວ ເລກທີ 315/ລບ; ການແກ້ໄຂຄະດີ ແລະ ການປະຕິບັດຕາມຄໍາຕັດສິນ ຂອງສານ ລວມທັງການປະຕິບັດ ຕໍ່ຜູ້ຖືກຫາໃນຄ້າຍກັກຂັງຄື ການ ຄຸ້ມຄອງການເຂົ້າ-ອອກເມືອງ ຫຼືຍົກຍ້າຍຂອງປະຊາຊົນ ແລະ ອື່ນໆ. ຕາງໜ້າອົງການແນວລາວ ສ້າງຊາດແຂວງ ໄດ້ລາຍງານວ່າ: ໄລຍະຜ່ານມາໄດ້ເຕົ້າໂຮມຄວາມສາມັກຄີ ບັນດາເຜົ່າ ໂດຍການສຶກ ສາອົບຮົມດ້ານການເມືອງ-ແນວ ຄິດໃຫ້ມີຄວາມສາມັກຄີ ພ້ອມ ພຽງກັນສ້າງສາພັດທະນາບ້ານ ເມືອງ, ບໍ່ໃຫ້ເຄື່ອນໄຫວສາສະໜາ ທີ່ຂັດຕໍ່ແນວທາງນະໂຍບາຍຂອງ ພັກ-ລັກ ທົ່ວແຂວງມີ ປະຊາຊົນ ນັບຖືສາສະໜາພຸດ 27%, ສາສະ ໜາຄຣິດ 16%, ເຊື່ອຖືບັນພະບູລຸດ (ຜີ) 62%; ໄລຍະຜ່ານມາເຫັນ ວ່າບັນດາຜູ້ສອນສາສະໜາເຂົ້າ ໃຈກ່ຽວກັບແນວທາງນະໂຍຍາຍ ຂອງພັກ-ລັດເປັນຢ່າງດີ ການ ເຜີຍແຜ່ດໍາລັດ ເລກທີ 315/ລບ ແມ່ນສາມາດ ປະຕິບັດໄດ້ໃນບັນ ດາບ້ານທີ່ເຂົ້າເຖິງໄດ້ສະດວກ ແລະ ບັນດາບ້ານທີ່ຢູ່ຫ່າງໄກສອກ ຫຼີກ ແມ່ນຍັງປະຕິບັດບໍ່ໄດ້, ມີ ຄວາມຫຍຸ້ງຍາກຂາດເຂີນງົບປະ ມານໃນການເຄື່ອນໄຫວເຜີຍແຜ່. ຕາງໜ້າພະແນກພາຍໃນແຂວງ ໄດ້ລາຍງານວ່າ: ປະກົດການຫຍໍ້ ທໍ້ທາງສາສະໜາແມ່ນການ ສ້າງຕັ້ງວັດ, ໂບດ ທີ່ບໍ່ໄດ້ຮັບການ ອະນຸຍາດ; ການລະດົມຊວນເຊື່ອ ເພື່ອລະດົມທຶນຕ່າງໆມາດຕະ ການແກ້ໄຂ ແມ່ນໄດ້ມີການສຶກສາ ອົມຮົມການເມືອງ-ແນວຄິດ. ຕາງ ໜ້າອົງການໄອຍະການປະຊາ ຊົນແຂວງ, ພະແນກຍຸຕິທໍາ ແຂວງ ແລະ ກອງບັນຊາການ ປ້ອງກັນຄວາມສະຫງົບກໍໄດ້ ລາຍງານວ່າ: ການແກ້ໄຂຄະດີ ໃນໄລຍະຜ່ານມາ ກໍຄືການຈັດຕັ້ງປະຕິບັດຕາມຄໍາຕັດສິນຂອງສານ ແມ່ນໄດ້ເອົາໃຈໃສ່ໃຫ້ຖືກຕ້ອງ ໄດ້ມີການປະສານສົມທົບກັນ ລະຫວ່າງອົງການໄອຍະການ ປະຊາຊົນແຂວງ, ກອງບັນຊາ ການປ້ອງກັນຄວາມສະຫງົບ (ປກສ) ແລະ ອົງການຈັດຕັ້ງ ຂັ້ນທ້ອງຖິ່ນຂອງແຂວງຂອງ ເມືອງ ໃນຈໍານວນ 147 ຄະດີ, ປິດ ຄະດີແລ້ວ 14 ເລື່ອງ, ປະຕິບັດໄດ້ 95% ຂອງແຜນການປີ. ສະຫາຍ ພົນໂທ ແສງນວນ ໄຊຍະລາດ ໄດ້ມີຄໍາເຫັນໂອ້ລົມ ເຊິ່ງໄດ້ເນັ້ນໃຫ້ແຕ່ລະພະແນກ ການເພີ່ມທະວີຄວາມຮັບຜິດຊອບ ໜ້າທີ່ການເມືອງຂອງຕົນໃຫ້ ເອົາໃຈໃສ່ເພີ່ມທະວີຄວາມສາມັກ ຄີພາຍໃນ ເປັນປຶກແຜ່ນ ໂດຍສະ ເພາະຄວາມສາມັກຄີເປັນເອກະ ພາບພາຍໃນພັກ, ສຶກສາອົບຮົມ ດ້ານການເມືອງ-ແນວຄິດ, ບົນພື້ນ ຖານຄວາມສະເໝີພາບບັນດາ ເຜົ່າສໍາລັບວຽກງານສາສະໜາ ໃຫ້ມີການສຶກສາອົບຮົມດ້ານ ການເມືອງ-ແນວຄິດ ສາສະໜາ ແມ່ນທີ່ເພິ່ງທາງດ້ານຈິດໃຈ ຂອງຄົນເຮົາ, ແຕ່ບໍ່ໃຫ້ເຄື່ອນໄຫວ ທາງສາສະໜາ ທີ່ຂັດຕໍ່ລັດຖະ ທໍາມະນູນ ແລະ ກົດໝາຍ, ການສຶກ ສາອົມຮົມຕ້ອງມີຄວາມນຸ້ມນວນ, ຄ່ອງແຄ້ວ ແລະ ດ້ວຍເຫດດ້ວຍ ຜົນເອົາໃຈໃສ່ຊຸກຍູ້ສົ່ງເສີມການ ຜະລິດເປັນສິນຄ້າເພື່ອແກ້ໄຂຊີ ວິດການເປັນຢູ່ຂອງປະຊາຊົນ ບັນດາເຜົ່າ ໂດຍອີງໃສ່ສະພາບ ທ່າແຮງບົ່ມຊ້ອນຄວາມເປັນຈິງ ຂອງທ້ອງຖິ່ນ ໂດຍສະເພາະ ການປູກຝັງລ້ຽງສັດ ຫຼື ການ ຜະລິດຫັດຖະກໍາເປັນສິນຄ້າ ໃຫ້ເອົາໃຈໃສ່ວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ຕິດພັນກັບການສ້າງຮາກຖານປະ ຊາຊົນບັນດາເຜົ່າ, ໃຫ້ມີຄວາມ ໜັກແໜ້ນ ເຂັ້ມແຂງ, ຕ້ອງຄຸ້ມ ຄອງ ແລະ ເກັບກໍາຄົນເຂົ້າ-ອອກ ເມືອງຜິດກົດໝາຍຕະຫຼອດຮອດ ການໄປສ້າງຄອບຄົວກັບຄົນ ແຂວງອື່ນ ຫຼື ຕ່າງປະເທດ ແລະ ການເຄື່ອນຍ້າຍ ພ້ອມນັ້ນກໍຕ້ອງ ເປັນເຈົ້າການຍົກຍ້າຍມາຕັ້ງຖິ່ນ ຖານໃໝ່; ສືບຕໍ່ສ້າງຂະບວນ ການຂໍ່ານັບຮັບຕ້ອນມະຕິກອງ ປະຊຸມ ໃຫຍ່ຄັ້ງທີ XI ຂອງພັກ ໃຫ້ຟົດຟື້ນກວ້າງຂວາງ. ໃນໂອກາດນີ້, ສະຫາຍ ຮອງ ປະທານສະພາແຫ່ງຊາດ ພ້ອມ ດ້ວຍຄະນະ ຍັງໄດ້ຢ້ຽມ ຢາມ ແລະ ມອບເຄື່ອງບໍລິໂພກຈໍານວນໜຶ່ງ ໃຫ້ນາຍ ແລະ ພົນທະຫານ ກອງ ບັນຊາການທະຫານແຂວງໄຊ ສົມບູນ ເພື່ອເປັນກໍາລັງໃຈໃນ ການປະຕິບັດໜ້າທີ່. ໂດຍ: ບຸນເກີດ ວົງໄຊຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ