ປະກາດການຈັດຕັ້ງກອງພັນ 160
ເວລາອອກຂ່າວ: 2019-12-24 09:17:15 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1291 | ຄວາມນິຍົມ: ![]()
ວັນທີ 23 ທັນວາ 2019 ນີ້,
ກອງພັນ 160 ໄດ້ຈັດພິທີປະກາດ ການຈັດຕັ້ງຄະນະພັກຮາກຖານ ໂດຍພາຍໃຕ້ການເປັນປະທານ ຂອງ ສະຫາຍ ພົນຈັດຕະວາ ວົງ
ສອນ ອິນປານພິມ ກໍາມະການຄະ ນະພັກກະຊວງ, ຮອງຫົວໜ້າກົມ
ໃຫຍ່ການເມືອງກອງທັບ, ມີຄະນະ
ພັກ-ຄະນະບັນຊາ, ພ້ອມດ້ວຍ ພະນັກງານ-ນັກຮົບເຂົ້າຮ່ວມ.
ສະຫາຍ ພັນໂທ ວັນທອງ ພົງສະຫວັນ ຮອງຫົວໜ້າຫ້ອງການ ເມືອງກົມໃຫຍ່ການເມືອງກອງ ທັບໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ກົມໃຫຍ່ການເມືອງກອງທັບ ວ່າດ້ວຍການບົ່ງຕົວແຕ່ງຕັ້ງຄະ
ນະພັກຮາກຖານກອງພັນ 160
ສະບັບເລກທີ 76/ຄປຈພ ລົງວັນທີ
6/12/ 2019 ເຊິ່ງໃນນີ້ໄດ້ຕົກລົງ
ແຕ່ງຕັ້ງ ສະຫາຍ ພັນໂທ ມີໄຊ ອຸທຸມ
ທອງ ເປັນເລຂາຄະນະພັກຮາກ ຖານກອງພັນ 160 ແລະ ສະຫາຍ
ພັນໂທ ກ່ານແກ້ວ ບຸນມີໄຊ ເປັນຮອງ ເລຂາຄະນະພັກຮາກຖານ, ສະຫາຍ ພັນໂທ ບຸນຈັນ ດວງພູມີ ເປັນ
ກໍາມະການໂຄສະນາ, ສະຫາຍ
ພັນຕີ ແອຄໍາ ມະນີວົງ ເປັນກໍາມະ ການ ກວດກາ, ສະຫາຍ ພັນຕີ
ດວງໃຈ ໄຊຍະເພັນ ເປັນກໍາມະ ການປ້ອງກັນ, ສະຫາຍ ພັນຕີ
ສຸລິຍະ ພົນລະມິດ ເປັນກໍາມະການ ຈັດຕັ້ງ, ສະຫາຍ ພັນຕີ ອິນຊຽງ ແກ້ວວົງສາ ເປັນກໍາມະການ-ການຄັງ ພ້ອມນັ້ນຍັງໄດ້ ຜ່ານມະ
ຕິຕົກລົງວ່າດ້ວຍການບົ່ງຕົວ ແ ຕ່ງຕັ້ງ 4 ໜ່ວຍພັກ ຂຶ້ນກັບຄະ
ນະພັກຮາກຖານປະກອບມີ 1 ໜ່ວຍພັກສໍານັກ, 2 ໜ່ວຍພັກ
ກອງຮ້ອຍທີ 1, 3 ໜ່ວຍພັກກອງ
ຮ້ອຍທ ີ 2, 4 ໜ່ວຍພັກກອງຮ້ອຍທີ 3. ບ່ົງຕົວແຕ່ງຕັ້ງຄະນະໜ່ວຍ ພັກຂຶ້ນກັບຄະນະພັກຮາກຖານ
ກອງພັນ 160 ປະກອບມີ: ຄະນະ
ພັກສໍານັກ 1 ສະຫາຍ ພັນຕີ ສຸລິຍະ ພົນລະມິດ ເປັນເລຂາໜ່ວຍພັກ, 2 ສະຫາຍ ພັນຕີ ຈັນທະລັງ ມະ ນີລັງ ເປັນຮອງ, 3 ສະຫາຍ ຮ້ອຍ
ເອກ ຄໍາຜົງ ສີວັນທົນ ເປັນກໍາມະ
ການກວດກາ. ຄະນະພັກກອງ ຮ້ອຍທີ 1 ປະກອບມີ: ສະຫາຍ ພັນຕີ ອິນຊຽງ ແກ້ວວົງສາ ເປັນ ເລຂາໜ່ວຍພັກ, 2 ສະຫາຍ ຮ້ອຍເອກ ໄມທຸຍ ສ່ຽວອຸ່ນລາພັນ
ເປັນຮອງ,3 ສະຫາຍ ຮ້ອຍເອກ
ດວງ ບຸນຕາ ເປັນກໍາມະການ
ກວດກາ, ຄະນະກອງຮ້ອຍທີ 2 ປະກອບມີ 1 ສະຫາຍ ພັນຕີບຸນ
ທໍາ ສວນວິລຸນ ເປັນເລຂາໜວຍ
ພັກ, 2 ສະຫາຍ ສະຫາຍ ຮ້ອຍ ເອກ ສຸກຖາວອນ ວິໄລພົງ ເປັນ
ຮອງເລຂາ, 3 ສະຫາຍ ຮ້ອຍໂທ
ພອນສີ ທອງວົງສາ ເປັນກໍາມະ
ການກວດກາ ແລະ ຄະນະກອງ ຮ້ອຍທີ 3 ປະກອບມີ 1 ສະຫາຍ ຮ້ອຍເອກ ສົມໝາຍ ຈັນທະຄູນ ເປັນເລຂາໜວຍພັກ, 2 ສະຫາຍ ຮ້ອຍເອກດໍາດວນ ນັນທະວົງ ເປັນຮອງເລຂາ, 3 ສະຫາຍ ຮ້ອຍ ເອກ ຊຽງຫຸມພອນ ຕຸລາພົງ ເປັນກໍາມະການກວດກາ.
ໂອກາດນີ້ ສະຫາຍ ພົນຈັດຕະ ວາ ວົງສອນ ອິນປານພິມ ໃຫ້
ກຽດໂອ້ລົມຕໍ່ນາຍທະຫານທີ່ໄດ້ ຮັບການແຕ່ງຕັ້ງມອບໝາຍໜ້າ ທີ່ໃໝ່ໃນຄັ້ງນີ້ວ່າ: ການປະກາດ ການປັບປຸງການຈັດຕັ້ງແມ່ນ ຄວາມຮຽກຮ້ອງຕ້ອງການຂອງ ໜ້າທີ່ວຽກງານໃນໄລຍະໃໝ່ ແລະ
ເປັນການມອບໝາຍໜ້າທີ່ອັນສຳ ຄັນຂອງຄະນະນຳກົມໃຫຍ່ການ
ເມືອງກອງທັບທີ່ໃຫ້ຄວາມໄວ້
ເນື້ອເຊື່ອໃຈດັ່ງນັ້ນຈົ່ງສືບຕໍ່ຈັດ
ຕັ້ງປະຕິບັດໜ້າທີ່ການເມືອງ ທີ່ຂັ້ນເທິງມອບໝາຍໃຫ້ດ້ວຍ ຄວາມຮັບຜິດຊອບສູງ ໂດຍການ
ເພີ່ມທະວີບົດບາດຂອງຕົນຢ່າງຕັ້ງໜ້າ ແລະ ເປັນແບບຢ່າງ ທີ່ດີຊີ້ນຳ-ນຳພາສຶກສາອົບຮົມ ໃຫ້ພະນັກງານ-ນັກຮົບໃນກົມ ກອງໃຫ້ມີຄວາມອຸ່ນອຽນທຸ່ນທ່ຽງເຊື່ອໝັ້ນຕໍ່ການນຳພາຂອງ ພັກ, ປະຕິບັດຂໍ້ກຳນົດ 7 ລະບອບ 18 ວຽກຂອງກອງທັບຢ່າງເຂັ້ມງວດເພື່ອສືບຕໍ່ພັດທະນາກົມ ກອງໃຫ້ມີຄວາມຈະເລີນກ້າວໜ້າ ແລະ ຂະຫຍາຍຕົວຂຶ້ນ ເລື້ອຍໆ.
ໂດຍ: ບຸນຊ້ອຍ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















