ກອງປະຊຸມຜູ້ແທນຊາວໜຸ່ມຄັ້ງທີ V ທົ່ວ ກມທ
ເວລາອອກຂ່າວ: 2019-12-24 09:12:15 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1098 | ຄວາມນິຍົມ: ![]()
ພະແນກຊາວໜຸ່ມກົມໃຫຍ່ ການເມືອງກອງທັບ ໄດ້ດຳເນີນ ກອງປະຊຸມຜູ້ແທນຊາວໜຸ່ມຄັ້ງທີ V ໃນວັນທີ 20 ທັນວານີ້, ໂດຍ ການເປັນປະທານຂອງສະຫາຍ ພັນເອກ ບຸນເຫຼືອ ໄຊຍະເພັນ ຫົວ
ໜ້າຫ້ອງການເມືອງກົມໃຫຍ່ ການເມືອງກອງທັບ, ມີຄະນະ
ພັກ-ຄະນະບັນຊາ, ອົງການ, ກົມ, ຫ້ອງການ, ກອງພ້ອມດ້ວຍຄະ ນະບໍລິຫານງານ, ໜ່ວຍຊາວໜຸ່ມທີ່ຂຶ້ນກັບ ແລະ ແຂກທີ່ຖືກເຊີນເຂົ້າ ຮ່ວມ.
ກອງປະຊຸມໄດ້ຮັບຟັງການ ຜ່ານບົດລາຍງານການເມືອງ ທັງສອງພາກຈາກ ສະຫາຍ ພັນ ໂທ ສາກົນ ດວງສາມາດ ຫົວ ໜ້າພະແນກຊາວໜຸ່ມ ກົມໃຫຍ່ ການເມືອງກອງທັບ ເຊິ່ງໄດ້ຕີລາ
ຄາຄືນຕໍ່ໝາກຜົນແຫ່ງການຊີ້
ນຳ-ນຳພາວຽກງານຮອບດ້ານ
ໃນໄລຍະ 5 ປີ ຜ່ານມາ ໂດຍປິ່ນ ອ້ອມ 4 ໜ້າ ທີ່ໃຫຍ່ 26 ແຜນ
ງານທີ່ຄະນະພັກກະຊວງປ້ອງ ກັນປະເທດວາງອອກ ກໍຄືກອງ ປະຊຸມໃຫຍ່ຂອງຜູ້ແທນຊາວໜຸ່ມ ທົ່ວປະເທດຄັ້ງທີ VII ຕິດພັນ
ເນື້ອໃນຂໍ້ແຂ່ງຂັນ 4 ບຸກທີ່ຊາວ
ໜຸ່ມວາງອອກ ມີຄວາມໜັກແໜ້ນ
ທາງດ້ານການເມືອງ, ເຂັ້ມແຂງ
ທາງດ້ານການຈັດຕັ້ງ ແນໃສ່ສຶກ ສາອົບຮົມການເມືອງນຳພາແນວ
ຄິດໃຫ້ເຂົ້າໃຈຕໍ່ແນວທາງນະ ໂຍບາຍຂອງພັກ, ກົດໝາຍຂອງ ລັດ ແລະ ເຊື່ອມຊຶມບັນດາມະຕິຄຳ
ສັ່ງຕ່າງໆໃນການເຂົ້າຮ່ວມຮັບ ຟັງປາຖະກະຖາມູນເຊື້ອຂອງພັກ, ຂອງກອງທັບ ແລະ ຂອງຊາວໜຸ່ມ
ຈຳນວນ 30 ຄັ້ງ ຈຳນວນ 4.200
ສະຫາຍ, ເຂົ້າຮ່ວມກິດຈະກຳ ຖາມ-ຕອບຄວາມຮູ້ວິທະຍາສາດ 6 ຄັ້ງ, ຈຳນວນ 50 ສະຫາຍ, ສ່ອງແສງສະພາບການເຄື່ອນ ໄຫວຂອງຊາວໜຸ່ມຢູ່ຫ້ອງການຊາວໜຸ່ມຈຳນວນ 55 ຄັ້ງ, ອັນ ເຮັດໃຫ້ສະມາຊິກຊາວໜຸ່ມມີຄຸນ ທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ ສາ ມາດເຮັດສຳເລັດໜ້າທີ່ການ ເມືອງຂອງຕົນທີ່ຂັ້ນເທິງມອບ ໝາຍໄດ້ເປັນຢ່າງດີ. ໃນປັດຈຸບັນທົ່ວກົມໃຫຍ່ການເມືອງກອງທັບມີຄະນະຊາວຫນຸ່ມ 119 ສະຫາຍ, ມີ 6 ຄະນະບໍລິຫານງານມີ 21 ໜ່ວຍ, ມີ 15 ໜ່ວຍເອກະລາດ, ມີສະມາຊິກຊາວໜຸ່ມທັງໝົດ 1.055 ສະຫາຍ, ທຽບໃສ່ຊຸມປີ ຜ່ານມາເພີ່ມຂຶ້ນ 325 ສະຫາຍ, ມີຄະນະບໍລິຫານງານນຳໜ້າ 4 ບຸກມີ 3 ຄະນະບໍລິຫານງານ, ໜ່ວຍຊາວໜຸ່ມນຳໜ້າ 4 ບຸກ ມີ 31 ໜ່ວຍ, ກາງ 5 ໜ່ວຍ, ສະມາ ຊິກຊາວຊາວໜຸ່ມນຳໜ້າ 4 ບຸກ ມີ 935 ສະຫາຍ. ນອກນີ້ພະແນກ ຊາວໜຸ່ມຍັງໄດ້ນຳພາສະມາຊິກ ຊາວໜຸ່ມເຂົ້າຮ່ວມຂະບວນການ ກີລາ-ສິລະປະວັນນະຄະດີ ແລະ ຂະບວນການອື່ນໆທີ່ຂັ້ນເທິງຈັດ ຂຶ້ນ ກໍຄືກົມໃຫຍ່ການເມືອງ ກອງທັ ຢ່າງເປັນຂະບວນຟົດຟື້ນ
ຕໍ່ເນື່ອງ, ນອກນັ້ນຍັງໄດ້ເອົາໃຈ ໃສ່ແກ້ໄຂຊີວິດເປັນຢູ່ພ້ອມທັງ ສ້າງລາຍຮັບເຂົ້າຄັງພະແນກ ໂດຍໄດ້ສົມທົບກັບພະແນກສະຫະ ພັນແມ່ຍິງ ກົມໃຫຍ່ການເມືອງ ກອງທັບ, ເຂົ້າຮ່ວມກອງທຶນພັດ ທະນາຊາວໜຸ່ມກອງທັບ. ປັດຈຸ
ບັນມີສະມາຊິກຊາວໜຸ່ມກອງ ທຶນກົມໃຫຍ່ການເມືອງກອງທັບ ທັງໝົດມີ 1.044 ສະຫາຍ, ມີ
ເງິນຕົ້ນທຶນຝາກກອງທຶນພັດ ທະນາຊາວໜຸ່ມກອງທັບ ຈຳ ນວນ 219.960.000 ກີບ, ມີ
ລາຍຮັບຈາກຮ່ວງເງິນສະຕິ, ເປີ ເຊັນກອງທຶນ ແລະ ອື່ນໆຈຳນວນ 9.468.000 ກີບ, ສ່ວນຢູ່ແຕ່ລະ ໜ່ວຍກໍໄດ້ຊອກຫາແຫຼ່ງທຶນ ໂດຍ ອີງໃສ່ເງື່ອນໄຂທ່າແຮງບົ່ມຊ້ອນ ຂອງກົມກອງເພື່ອສ້າງລາຍຮັບ ເຂົ້າຄັງລວມ, ການປູກຝັງ-ລ້ຽງສັດຊ່ວຍ, ຂາຍເຄື່ອງຍ່ອຍ ຕາມເງື່ອນໄຂຂອງກົມກອງ ແລະ ບໍລິການອື່ນໆ ແຕ່ລະໜ່ວຍ ລວມກັນສາມາດສ້າງລາຍຮັບໄດ້
175.000.000 ກີບ, ສັງລວມ ແລ້ວປີຜ່ານມາແຕ່ລະໜ່ວຍ ຊາວ ໜຸ່ມແມ່ນໄດ້ຮັບການພັດທະນາດີ ຂຶ້ນເປັນກ້າວໆ.
ໂດຍ: ນາງ ນາລີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















