ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄວາມຮຸ້ສຶກ ຂອງ ຊັ້ນຄົນຕ່າງໆ ຕໍ່ ກອງທັບປະຊາຊົນລາວ ຄົບຮອບ 70 ປີ
ເວລາອອກຂ່າວ: 2018-11-28 09:29:52 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 67 | ຄວາມນິຍົມ:



ທ່ານ ນາງ ວາດສະໜາ ວົງຂັນຕີ ອຳນວຍ ການບໍລິສັດ ວົງຂັນຕີກໍ່ສ້າງ ໄດ້ສະແດງທັດ ສະນະ ແລະ ຄວາມຮູ້ສຶກຂອງຕົນຕໍ່ວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 70 ປີ ວ່າ: ນັບແຕ່ປະເທດຊາດຂອງພວກເຮົາໄດ້ມີກອງ ທັບເປັນຜູ້ນຳໜ້າໃນການສູ້ຮົບ ແລະ ຕໍ່ສູ້ກູ້ ຊາດກັບສັດຕູ ຜູ້ຮຸກຮານ ແລະ ພວກລ່າເມືອງ ຂຶ້ນແບບເກົ່າ ແລະ ແບບໃໝ່ ໂດຍມີຍຸດທະສາດ ຍຸດໂທບາຍໃນການຕໍ່ສູ້ດ້ວຍຄວາມປີຊາສາ ມາດ ແລະ ມີວິທະຍາສາດອັນລະອຽດອ່ອນເລິກ ແລບແນບນຽນສ່ຽງເປັນສ່ຽງຕາຍໃນແຕ່ ລະໄລຍະຈົນ ສາມາດປົດປ່ອຍປະເທດຊາດໄດ້ ຢ່າງສົມບູນໃນວັນທີ 2 ທັນວາ 1975 ສະຖາປະນາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ. ແຕ່ພາຍຫຼັງປະເທດຊາດໄດ້ ຮັບການປົດປ່ອຍແລ້ວກອງທັບ ຍິ່ງໄດ້ເຮັດບົດບາດເປັນກອງນຳ ໜ້າໃນການປົກປັກຮັກສາໝ​າກຜົນຂອງການປະຕິວັດ ກໍຄືເຮັດ ໜ້າທີ່ໃນການປະຕິບັດສອງໜ້າ ທີ່ຍຸດທະສາດຄື ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ, ຍ້ອນກອງທັບມີພາລະໜ້າ ທີ່ອັນໜັກໜ່ວງ ແລະ ສຳຄັນຄື ແນວນັ້ນປະເທດຊາດຂອງພວກ ເຮົາຈຶ່ງມີຄວາມໝັ້ນຄົງ, ສັງຄົມ ມີຄວາມສະຫງົບ ແລະ ເປັນລະ ບຽບຮຽບຮ້ອຍ, ພໍ່ແມ່ປະຊາຊົນ ລາວບັນດາເຜົ່າຍູທ່າງທຳມາຫາ ກິນ, ຄ້າຂາຍ ແລະ ດຳເນີນທຸລະ ກິດຕາມເງື່ອນໄຂ ແລະ ທ່າແຮງ ຂອງຕົນບົນພື້ນຖານລະບຽບກົດ ໝາຍຂອງບ້ານເມືອງ, ຕັ້ງໜ້າ ປະກອບສ່ວນດ້ານພັນທະອາ ກອນໃຫ້ແກ່ປະເທດຖືກຕ້ອງ ຕາມຄວາມເປັນຈິງ ແລະ ກຳນົດ ເວລາ, ທັງໝົດນັ້ນເພື່ອພ້ອມກັນ ສ້າງສາ ແລະ ພັດທະນາປະເທດ ຊາດອັນແສນຮັກຂອງພວກໃຫ້ ມີການພັດທະນາ ແລະ ກ້າວຂຶ້ນ ຢ່າງບໍ່ຢຸດຢັ້ງ. ສະນັ້ນ, ໃນໂອກາດທີ່ມີຄວາມ ໝາຍສຳຄັນນີ້, ຂ້າພະເຈົ້າໃນ ນາມນັກທຸລະກິດ ກໍຄືປະຊາຊົນ ຄົນລາວຜູ້ໜຶ່ງຮູ້ສຶກພາກພູມໃຈ ຫາອັນປຽບບໍ່ໄດ້ທີ່ເຫັນຄວາມ ເຕີບ ໃຫຍ່ເຂັ້ມແຂງ ພ້ອມທັງຜົນງານ ແລະ ໄຊຊະນະຂອງກອງທັບປະ ຊາຊົນລາວ ທີ່ຍາດມາໄດ້ໃນຕະ ຫຼອດໄລຍະເວລາ 70 ປີຜ່ານມາ, ແນວໃດກໍຕາມຖ້າທຽບໃສ່ວຽກ ງານ ແລະ ຄວາມຮຽກຮ້ອງຕ້ອງ ການຂອງປະເທດຊາດ ແລະ ພໍ່ ແມ່ປະຊາຊົນລາວບັນດາເຜົ່າ ເຫັນວ່າຍັງບໍ່ທັນພຽງພໍເທື່ອ, ສະ ນັ້ນອ້າຍນ້ອງພະນັກງານ-ນັກ ຮົບທຸກຖ້ວນໜ້າຈຶ່ງອອກແຮງ ເສີມຂະຫຍາຍຫົວຄິດປະດິດສ້າງ ຄວາມຮູ້, ຄວາມສາມາດຂອງ ຕົນຢ່າງເຕັມສ່ວນເພື່ອເຮັດສຳ ເລັດໜ້າທີ່ອັນມີກຽດສະຫງ່າ ຂອງຕົນຕາມທີ່ພັກ-ລັດ ແລະ ປະ ຊາຊົນມອບໝາຍໃຫ້ໄປພ້ອມໆ ກັບການຮັກສາທາດແທ້ມູນເຊື້ອ ອັນພິລາດອາດຫານຂອງກອງ ທັບໃຫ້ສົມກັບກອງທັບລາວວີລະ ຊົນຂອງຊາດລາວວີລະຊົນ. ອວຍພອນແດ່ຄະນະນຳກະ ຊວງປ້ອງກັນປະເທດນາຍ ແລະ ພົນທະຫານທຸກຖ້ວນໜ້າ ພິເສດ ແມ່ນຜູ້ທີ່ກຳລັງປະຕິບັດໜ້າທີ່ຢູ່ ເຂດຫ່າງໄກສອກຫຼີກ, ຈຸດສຸມ ພັດທະນາ, ທຸລະກັນດານໃນ ຂອບເຂດທົ່ວປະເທດ ຈົ່ງມີພະລາ ນາໄມສົມບູນ,​ ມີຄວາມສຸກໃນຊີ ວິດສ່ວນຕົວ ແລະ ຄອບຄົວມີຜົນ ສຳເລັດໃນໜ້າທີ່ວຽກງານອັນມີ ກຽດສະຫງ່າຂອງຕົນ, ປະຊາ ຊົນລາວບັນດາເຜົ່າເວລາໃດກໍ ຢືນຢູ່ຄຽງຂ້າງກອງທັບສະເໝີ ເໝືອນຄຳເວົ້າທີ່ວ່າ "ທະຫານກັບ ປະຊາຊົນຄືປາກັບນໍ້າ".



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ