ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫົວໜ້າກົມ 213 ລົງຊີ້ນຳ ແລະ ຊຸກຍູ້ການເຝີກຊ້ອມຂອງເຫຼົ່າຮົບສືບຂ່າວ
ເວລາອອກຂ່າວ: 2019-12-23 09:14:19 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 27 | ຄວາມນິຍົມ:



ໃນວັນທີ 18 ທັນວາ 2019, ສະຫາຍ ພົນຕີ ປອ ທອງ ວັນ ຈັນທະວົງ ຫົວໜ້າກົມ 213 ພ້ອມດ້ວຍຄະນະໄດ້ລົງຊີ້ນຳ ແລະ ຊຸກຍູ້ການເຝິກຊ້ອມໂຢດ ກຳລັງພົນທາງອາກາດຂອງ ກອງຮ້ອຍໂດດຈ້ອງກອງພັນ 433 ແລະ ການເຝິກຊ້ອມວິຊາ ສະເພາະຂອງກອງພັນ 233 ຢູ່ສະໜາມວິທະຍາຄາມກົມມະດຳ. ການເຝິກຊ້ອມຄັ້ງນີ້ມີຈຳ ນວນພົນເຂົ້າຮ່ວມ 483 ສະ ຫາຍ ເຊິ່ງປັດຈຸບັນພວມດຳເນີນ ການເຝິກຊ້ອມດ້ວຍຄວາມເອົາ ໃຈໃສ່ ແລະ ເຄັ່ງຄັດຕໍ່ການປະ ຕິບັດລະບຽບຢ່າງເຂັ້ມງວດ, ການປະສານງານລະຫວ່າງຂັ້ນ ລຸ່ມກັບຂັ້ນເທິງໄດ້ມີການວາງ ແຜນປຶກສາສື່ສານແລກປ່ຽນຄຳ ຄິດເຫັນຢ່າງຕໍ່ເນື່ອງ ເພື່ອຮັບປະ ກັນໃຫ້ແກ່ການເຝິກຊ້ອມມີຜົນ ສຳເລັດສູງ ແລະ ຮັບປະກັນໄດ້ ຄວາມປອດໄພ 100%. ເພື່ອ ແນໃສ່ເຝິກຝົນຫຼໍ່ຫຼອມກຳລັງ ແຮງກາຍຂອງນາຍ ແລະ ພົນທະ ຫານຂອງເຫຼົ່າຮົບສືບຂ່າວທັງ ກາຍ ແລະ ຈິດໃຈໃຫ້ມີຄວາມ ແຂງແຮງວ່ອງໄວໃນການປະຕິ ບັດໜ້າທີ່ ພ້ອມທັງສ້າງຜົນງານ ຕ້ອນຮັບວັນປະຫວັດສາດສຳຄັນ ຂອງຊາດຂອງກອງທັບ ໂດຍ ສະເພາະວັນສ້າງຕັ້ງເຫຼົ່າຮົບສືບ ຂ່າວຄົບຮອບ 66 ປີ (25/12/ 1954-25/12/2019) ແລະ ວັນສ້າງຕັ້ງກອງທັບປະຊາຊົນ ລາວຄົບຮອບ 71 ປີ ໃຫ້ມີຄວາມ ໝາຍຄວາມສຳຄັນເລິກເຊິ່ງ ທັງ ເປັນການປັບປຸງກຳລັງການທະ ຫານທາງໜ້າດິນ ແລະ ອາກາດ ໃຫ້ກອງທັບປະຊາຊົນລາວໃຫ້ ເຕີບໃຫຍ່ເຂັ້ມແຂງຂຶ້ນເລື້ອຍໆ. ໃນໂອກາດທີ່ລົງຊີ້ນຳ ແລະ ຊຸກຍູ້ໃນຄັ້ງນີ້ ສະຫາຍ ພົນຕີ ປອ ທອງວັນ ຈັນທະວົງ ໄດ້ໃຫ້ການ ໂອ້ລົມ ແລະ ຮຽກຮ້ອງພະນັກ ງານ-ນັກຮົບແຕ່ລະສະຫາຍຮັກ ສາຄວາມສາມັກຄີເປັນປຶກແຜນ, ເພີ່ມຄວາມອົດທົນ, ຄວາມກ້າ ຫານ, ຄວາມເດັດດ່ຽວໜຽວ ແໜ້ນ ແລະ ຄວາມຮັບຜິດຊອບ ຂອງຕົນໃຫ້ສູງໃນການປະຕິບັດ ໜ້າທີ່ການເມືອງ, ການທະຫານ ໃຫ້ບັນລຸເປົ້າໝາຍຕາມແຜນການ ທີ່ວາງໄວ້. ໃນໂອກາດນີ້ສະຫາຍ ຫົວໜ້າກົມ 213 ພ້ອມຄະນະຍັງ ໄດ້ນຳເອົາເຄື່ອງຈຳນວນໜຶ່ງໄປ ມອບໃຫ້ເພື່ອເປັນການຊຸກຍູ້ການ ເຝິກຊ້ອມຂອງພະນັກງານ-ນັກ ຮົບຕື່ມອີກ. ໂດຍ: ຄໍ ດວງມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ