ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສຳມະນາກ່ຽວກັບການດຳເນີນທຸລະກິດ ແລະ ສິດທິມະນຸດ
ເວລາອອກຂ່າວ: 2019-12-17 09:53:27 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 28 | ຄວາມນິຍົມ:



ວັນທີ 16 ທັນວາ 2019 ນີ້, ກະຊວງການຕ່າງປະເທດຮ່ວມ ກັບອົງການສະຫະປະຊາຊາດ ແລະ ສະຖານທູດສະຫະພາບເອີ ຣົບ ປະຈຳ ສປປ ລາວ, ໄດ້ຈັດ ກອງປະຊຸມສໍາມະນາ ກ່ຽວກັບ ການດໍາເນີນທຸລະກິດ ແລະ ສິດ ທິມະນຸດ ເພື່ອສະເຫຼີມສະຫຼອງ ຖະແຫຼງການສິດທິມະນຸດສາກົນຄົບຮອບ 71 ປີ, (ວັນທີ 10/ 12/1948 - 10/12/2019), ຢູ່ທີ່ ໂຮງແຮມຄຣາວພຣາຊາ, ນະ ຄອນຫຼວງວຽງຈັນ, ໂດຍເປັນ ກຽດເຂົ້າຮ່ວມຂອງ ທ່ານ ບຸນ ເກີດ ສັງສົມສັກ ລັດຖະມົນຕີປະ ຈຳສຳນັກງານນາຍົກລັດຖະມົນ ຕີ, ປະທານຄະນະກຳມະການ ແຫ່ງຊາດວ່າດ້ວຍສິດທິມະນຸດ, ມີບັນດາຜູ້ຕາງໜ້າຈາກພາກລັດ, ສະຖານທູດຕ່າງປະເທດ ປະຈຳ ສປປ ລາວ, ພາກທຸລະກິດ, ບັນ ດາອົງການຈັດຕັ້ງສາກົນ, ອົງ ການຈັດຕັ້ງທີ່ບໍ່ສັງກັດລັດຖະ ບານ, ຕະຫຼອດຮອດຄູ-ອາຈານ ແລະ ນັກສຶກສາຈາກຄະນະນິ ຕິສາດ ແລະ ລັດຖະສາດ, ມະຫາ ວິທະຍາໄລແຫ່ງຊາດລາວເຂົ້າ ຮ່ວມ. ໃນກອງປະຊຸມ ທ່ານ ບຸນເກີດ ສັງສົມສັກ ຜູ້ວ່າການອົງການ ປະສານງານອົງການສະຫະປະ ຊາຊາດ ແລະ ທ່ານທູດອີຢູ, ໄດ້ ຍົກໃຫ້ເຫັນຄວາມໝາຍຄວາມ ສຳຄັນຂອງຖະແຫຼງການສິດທິ ມະນຸດ ເຊິ່ງແມ່ນຖະແຫຼງການ ສະບັບທຳອິດຂອງໂລກທີ່ຮັບຮູ້ ສິດທິ ແລະ ກຽດສັກສີຂອງມະ ນຸດ, ເປັນເອກະສານທີ່ສຳຄັນທີ່ບໍ່ ມີຜົນຜູກມັດທາງດ້ານກົດໝາຍ ທີ່ກຳນົດສິດທິທາງດ້ານການ ເມືອງ ແລະ ສິດຂອງພົນລະເມືອງ ແລະ ສິດທິທາງດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທຳ, ການ ຕ້ານຈໍາແນກເຊື້ອຊາດ, ການຕ້ານ ການຈຳແນກຕໍ່ແມ່ຍິງ, ສິດທິເດັກ ນ້ອຍ, ສິດທິຂອງຄົນພິການ ແລະ ສິດທິຂອງແຮງງານເຄື່ອນຍ້າຍ ຂອງປະຊາຊົນໃນໂລກ, ບົດບາດ ຄວາມສຳຄັນທີ່ຖະແຫຼງການດັ່ງ ກ່າວໄດ້ກາຍເປັນເອກະສານພື້ນ ຖານໃຫ້ແກ່ການພັດທະນາສົນທິ ສັນຍາດ້ານສິດທິມະນຸດໃນໄລ ຍະຕໍ່ມາ ແລະ ເຮັດໃຫ້ການປົກ ປ້ອງ ແລະ ສົ່ງເສີມສິດທິມະນຸດ ໃນປັດຈຸບັນໄດ້ຮັບການຈັດຕັ້ງປະ ຕິບັດຕົວຈິງຢູ່ໃນໂລກ ເວົ້າລວມ, ເວົ້າສະເພາະແມ່ນຢູ່ ສປປ ລາວ ເຊິ່ງຖືວ່າເປັນປະເທດໜຶ່ງທີ່ມີ ຄວາມຄືບໜ້າຫຼາຍດ້ານໃນການ ຈັດຕັ້ງປະຕິບັດພັນທະທາງດ້ານ ສິດທິມະນຸດທີ່ຕິດພັນກັບຖະແຫຼງ ການ ແລະ ການປະຕິບັດພັນທະ ຂອງຕົນພາຍໃຕ້ສົນທິສັນຍາດ້ານ ສິດທິມະນຸດທີ່ ສປປ ລາວ ເປັນ ພາຄີ ລວມທັງຂໍ້ສະເໜີແນະພາຍ ໃຕ້ການທົບທວນປະຈຳໄລຍະ (UPR). ນອກນີ້, ໃນກອງປະຊຸມ ຍັງໄດ້ ມີການຈັດຕັ້ງການສົນທະນາ ຂອງຄະນະຊ່ຽວຊານທີ່ມາຈາກ ກະຊວງແຜນການ ແລະ ການ ລົງທຶນ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ຊ່ຽວຊານຈາກ ອົງການແຮງງານສາກົນທີ່ບາງ ກອກປະເທດໄທ ແລະ ຜູ້ຕາງ ໜ້າຈາກຫ້ອງການບໍລິສັດໄຟ ຟ້າເທີນຫີນບູນ ເພື່ອພ້ອມກັນ ສົນທະນາແລກປ່ຽນຄໍາເຫັນ ໃນຫົວຂໍ້ “ການດຳເນີນທຸລະ ກິດ ແລະ ສິດທິມະນຸດ” ເຊິ່ງໃນ ການສົນທະນາຕາງໜ້າໃຫ້ພາກ ລັດໄດ້ຍົກໃຫ້ເຫັນເຖິງນະໂຍ ບາຍ, ນິຕິກໍາພາຍໃນຂອງ ສປປ ລາວ, ພາກປະຕິບັດທີ່ດີ, ສິ່ງ ທ້າທາຍ ແລະ ກາລະໂອກາດ ກ່ຽວກັບການດໍາເນີນທຸລະກິດທີ່ ພົວພັນເຖິງສິດທິມະນຸດໃນປັດຈຸ ບັນ ລວມທັງຍົກໃຫ້ເຫັນບົດບາດ ຄວາມສຳຄັນຂອງສິດທິມະນຸດ ຢູ່ໃນການພັດທະນາເສດຖະກິດ ຂອງແຕ່ລະປະເທດ ລວມທັງ ການບັນລຸເປົ້າໝາຍ SDG ໃນ ປີ 2030. ພິທີສະເຫຼີມສະຫຼອງວັນສິດ ທິມະນຸດຢູ່ ສປປ ລາວ ຄັ້ງນີ້ຍັງ ເປັນການສ້າງໂອກາດໃຫ້ອົງ ການຈັດຕັ້ງຕ່າງໆຂອງພາກລັດ, ພາກທຸລະກິດ, ອົງການຈັດຕັ້ງ ສາກົນ, ນັກຮຽນນັກສຶກສາ ແລະ ອົງການຈັດຕັ້ງທີ່ມີສ່ວນ ຮ່ວມອື່ນໆໃນສັງຄົມໄດ້ເຂົ້າໃຈ ເຖິງແນວທາງນະໂຍບາຍ ແລະ ນິຕິກໍາຂອງລັດຖະບານໃນການ ດໍາເນີນທຸລະກິດໄປຄຽງຄູ່ກັບ ການປົກປັກຮັກສາສິ່ງແວດລ້ອມ, ຄວາມຮັບຜິດຊອບຕໍ່ສັງຄົມໂດຍ ລວມ ແລະ ການເຄົາລົບສິດທິມະນຸດຂອງຜູ້ອອກແຮງງານ. ພ້ອມດຽວກັນນັ້ນ, ກໍເປັນການ ສ້າງຄວາມເຂົ້າໃຈກ່ຽວກັບກົດ ໝາຍສາກົນດ້ານແຮງງານ. ໂດຍ: ແສງເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ