ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄະນະບໍລິຫານງານພັກທະຫານແຂວງບໍ່ແກ້ວ ດຳເນີນຊີວິດການເມືອງພາຍໃນ
ເວລາອອກຂ່າວ: 2019-12-17 09:49:38 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 32 | ຄວາມນິຍົມ:



ໃນວັນທີ 11 ທັນວາ ນີ້, ຄະນະບໍລິຫານງານພັກ ກອງບັນ ຊາການທະຫານແຂວງບໍ່ແກ້ວ ໄດ້ເປີດກອງປະຊຸມດຳເນີນຊີວິດ ການເມືອງພາຍໃນ ໂດຍໃຫ້ກຽດ ເປັນປະທານຂອງ ສະຫາຍ ພັນເອກ ວິດອນ ພຸດດາວົງ ກຳ ມະການພັກແຂວງ ເລຂາຄະນະພັກ ຫົວໜ້າການທະຫານກອງ ບັນຊາການທະຫານແຂວງ, ມີຄະນະບໍລິຫານງານພັກກອງບັນ ຊາການທະຫານແຂວງເຂົ້າຮ່ວມ. ສະຫາຍ ພັນໂທ ທອງໄຂ ສີຍາລາດ ຫົວໜ້າຫ້ອງເຕັກນິກ ກອງບັນຊາການທະຫານ ແຂວງ ບໍ່ແກ້ວ ໄດ້ຜ່ານບົດສຳຫຼວດ ການນຳພາລວມໃນ 6 ເດືອນ ຕົ້ນປີ 2019 ຜ່ານມາ ແລະ ທິດ ທາງແຜນການວິທີແກ້ໄຂຂອງ ຄະນະບໍລິຫານງານພັກກອງບັນ ຊາການທະຫານແຂວງ. ເຊິ່ງໄດ້ ເພີ່ມທະວີການນໍາພາຂອງພັກສຸມໃສ່ການສຶກສາອົບຮົມ-ການ ເມືອງ-ນໍາພາແນວຄິດ ຢູ່ບັນດາ ຮາກຖານພັກ, ໜ່ວຍພັກ ແລະ ສະມາຊິກພັກໃຫ້ມີແນວຄິດ ການເມືອງໜັກແໜ້ນ ເປັນແບບ ຢ່າງນໍາໜ້າໃນທຸກຂົງເຂດວຽກ ງານ, ທຸກແຜນງານ-ວຽກງານ, ໂຄງການເຄື່ອນໄຫວຈັດຕັ້ງປະ ຕິບັດຕາມຂັ້ນຕອນ, ວຽກງານ ການກວດກາ, ຄຸ້ມຄອງປ້ອງ ກັນເພື່ອເຮັດໃຫ້ພາຍໃນການ ຈັດຕັ້ງພັກ ມີຄວາມປອດໃສ ເຂັ້ມແຂງ ແລະ ສຸມໃສ່ປັບປຸງ ແບບແຜນການນໍາພາ-ວິທີເຮັດ ວຽກ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຄະນະບໍລິຫານງານພັກ ເພື່ອຕອບສະ ໜອງຕາມຄວາມຮຽກຮ້ອງຕ້ອງ ການຂອງໜ້າທີ່ການເມືອງໃນ ໄລຍະໃໝ່ໃຫ້ດີກວ່າເກົ່າ. ສຸມ ໃສ່ບັ້ນດໍາເນີນຊີວິດການເມືອງ ປັບປຸງປົວແປງພັກຕິດພັນກັບ ການກໍ່ສ້າງພັກ-ພະນັກງານໃຫ້ ມີຄວາມເຂັ້ມແຂງໜັກແໜ້ນ ທາງດ້ານການເມືອງ-ແນວຄິດ, ປະຕິບັດແບບແຜນວິທີເຮັດວຽກຫຼັກການລວມສູນປະຊາທິປະໄຕ ນໍາພາເປັນໝູ່ຄະນະ ແບ່ງປັນຄວາມຮັບຜິດຊອບໃຫ້ ບຸກຄົນຢ່າງຈະແຈ້ງ, ເລັ່ງໃສ່ ກວດກາຊຸກຍູ້ສະຫຼຸບຖອດຖອນ ບົດຮຽນໃຫ້ເປັນປົກກະຕິ. ຄວາມ ສາມັກຄີພາຍໃນອົງຄະນະພັກ, ມີຄວາມເປັນເອກະພາບ ແລະ ປະຕິບັດຫຼັກການລວມສູນປະ ຊາທິປະໄຕ ຍົກສູງສະຕິລະວັງ ຕົວຕໍ່ກົນອຸບາຍຫັນປ່ຽນໂດຍ ສັນຕິຂອງສັດຕູ ມີຄວາມຮັບຜິດ ຊອບສູງຕໍ່ໜ້າທີ່ການເມືອງທີ່ ໄດ້ຮັບມອບໝາຍ, ເປັນແບບ ຢ່າງນໍາໜ້າທີ່ດີ ໃນການດໍາລົງ ຊີວິດປອດໃສຂາວສະອາດ ເອົາ ໃຈໃສ່ສຶກສາອົບຮົມການເມືອງ- ແນວຄິດ ໃຫ້ແກ່ສະມາຊິກພັກ, ພະນັກງານ-ນັກຮົບມີຄວາມ ເຊື່ອໝັ້ນຕໍ່ການນໍາພາຂອງພັກ ແລະ ມີຄວາມໜັກແໜ້ນທາງ ດ້ານການເມືອງ, ມີແບບແຜນວິ ທີເຮັດວຽກ ແລະ ແບບແຜນດໍາ ລົງຊີວິດທີ່ດີ, ມີຄວາມຈົງຮັກ ພັກດີຕໍ່ປະເທດຊາດ ແລະ ປະ ຊາຊົນ, ມີມານະຈິດປະຕິວັດ ແລະ ຕື່ນຕົວປະກອບສ່ວນເຂົ້າ ໃນການປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ. ກອງປະຊຸມດັ່ງກ່າວໄດ້ດຳເນີນມາເປັນເວລາໜຶ່ງວັນຈຶ່ງສຳເລັດ. ໂດຍ: ວໍລະສິດ ພິດສະຫາຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ