ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສະເຫຼີມສະຫຼອງວັນສ້າງຕັ້ງເຫຼົ່າຮົບສື່ສານ ຄົບຮອບ 65 ປີ
ເວລາອອກຂ່າວ: 2019-12-16 09:19:36 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 59 | ຄວາມນິຍົມ:



ພິທີສະເຫຼີມສະຫຼອງວັນ ສ້າງຕັ້ງເຫຼົ່າຮົບສື່ສານ ຄົບຮອບ 65 ປີ (15/12/1954-15/12/ 2019) ໄດ້ຈັດຂຶ້ນໃນວັນທີ 13 ທັນວານີ້, ທີ່ໂຮງງານສ້ອມແປງສື່ ສານ 209, ໃຫ້ກຽດເຂົ້າຮ່ວມ ເປັນປະທານຂອງສະຫາຍ ພົນ ໂທ ສຸວອນ ເລືອງບຸນມີ ກຳມະ ການສູນກາງພັກ ຮອງລັດຖະ ມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການ ກອງທັບ, ມີບັນດາຄະນະນຳກະ ຊວງປ້ອງກັນປະເທດ, ຄະນະນຳ ກົມໃຫຍ່, ຫ້ອງວ່າການກະຊວງ, ພະນັກງານປະຕິວັດອາວຸໂສບໍາ ນານ, ບັນດາກົມກອງເຫຼົ່າຮົບ ແລະ ແຂກຮັບເຊີນເຂົ້າຮ່ວມ. ໃນພິທີ ສະຫາຍ ພົນຈັດຕະວາ ຄຳຄິດ ໄຊສົງຄາມ ຄະນະພັກອົງ ການກົມໃຫຍ່ເສນາທິການກອງ ທັບ ຫົວໜ້າກົມສື່ສານໄດ້ຫວນຄືນ ມູນເຊື້ອແຫ່ງກຳເນີິດ, ການປັບປຸງ ກໍ່ສ້າງເຕີບໃຫຍ່ຂະຫຍາຍຕົວ ລວມທັງຜົນງານ ແລະ ໄຊຊະນະ ອັນໃຫຍ່ຫຼວງທີ່ເຫຼົ່າຮົບສື່ສານ ຍາດມາໄດ້ຕະຫຼອດໄລຍະ 65 ປີ ຜ່ານມາ, ເຫຼົ່າຮົບສື່ສານກໍແມ່ນ ເຫຼົ່າຮົບໜຶ່ງທີ່ໄດ້ຄຽງບ່າຄຽງໄຫຼ່ ກັບເຫຼົ່າຮົບອື່ນປະກອບສ່ວນເຂົ້າ ໃນການຕໍ່ສູ້ກູ້ຊາດຕ້ານຈັກກະພັດ ຜູ້ຮຸກຮານ ແລະ ລູກແຫຼ້ງຕີນມື ຂອງພວກເຂົາ, ທັງສູ້ຮົບທັງເຮັດ ໜ້າທີ່ຮັບປະກັນວິຊາສະເພາະຕິດ ຕໍ່ ສື່ສານ, ທັງປັບປຸງກໍ່ສ້າງກຳລັງ ຂອງຕົນໃຫ້ເຕີບໃຫຍ່ເຂັ້ມແຂງສາມາດຕອບສະໜອງໄດ້ຕາມ ຄວາມຮຽກຮ້ອງຕ້ອງການຂອງ ສະພາບການ ກໍຄືໜ້າທີ່ການເມືອງ ຂອງພັກ-ລັດ ແລະ ໜ້າທີ່ບັນຊາ ການສູ້ຮົບຂອງກອງທັບໃນແຕ່ ລະໄລຍະໄດ້ຢ່າງທັນການ. ເຫຼົ່າຮົບສື່ສານກອງທັບປະ ຊາຊົນລາວ ໄດ້ຮັບການປະກາດສ້າງຕັ້ງຂຶ້ນໃນວັນທີ15 ທັນວາ 1954 ໃນເບື້ອງຕົ້ນໃສ່ຊື່ວ່າ: ກອງຮ້ອຍ 200 ປະກອບມີ 2 ໝວດຄື: ຕິດຕໍ່ທາງຕີນ ແລະ ໂທ ລະສັບ ມີໜ້າທີ່ຮັບປະກັນການຕິດ ຕໍ່ສື່ສານຮັບໃຊ້ໃຫ້ແກ່ການບັນຊາ ການສູ້ຮົບຢູ່ພື້ນທີ່ຕ່າງໆໃນຂອບ ເຂດທົ່ວປະເທດ, ພາຍຫຼັງປະເທດ ຊາດໄດ້ຮັບການປົດປ່ອຍ ເຫຼົ່າ ຮົບສື່ສານກໍໄດ້ເອົາໃຈໃສ່ປັບປຸງ ກໍ່ສ້າງເຫຼົ່າຮົບກ້າວເຂົ້າສູ່ບາດ ລ້ຽວອັນໃໝ່ໃນນັ້ນ, ໄດ້ປະກາດ ສ້າງຕັ້ງກອງພັນສື່ສານ 221 ຂຶ້ນ ເຊິ່ງເປັນກອງພັນສື່ສານກອງທໍາອິດຂອງກອງທັບປະຊາຊົນລາວ ແລະ ໄດ້ປ່ຽນຊື່ມາເປັນກອງພັນ 224, ປີ 1976 ພະແນກສື່ສານກອງບັນຊາການທະຫານສູງສຸດ ໄດ້ປ່ຽນຊື່ມາເປັນຫ້ອງການສື່ ສານທີ່ຂຶ້ນກັບກົມໃຫຍ່ເສນາທິ ການກອງທັບ ແລະ ໄດ້ປ່ຽນຊື່ມາເປັນກົມສື່ສານຈົນເຖິງປັດຈຸບັນ. ທົ່ວກຳລັງຫຼວງໄດ້ປະກາດສ້າງ ຕັ້ງກອງພັນສື່ສານຂຶ້ນຕື່ມ 14 ກອງພັນ, ກອງຮ້ອຍເອກະລາດ 28 ກອງຮ້ອຍ ແລະ ຢູ່ຂັ້ນທ້ອງ ຖິ່ນໄດ້ສ້າງຕັ້ງເປັນພະແນກ, ຂະ ແໜງສື່ສານລວມໄປເຖິງກົມ ກອງທະຫານຮາບ ໄດ້ຈັດຕັ້ງເປັນ ໝູ່ສື່ສານຢ່າງເປັນລະບົບ ພ້ອມ ທັງໄດ້ປະກອບພາຫະນະສື່ສານ ຄົບຖ້ວນ ສາມາດຮັບປະກັນການ ຕິດຕໍ່ສື່ສານໃຫ້ແກ່ວຽກງານ ກຽມພ້ອມສູ້ຮົບ ແລະ ສູ້ຮົບໄດ້ ຮັບໄຊຊະນະ, ໃນນັ້ນເດັ່ນກວ່າໝູ່ແມ່ນບັ້ນຮົບສາມໝູ່ບ້ານ ແລະ ບັ້ນຮົບບໍ່ແຕນແຂວງໄຊຍະບູລີ ປີ 1987-1988 ເຊິ່ງວຽກງານຕິດຕໍ່ສື່ສານໄດ້ຮັບປະກັນໃຫ້ແກ່ການ ສູ້ຮົບຕີເອົາຊະນະສັດຕູ ທີ່ຫວັງ ບຽດຍຶດດິນແດນໃຫ້ປະລາໄຊ ລົງຢ່າງເຈັບແສບ. ໄປພ້ອມກັບການຂະຫຍາຍຕົວທາງດ້ານເຕັກໂນໄລຊີຂໍ້ມູນຂ່າວສານຂອງໂລກ, ວຽກງານຮັບປະ ກັນຕິດຕໍ່ສື່ສານໃນກອງທັບເຮົາ ກໍໄດ້ຮັບການປັບປຸງໃຫ້ເຂັ້ມແຂງ ຂຶ້ນ, ໂດຍລັດຖະບານກໍຄືກະຊວງ ປ້ອງກັນປະເທດ ໄດ້ຕົກລົງສ້າງ ຕັ້ງໂຄງການສື່ສານຮັບໃຊ້ການ ນໍາ ແລະ ວຽກງານປກຊ-ປກສ ເພື່ອນໍາເອົາລະບົບສື່ສານທີ່ທັນ ສະໄໝເປັນຕົ້ນ ລະບົບໂທລະສັບ ຕັ້ງໂຕະແບບໂອໂຕມາຕິກ, ໂທ ລະສັບມືຖື, ອິນເຕີເນັດ ແລະ ລະ ບົບໄອທີຕ່າງໆເຂົ້າມານໍາໃຊ້ ເພື່ອຮັບປະກັນວຽກງານຕິດຕໍ່ສື່ສານໃຫ້ແກ່ການນໍາພັກ-ລັດ ກໍຄື ກະຊວງປ້ອງກັນປະເທດດ້ວຍ ຄວາມວ່ອງໄວ, ຖືກຕ້ອງຊັດເຈນ, ປິດລັບ ແລະ ປອດໄພ. ບົນຍ່ານທາງ 65 ປີ ແຫ່ງການ ກຳເນີດ, ສູ້ຮົບມີໄຊ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງເຫຼົ່າຮົບສື່ສານ ໄດ້ຜ່ານຜ່າຄວາມຫຍຸ້ງຍາກນາໆ ປະການ ສາມາດຍາດໄດ້ຜົນງານ, ວີລະກຳອັນໂດດເດັ່ນ ແລະ ໄດ້ ຮັບການຍ້ອງຍໍສັນລະເສີນຈາກ ພັກ ແລະ ລັດຖະບານຄື: ກົມກອງ ວີລະຊົນ 2 ກົມກອງ, ນັກຮົບວີ ລະຊົນແຫ່ງຊາດ 2 ສະຫາຍ, ນັກ ຮົບແຂ່ງຂັນ 3 ສະຫາຍ, ນັກຮົບ 3 ເກັ່ງທົ່ວເຫຼົ່າຮົບ 16 ສະຫາຍ, ໄດ້ຮັບທຸງໄຊ 5 ຜືນ, ສ້າງໄດ້ ກອງຮາກຖານເຂັ້ມແຂງ-ໜ່ວຍ ພັກຮູ້ນໍາພາຮອບດ້ານ 25 ກົມ ກອງ, ກົມກອງລວມໝູ່ ແລະ ບຸກ ຄົນໄດ້ຮັບການຍ້ອງຍໍປະເພດ ຕ່າງໆໃນຫຼາຍລະດັບ. ໂອກາດນີ້ ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກໍໄດ້ຮຽກ ຮ້ອງໃຫ້ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນຕະຫຼອດຮອດພະນັກ ງານ-ນັກຮົບແຕ່ລະສະຫາຍໃນ ເຫຼົ່າຮົບ ຈົ່ງສືບຕໍ່ເສີມຂະຫຍາຍ ມູນເຊື້ອດັ່ງກ່າວເຂົ້າສູ່ພຶດຕິກຳ ຕົວຈິງ, ອອກແຮງປັບປຸງກໍ່ສ້າງ ກຳລັງໃຫ້ໜັກແໜ້ນເຂັ້ມແຂງໃນ ທຸກດ້ານຕາມທິດກໍ່ສ້າງກອງທັບ ປະຕິວັດ, ມີແບບແຜນ ແລະ ທັນ ສະໄໝ, ຍົກລະດັບຄວາມສາມາດ ນໍາພາ-ບັນຊາ, ການກຽມພ້ອມ ສູ້ຮົບກ້າວສູ່ລະດັບສູງ, ເອົາໃຈໃສ່ ພັດທະນາທາງດ້ານສິລະປະຍຸດ-ຍຸດທະວິທີ, ນໍາໃຊ້ຄ່ອງແຄ້ວ, ຊໍານານໃນທຸກກໍລະນີຂອງການ ສູ້ຮົບ, ເພີ່ມທະວີການຄົ້ນຄວ້າ ທາງດ້ານວິທະຍາສາດ, ການຜະ ລິດ ແລະ ນໍາໃຊ້ເຕັກນິກໃໝ່ເປັນ ກ້າວໆ, ພ້ອມກັນນັ້ນກໍຕ້ອງບັນ ລຸເປົ້າໝາຍເພິ່ງຕົນເອງ,ກຸ້ມຕົນ ເອງ ແລະ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ ດ້ວຍການສ້າງພະ ລາທິການກັບທີ່, ເປັນເຈົ້າການ ຍົກລະດັບຊີວິດການເປັນຢູ່ຂອງ ພະນັກງານ-ນັກຮົບ ໃຫ້ນັບມື້ດີ ຂຶ້ນ. ໂດຍ: ນາງ ຍ້ອມເພັດ ວິໄລພັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ