ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄະນະຜູ້ແທນ ໜັງສືພິມກອງທັບປະຊາຊົນລາວ ເຄື່ອນໄຫວຢ້ຽມຢາມ ກົມກອງທະຫານກອງທັບປະຊາຊົນຫວຽດນາມ
ເວລາອອກຂ່າວ: 2019-12-11 14:20:09 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 177 | ຄວາມນິຍົມ:



ໃນວັນທີ 11 ທັນວາ 2019, ຄະນະຜູ້ແທນໜັງສືພິມ ກອງທັບ ປະຊາຊົນລາວ ໄດ້ສືບຕໍ່ເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກຢູ່ກອງພົນ 308, ກອງພັນໃຫຍ່ 102 ແລະ ຢ້ຽມຢາມ ໂຮງຮຽນ ນາຍທະຫານບົກ ເລກ 1 ກອງທັບ ປະຊາຊົນ ຫວຽດນາມ ເພື່ອເກັບກໍາຂໍ້ມູນ ຂ່າວສານ ໂຄສະນາ ໂອກາດສະເຫລີມ ສະຫລອງ ວັນສ້າງຕັ້ງ ກອງທັບປະຊາຊົນ ຫວຽດນາມ ຄົບຮອບ 75 ປີ ແລະ ວັນບຸນປວງຊົນປ້ອງກັນຊາດ ຫວຽດນາມ ຄົບຮອບ 30 ປີ. ໃນການລົງເຄື່ອນໄຫວຢ້ຽມຢາມຄັ້ງນີ້,ຄະນະຜູ້ແທນໜັງສືພິມກອງທັບ ປະຊາຊົນລາວ ໄດ້ພົບປະກັບບັນດາ ຄະນະພັກ-ຄະນະບັນຊາ ກົມກອງ ທະຫານ ກອງທັບ ປະຊາຊົນຫວຽດນາມ ແລະ ໄດ້ຮັບຟັງການລາຍງານ ໜ້າທີ່ພາລະບົດບາດ,ມູນເຊື້ອ ຂອງ ກອງພົນ 308 ແລະ ກອງພັນໃຫຍ່ 102 ທີ່ມີປະຫວັດມູນເຊື້ອໃນການຕໍ່ສູ້ກູ້ຊາດ ກັບ ພວກຈັກກະພັດຕ່າງດ້າວ ແບບເກົ່າ ແລະ ແບບໃຫມ່ ໃນຫລາຍບັ້ນຮົບ . ເຊິ່ງໃນນັ້ນ ຍັງໄດ້ຮ່ວມສູ້ຮົບໃນບັນດາບັ້ນຮົບໃນລາວ ສາມາດ ກອບກູ້ເອົາເອກະລາດ ມາ ສູ່ປວງຊົນທັງສອງຊາດ ເຮັດໃຫ້ບັນດາກົມກອງ ມີປະຫວັດມູນເຊື້ອທີ່ດີເດັ່ນ ໃນການສູ້ຮົບ ກໍຄືການສ້າງສາພັດທະນາປະເທດຊາດ ໃນໄລຍະໃຫມ່ ໄປພ້ອມໆກັບ ການກໍ່ສ້າງພະນັກງານ-ນັກຮົບ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ. ເຊິ່ງໃນໄລຍະຜ່ານມາ ພະນັກງານ-ນັກຮົບ ກອງພົນ 308 ກໍຄື ກອງພັນໃຫຍ່ 102 ນອກຈາກຈະປະຕິບັດຫນ້າທີ່ໃນສະຫນາມຮົບແລ້ວ ຍັງໄດ້ປະຕິບັດຫນ້າ ໃນສະຫນາມຮົບ ແນວຄິດ ໂດຍ ໃຊ້ສື່ມວນຊົນ ໃນ ການໂຄສະນາເຜີຍແຜ່ສຶກສາອົບຮົມການເມືອງ-ແນວຄິດ ແລະ ຕອບຕ້ານ ກຸ່ມຄົນບໍ່ຫວັງດີ. ຈາກນັ້ນ, ຄະນະຜູ້ແທນ ໜັງສືພິມກອງທັບ ປະຊາຊົນລາວ ຍັງໄດ້ໄປ ຢ້ຽມຢາມ ນັກສຶກສາ ກອງທັບ ປະຊາຊົນ ລາວ ທີ່ ສຶກສາຢູ່ ໂຮຽຮຽນ ນາຍທະຫານບົກ ເລກ 1 ກອງທັບ ປະຊາຊົນຫວຽດນາມ ເພື່ອໃຫ້ກໍາລັງໃຈ ໃນການຮໍ່າຮຽນ ໃຫ້ປະສົບຜົນສໍາເລັດ ສາມາດ ນໍາໄປຈັດຕັ້ງປະຕິບັດ ຢູ່ ກົມກອງຕົນເອງ ຢ່າງມີປະສິດທິພາບ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ