ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບຄະນະຜູ້ແທນ ອົງການໄອຍາການທະຫານຂັ້ນສູງ ສປ ຈີນ ເຂົ້າຢ້ຽມຂ່ຳນັບ
ເວລາອອກຂ່າວ: 2019-12-09 09:32:22 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 31 | ຄວາມນິຍົມ:



ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງ ສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນ ຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນອົງການໄອຍະການ ທະຫານກອງທັບປົດປ່ອຍປະຊາ ຊົນຈີນ ນໍາໂດຍ ສະຫາຍ ພົນຕີ ຈຽງຫົງຈຸນ ຫົວໜ້າອົງການໄອຍະການທະຫານຂັ້ນສູງກອງທັບ ປົດປ່ອຍປະຊາຊົນຈີນ, ໃນຕອນບ່າຍວັນທີ 5 ທັນວາ ນີ້, ໃນໂອກາດທີ່ຄະນະເດີນທາງມາຢ້ຽມ ຢາມ ແລະ ເຮັດວຽກຢູ່ ສປປ ລາວ. ໂອກາດນີ້ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ຕີລາ ຄາສູງຕໍ່ການເດີນທາງມາຢ້ຽມ ຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຂອງ ສະຫາຍ ພົນຕີ ຈຽງ ຫົງຈຸນ ພ້ອມຄະນະ ໃນຄັ້ງນີ້ ເຊິ່ງ ຈະເປັນການປະກອບສ່ວນນໍາ ຜົນປະໂຫຍດສູງສຸດໃຫ້ແກ່ວຽກ ງານອົງການໄອຍາການຂອງ ສອງກອງທັບລາວ-ຈີນ, ທັງ ເປັນການເພີ່ມພູນຄູນສ້າງຄວາມ ສາມັກຄີທີ່ມີມູນເຊື້ອອັນດີງາມ ລະຫວ່າງສອງຊາດ, ສອງກອງ ທັບໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ, ພ້ອມທັງໄດ້ຕີລາຄາສູງຕໍ່ໝາກ ຜົນຂອງການພົບປະລະຫວ່າງຄະ ນະຜູ້ ແທນອົງການໄອຍາການທະ ຫານຂັ້ນສູງກອງທັບປົດປ່ອຍປະ ຊາຊົນຈີນ ແລະ ກອງທັບປະຊາ ຊົນລາວ ຄັ້ງນີ້ຈະສາມາດຜັນ ຂະຫຍາຍ ແລະ ເຮັດສຳເລັດໜ້າ ທີ່ການເມືອງຂອງຕົນທີ່ສອງພັກ-ສອງລັດ ກໍຄື 2 ກະຊວງປ້ອງ ກັນປະເທດໃຫ້ໄດ້ຮັບໝາກຜົນດີ ຍິ່ງໆຂຶ້ນ. ສະຫາຍ ພົນຕີ ຈຽງຫົງຈຸນ ໄດ້ກ່າວສະແດງຄວາມຂອບໃຈຕໍ່ສະຫາຍລັດຖະມົນຕີກະຊວງ ປ້ອງກັນປະເທດແຫ່ງ ສປປ ລາວ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ລາຍງານຜົນການພົບປະພົວ ພັນຮ່ວມມືລະຫວ່າງສອງອົງ ການໄອຍະການທະຫານຂັ້ນສູງ ລາວ-ຈີນ ໃນຄັ້ງນີ້, ເຊິ່ງສອງ ຝ່າຍຈະພະຍາຍາມສຸດຄວາມ ສາມາດເພື່ອພ້ອມກັນປົກປັກຮັກ ສາເສີມຂະຫາຍສາຍພົວພັນ ຮ່ວມມືລະຫວ່າງ 2 ຊາດ, 2 ກອງທັບ ແລະ 2 ອົງ ການໄອ ຍະການທະຫານຂັ້ນສູງລາວ-ຈີນໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ, ເພື່ອຜົນປະໂຫຍດຂອງປະຊາ ຊົນສອງຊາດ, ເພື່ອສັນຕິພາບ, ມິດຕະພາບ, ສະຖຽນລະພາບ ແລະ ການຮ່ວມມືພາຍໃນພາກ ພື້ນ ແລະ ສາກົນ. ໃນວັນດຽວກັນນັ້ນ ຄະນະຜູ້ ແທນອົງການໄອຍາການທະຫານ ກອງທັບປົດປ່ອຍປະຊາຊົນຈີນ ຍັງໄດ້ເຂົ້າພົບປະ ສະຫາຍ ພົນ ໂທ ປອ ທອງລອຍ ສີລິວົງ ກໍາມະ ການສູນກາງພັກ ຮອງລັດຖະມົນ ຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບຕື່ມອີກ. ໂດຍ: ເພັດ ສົມນໍວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ