ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ການນຳພັກ-ລັດ ວາງພວງມາລາ ແລະ ວາງກະຕ່າດອກໄມ້ລະນຶກເຖິງນັກຮົບປະຕິວັດ ໃນໂອກາດວັນຊາດ
ເວລາອອກຂ່າວ: 2019-12-03 11:07:21 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 35 | ຄວາມນິຍົມ:



ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 44 ປີ (2/12/1975-2/ 12 /2019), ໃນວັນທີ 2 ທັນວາ 2019 ນີ້, ການນຳພັກ-ລັດ ນໍາ ໂດຍ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານ ງານສູນກາງພັກ, ປະທານປະ ເທດ ແຫ່ງ ສປປ ລາວ, ສະຫາຍ ນາງ ປານີ ຢາທໍ່ຕູ້ ປະທານສະ ພາແຫ່ງຊາດ, ສະຫາຍ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ສະຫາຍ ປອ ໄຊສົມ ພອນ ພົມວິຫານ ປະທານສູນກາງ ແນວ ລາວສ້າງຊາດ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະ ເທດ, ສະຫາຍ ພົນຕີ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະ ຊວງປ້ອງກັນຄວາມສະຫງົບ, ສະຫາຍ ສີຫຸນ ສິດທິລືໄຊ ຮອງ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ເຂົ້າວາງພວງມາລາຢູ່ອະ ນຸສາວະລີ ນັກຮົບນິລະນາມ (ດາວແດງ) ແລະ ວາງກະຕ່າ ດອກໄມ້ຢູ່ຕໍ່ໜ້າຮູບປັ້ນ ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 44 ປີ. ການວາງພວງມາລາ ຄັ້ງນີ້, ແມ່ນເພື່ອເປັນການສະແດງ ຄວາມເຄົາລົບຮັກ, ຄວາມກະ ຕັນຍູຮູ້ບຸນຄຸນຢ່າງລົ້ນເຫຼືອເຖິງ ຄຸນງາມຄວາມດີ, ນໍ້າໃຈຕໍ່ສູ້ຢ່າງ ພິລາດອາດຫານ ແລະ ບໍ່ຍອມຈໍາ ນົນຂອງບັນພະບູລຸດລາວ ກໍຄື ບັນດານັກຮົບປະຕິວັດທີ່ໄດ້ເສຍ ສະຫຼະຊີວິດ, ເລືອດເນື້ອ ເພື່ອພາລະກິດປະຕິວັດຢ່າງອົງອາດກ້າຫານ ພາຍໃຕ້ການຊີ້ນຳ-ນຳພາ ຂອງພັກປະຊາຊົນ ປະຕິວັດລາວ ຈົນສາມາດກອບກູ້ເອົາເອກະ ລາດ ແລະ ຜືນແຜ່ນດິນອັນຄົບ ຖ້ວນມາສູ່ປະຊາຊົນລາວບັນດາ ເຜົ່າໃຫ້ມີຄວາມຈະເລີນຮຸ່ງເຮືອງ ສີວິໄລເປັນກ້າວໆ ແລະ ປະກາດ ເອກະລາດ, ສະຖາປະນາເປັນສາ ທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວຂຶ້ນຢ່າງສະຫງ່າຜ່າ ເຜີຍ ໃນວັນທີ 2 ທັນວາ 1975. ພາຍຫຼັງສຳເລັດການວາງ ພວງມາລາ ທີ່ອະນຸສາວະລີ ນັກ ຮົບນິລະນາມແລ້ວ, ການນຳ ພັກ-ລັດ ໄດ້ສືບຕໍ່ໄປວາງກະຕ່າ ດອກໄມ້ ຢູ່ຕໍ່ໜ້າຮູບປັ້ນປະທານ ໄກສອນ ພົມວິຫານ ອະດີດຜູ້ນໍາ ທີ່ແສນເຄົາລົບຮັກຂອງປວງຊົນ ລາວທັງຊາດ, ຢູ່ທີ່ຫໍພິພິຕະພັນ ໄກສອນ ພົມວິຫານ ເພື່ອສະແດງ ຄວາມກະຕັນຍູຮູ້ບຸນຄຸນທີ່ໄດ້ ສຸມສະຕິປັນຍາເຂົ້າໃນການນຳ ພາຂະບວນການຕໍ່ສູ້ຕ້ານການ ຮຸກຮານ ຂອງພວກຕ່າງດ້າວ ຈົນສາມາດຍາດໄດ້ໄຊຊະນະ ແລະ ນໍາເອົາຄວາມຢູ່ເຢັນເປັນ ສຸກມາສູ່ປະຊາຊົນລາວບັນດາ ເຜົ່າ, ເຊິ່ງຜົນງານ ແລະ ຄຸນງາມ ຄວາມດີຂອງທ່ານ ແລະ ຜູ້ນຳ ການປະຕິວັດຄົນອຶ່ນໆ ແມ່ນໄດ້ ຈາລຶກໃນຄວາມຊົງຈຳຂອງປະຊາຊົນລາວບັນດາເຜົ່າຕະຫຼອດກາລະນານ. ໂດຍ: ແສງເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ