ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບທີ່ປຶກສາທູດທະຫານ ສປ ຈີນ ເຂົ້າອວຍພອນ
ເວລາອອກຂ່າວ: 2019-12-03 11:01:01 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 109 | ຄວາມນິຍົມ:



ວັນທີ 2 ທັນວາ 2019,ທີ່ ກະຊວງປ້ອງກັນປະເທດ, ສະ ຫາຍ ພົນເອກ ຈັນສະໝອນ ຈັນ ຍາລາດ ກຳມະການກົມການ ເມືອງສູນກາງພັກ, ລັດຖະມົນ ຕີກະຊວງປ້ອງກັນປະເທດ ໄດ້ ຕ້ອນຮັບການເຂົ້າອວຍພອນ ຂອງສະຫາຍ ພັນເອກ ເຊີນ ຢົງ ຈິງ ທີ່ປຶກສາທູດຝ່າຍທະຫານ ສປ ຈີນ ປະຈຳ ສປປ ລາວ ພ້ອມ ຄະນະເນື່ອງໃນໂອກາດວັນສະ ຖາປະນາ ສປປ ລາວ ຄົບຮອບ 44 ປີ. ໂອກາດນີ້, ສະຫາຍ ພັນເອກ ເຊີນ ຢົງ ຈິງ ໄດ້ຕາງໜ້າໃຫ້ສະ ຫາຍລັດຖະມົນຕີກະຊວງປ້ອງ ກັນປະເທດ ສປ ຈີນ ແລະ ສະຫາຍ ເອກອັກຄະລັດຖະທູດວິສາມັນຜູ້ ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳ ສປປ ລາວ ກ່າວສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ການຊີ້ນໍາ-ນຳ ພາອັນສະຫລາດສ່ອງໃສຂອງ ການນຳຂອງລາວໃນສະໄໝ ກ່ອນກໍຄືປັດຈຸບັນ ໃນການປົກ ປັກຮັກສາ ແລະ ສ້າງສາປະເທດຊາດ ມີີຄວາມຈະເລີນກ້າວໜ້າ ຂຶ້ນເລື້ອຍໆ. ພ້ອມດຽວກັນນີ້ຍັງ ໄດ້ສະແດງຄວາມຂອບໃຈ ແລະ ອວຍພອນຕໍ່ສະຫາຍລັດຖະມົນ ຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ທີ່ໄດ້ເສີມຂະຫຍາຍ ມູນເຊື້ອດີງາມລະຫວ່າງກອງ ທັບປົດປ່ອຍປະຊາຊົນຈີນ ແລະ ກອງທັບປະຊາຊົນ ລາວ ມີ ຄວາມເຕີບໃຫຍ່ເຂັ້ມແຂງຈົນເູຖິງ ປັດຈຸບັນ. ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ສະແດງຄວາມ ຂອບໃຈຕໍ່ ສະຫາຍ ພັນເອກ ເຊີນ ຢົງຈິງ ພ້ອມດ້ວຍຄະນະ ທີ່ນຳ ເອົາຄວາມຢ້ຽມຢາມຖາມຂ່າວ ອັນອົບອຸ່ນເນື່ອງໃນໂອກາດທີ່ມີ ຄວາມໝາຍສຳຄັນ ເຊິ່ງສະແດງ ເຖິງສາຍພົວພັນມິດຕະພາບທີ່ດີ ງາມລະຫວ່າງ ສອງພັກ-ສອງລັດ ກໍຄື ສອງກະຊວງປ້ອງກັນປະເທດ ລາວ ແລະ ສປ ຈີນ ທີ່ໃຫ້ການ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ພ້ອມ ດຽວກັນນີ້ສອງກອງທັບ ລາວ-ຈີນ ຈະສືບຕໍ່ພົວພັນຮ່ວມມືໃນ ທຸກຂົງເຂດວຽກງານໃຫ້ໄດ້ຮັບ ປະສິດທິຜົນສູງຂຶ້ນເລື້ອຍໆ. ໂດຍ: ໂຊເລ້ ບຸນເຮືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ