ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສສຊ ຮັບຮອງເອົາກົດໝາຍວ່າດ້ວຍຮູບເງົາ (ສ້າງໃໝ່)
ເວລາອອກຂ່າວ: 2019-11-28 09:15:21 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 39 | ຄວາມນິຍົມ:



ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII, ໃນວັນທີ 27 ພະຈິກ 2019 ນີ້, ໂດຍພາຍໃຕ້ການເປັນ ປະທານຂອງ ທ່ານ ພົນໂທ ແສງນວນ ໄຊຍະລາດ ຄະນະເລຂາທິການສູນກາງພັກ, ຮອງປະທານ ສະພາແຫ່ງຊາດ ແລະ ບັນດາ ສສຊ ຈາກເຂດເລືອກຕັ້ງຕ່າງໆເຂົ້າຮ່ວມ. ທ່ານ ສຈ ປອ ກິແກ້ວ ໄຂຄໍາ ພິທູນ ຄະນະເລຂາທິການສູນກາງພັກ, ລັດຖະມົນຕີກະຊວງຖະ ແຫຼງຂ່າວວັດທະນະທໍາ ແລະ ທ່ອງທ່ຽວໄດ້ສະເໜີຮ່າງກົດ ໝາຍວ່າດ້ວຍຮູບເງົາ (ສ້າງໃໝ່) ຕໍ່ກອງປະຊຸມວ່າ: ໂຄງປະກອບ ຂອງຮ່າງກົດໝາຍດັ່ງກ່າວປະ ກອບມີ 10 ພາກ, 12 ໝວດ ແລະ 71 ມາດຕາ. ນັບແຕ່ວັນທີ 23 ກໍລະກົດ 2014 ຮອດປັດຈຸບັນດໍາລັດວ່າ ດ້ວຍຮູບເງົາໄດ້ຖືກປະກາດນໍາ ໃຊ້ຢ່າງເປັນທາງການ ແລະ ໄດ້ ອໍານວຍຄວາມສະດວກໃຫ້ແກ່ ວຽກງານຮູບເງົາໃນການເຄື່ອນ ໄຫວຈັດຕັ້ງປະຕິບັດພາລະບົດ ບາດຂອງຕົນ, ແຕ່ນັ້ນມາກົມຮູບເງົາ ກະຊວງຖະແຫຼງຂ່າວ, ວັດ ທະນະທໍາ ແລະ ທ່ອງທ່ຽວ ໄດ້ມີ ບ່ອນອີງດ້ານນິຕິກໍາ ເພື່ອຄຸ້ມຄອງການເຄື່ອນໄຫວວຽກງານຮູບເງົາໃນຂອບເຂດທົ່ວປະເທດ ຢ່າງໄດ້ຮັບຜົນດີເປັນກ້າວໆມາ. ຜ່ານການປະຕິບັດດໍາລັດວ່າ ດ້ວຍຮູບເງົາເຫັນວ່າມີບາງເຫດ ຜົນ ແລະ ຄວາມຈໍາເປັນຕ້ອງໄດ້ ສ້າງຮ່າງກົດໝາຍວ່າດ້ວຍຮູບ ເງົາ ເພື່ອເພີ່ມທະວີການຊີ້ນໍາ-ນໍາ ພາຂອງພັກ ແລະ ເພີ່ມທະວີ ຄວາມສັກສິດໃນການຄຸ້ມຄອງ ຂອງລັດຕໍ່ວຽກງານຮູບເງົາໃຫ້ ໜັກແໜ້ນເຂັ້ມແຂງ, ຍົກສູງ ຄວາມຮັບຜິດຊອບດ້ານການ ເມືອງໃນຂົງເຂດວຽກງານຮູບ ເງົາ ຮັບໃຊ້ໜ້າທີ່ການເມືອງ ເພື່ອຜົນປະໂຫຍດຂອງປະເທດ ຊາດ ແລະ ຂອງປະຊາຊົນ, ເພື່ອ ຕອບສະໜອງໜ້າທີ່ການເມືອງ ໃນໄລຍະໃໝ່, ຍ້ອນເຫັນວ່າດໍາ ລັດວ່າດ້ວຍຮູບເງົາທີ່ນໍາໃຊ້ໃນ ປັດຈຸບັນມີຫຼາຍມາດຕາທີ່ຍັງບໍ່ ສອດຄ່ອງກັບສະພາບການຕົວ ຈິງໃນປັດຈຸບັນບວກໃສ່ຂໍ້ຫຍຸ້ງ ຍາກໃນການຄຸ້ມຄອງ ຈຶ່ງມີ ຄວາມຈໍາເປັນຕ້ອງໄດ້ສ້າງຮ່າງ ກົດໝາຍວ່າດ້ວຍຮູບເງົາຂຶ້ນໃໝ່, ເພື່ອໃຫ້ສາມາດຕອບສະໜອງ ໄດ້ກັບການປ່ຽນແປງໃໝ່ຂອງ ໂລກດ້ານຮູບເງົາ ແລະ ຂໍ້ມູນຂ່າວ ສານໃນຍຸກແຫ່ງການເຊື່ອມໂຍງ ສາກົນ ແລະ ເພື່ອສົ່ງເສີມໃຫ້ນັກ ສ້າງຮູບເງົາທັງພາຍໃນ ແລະ ຕ່າງປະເທດຜະລິດຮູບເງົາຢູ່ ລາວຫຼາຍຂຶ້ນ. ເນື້ອໃນພື້ນຖານຂອງກົດໜາຍ ສະບັບນີ້ຍັງຮັກສາຫຼັກການພື້ນ ຖານທີ່ມີຢູ່ໃນດຳລັດວ່າດ້ວຍ ຮູບເງົາ, ການປັບປຸງ ແລະ ເພີ່ມ ມາດຕາໃໝ່ ເພື່ອເຮັດໃຫ້ເນື້ອໃນ ຄົບຖ້ວນກະທັດຮັດ ແລະ ຮັດກຸມ ໂດຍສຸມໃສ່ເນື້ອໃນ ຂໍ້ກຳນົດໃຫ້ ຈະແຈ້ງຂຶ້ນຕື່ມກ່ຽວກັບນະໂຍ ບາຍ ແລະ ການຄຸ້ມຄອງວຽກງານ ຮູບເງົາຂອງລັດ ໂດຍສະເພາະ ແມ່ນການຄຸ້ມຄອງຜູ້ຜະລິດຈຳ ໜ່າຍ ແລະ ຜູ້ສ້າງຮູບເງົາ, ທັງນີ້ ກໍເພື່ອແນໃສ່ເຮັດໃຫ້ວຽກງານ ການເຄື່ອນໄຫວດ້ານຮູບເງົາຖືກ ຕ້ອງຕາມແນວທາງນະໂຍບາຍ ຂອງພັກ, ກົດໝາຍຂອງລັດ, ຮັບ ປະກັນການປະຕິບັດວຽກງານ ໃຫ້ມີຄວາມເປັນເອກະພາບຕໍ່ກົດ ໝາຍ. ເມື່ອຮ່າງກົດໝາຍວ່າດ້ວຍ ຮູບເງົາ ຖືກຮັບຮອງ ແລະ ປະ ກາດນໍາໃຊ້ ຈະມີເຄື່ອງມືດ້ານນິ ຕິກໍາໃຫ້ຂະແໜງການ ແລະ ພາກ ສ່ວນກ່ຽວຂ້ອງ ໃນການຄຸ້ມຄອງ ວຽກງານຮູບເງົາໃຫ້ມີຄວາມ ເປັນເອກະພາບເຊັ່ນ: ການກວດ ກາເນື້ອໃນ, ການອະນຸຍາດ, ການອະນຸມັດສ້າງຕັ້ງຫົວໜ່ວຍ ທຸລະກິດຮູບເງົາ ແລະ ການແບ່ງ ຂັ້ນຄຸ້ມຄອງລະຫວ່າງສູນກາງ ແລະ ທ້ອງຖິ່ນ, ພ້ອມທັງຈະເປັນບ່ອນອີງໃຫ້ນັກສ້າງຮູບເງົາທັງ ພາຍໃນ ແລະ ຕ່າງປະເທດຜະ ລິດຮູບເງົາຢູ່ລາວຫຼາຍຂຶ້ນ. ຈາກນັ້ນສະມາຊິກສະພາແຫ່ງ ຊາດໄດ້ ພ້ອມກັນປະກອບຄໍາ ເຫັນເຂົ້າໃນຮ່າງກົດໝາຍດັ່ງ ກ່າວແລ້ວປະທານກອງປະຊຸມ ໄດ້ສະຫຼຸບສັງລວມຄໍາຄິດເຫັນ ແລະ ສະເໜີໃຫ້ ສສຊ ລົງຄະ ແນນສຽງ ແລະ ຮັບຮອງເອົາ ຮ່າງກົດໝາຍວ່າດ້ວຍຮູບເງົາ ( ສ້າງໃໝ່) ດ້ວຍຄະແນນສຽງ ສ່ວນຫຼາຍ. ໂດຍ: ບຸນຊ້ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ