ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະກາດແຂວງຫົວພັນ ເປັນແຂວງຈົບຊັ້ນມັດທະຍົມຕອນຕົ້ນບຳລຸງ
ເວລາອອກຂ່າວ: 2019-11-28 09:10:33 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 40 | ຄວາມນິຍົມ:



ພິທີປະກາດແຂວງຫົວພັນ ເປັນແຂວງຈົບຊັ້ນ ມ.ຕົ້ນບໍາລຸງ ໄດ້ຈັດຂຶ້ນ ຢູ່ທີ່ຫໍວັດທະນະທໍາ ແຂວງຫົວພັນ, ໂດຍການເຂົ້າ ຮ່ວມ ແລະ ມອບໃບຢັ້ງຢືນຂອງ ທ່ານ ຮສ ປອ ກອງສີ ແສງ ມະນີ ຮອງລັດຖະມົນຕີກະ ຊວງສຶກສາ ທິການ ແລະ ກີລາ ແລະ ຮັບໂດຍ ທ່ານ ວັນໄຊ ແພງ ຊຸມມາ ເຈົ້າ ແຂວງໆຫົວພັນ, ມີບັນດາເຈົ້າ ແຂວງ-ຮອງເຈົ້າແຂວງ,ຫົວໜ້າ-ຮອງຫົວໜ້າຫ້ອງການສຶກສາ ທິການ ແລະ ກີລາເມືອງ, ພະນັກ ງານ, ທະຫານ-ຕໍາຫຼວດ, ພໍ່ແມ່ ປະຊາຊົນ ແລະ ນ້ອງນັກຮຽນ ເຂົ້າຮ່ວມ. ໂອກາດນີ້, ທ່ານ ມົນທອງ ລຽນ ຕິຄຸນ ຫົວໜ້າພະແນກສຶກສາທິ ການ ແລະ ກີລາແຂວງຫົວພັນໄດ້ ລາຍງານໃຫ້ຮູ້ວ່າ: ແຂວງຫົວພັນ ມີທັງໝົດ 10 ເມືອງ, ມີ 727 ບ້ານ ໃນນີ້ມີບ້ານພັດທະນາ 269 ບ້ານ ເທົ່າກັບ 37% ແລະ ບ້ານທຸກຍາກ 75 ບ້ານ ເທົ່າກັບ 10,32%, ມີ 50.870 ຄົວເຮືອນ, ມີຄອບຄົວ ພັດທະນາ 1.640 ຄອບຄົວເທົ່າ ກັບ 3,22% ແລະ ມີຄອບຄົວທຸກ ຍາກ 6.836 ຄອບຄົວເທົ່າກັບ 13,44% ມີ. ພົນລະເມືອງທັງໝົດ 309.897 ຄົນ, ຍິງ 151.263 ສໍາລັບທິດທາງແຜນການ ແລະ ຄາດໝາຍສູ້ຊົນ ຮອດປີ 2025 ຈະສືບຕໍ່ສ້າງທຸກເງື່ອນໄຂ ແລະ ປຸກລະດົມໃຫ້ເດັກນ້ອຍເກນອາຍຸ 3-5 ປີ ໄດ້ເຂົ້າຮຽນ ອະນຸບານ ແລະ ຫ້ອງກຽມປະຖົມໃຫ້ໄດ້75% ແລະ ເດັກ 5 ປີໃຫ້ໄດ້ 85%, ອັດ ຕາເຂົ້າຮຽນຊັ້ນປະຖົມສຸດທິໃຫ້ ໄດ້ 99%; ອັດຕາເຂົ້າຮຽນ ລວມ ຊັ້ນ ມ. ຕົ້ນ98%; ອັດຕາເຂົ້າຮຽນ ລວມຊັ້ນ ມ.ປາຍ 65%; ຂະຫຍາຍ ສູນການສຶກສານອກໂຮງຮຽນຢູ່ ເມືອງໃຫ້ໄດ້ຕື່ມ3 ເມືອງ ຄື: ເມືອງຊໍາໃຕ້, ເມືອງຮ້ຽມ ແລະ ເມືອງ ຊ່ອນ ເພື່ອດໍາເນີນການ ຮຽນ-ການສອນບໍາລຸງຊັ້ນມ.ປາຍ ແລະເຝິກ ອົບຮົມວິຊາຊີບ; ສືບຕໍ່ດໍາເນີນການຮຽນ-ການ ສອນລຶບລ້າງຄວາມບໍ່ຮູ້ໜັງສື ຊັ້ນປະຖົມ, ມ.ຕົ້ນ ແລະ ມ.ປາຍ ໃຫ້ນັກຮຽນທີ່ປະລະການຮຽນຈາກສາຍສາມັນ; ເອົາໃຈໃສ່ ເຝິກອົບຮົມວິຊາຊີບຂັ້ນພື້ນຖານ ໃຫ້ແກ່ຊາວໜຸ່ມ, ແມ່ຍິງ ແລະ ຜູ້ ດ້ອຍໂອກາດ ເປັນຕົ້ນແມ່ນປູກ ຝັງ, ລ້ຽງສັດ, ຕັດຫຍິບ ແລະ ອື່ນໆ. ພ້ອມນັ້ນໃນພິທີຍັງໄດ້ປະ ດັບຫຼຽນໄຊແຮງງານຊັ້ນ I, ຊັ້ນ II, ຊັ້ນ III, ຫຼຽນກາແຮງງານ, ມອບໃບຍ້ອງຍໍຂັ້ນ ລັດຖະບານ, ຂັ້ນກະຊວງສຶກສາທິການ ແລະ ກີລາ, ຂັ້ນແຂວງ ແລະ ຂັ້ນພະ ແນກສຶກສາທິການ ແລະ ກີລາ ແຂວງໃຫ້ກັບກົມກອງ ແລະ ບຸກ ຄົນທີ່ມີຜົນງານດີເດັ່ນປະກອບ ສ່ວນໃນຂະບວນການຮຽນການ ສອນ ຊັ້ນ ມ. ຕົ້ນບໍາລຸງຈົນມີຜົນ ສໍາເລັດເປັນກ້າວໆ ແລະ ສາມາດ ປະກາດເປັນແຂວງຈົບຊັ້ນມ. ຕົ້ນ ບໍາລຸງຢ່າງເປັນທາງການ. ໃນນີ້ວຽກງານການສຶກສານອກ ໂຮງຮຽນແຂວງໄດ້ຈັດຕັ້ງການ ຮຽນການສອນລຶບລ້າງຄວາມ ບໍ່ຮູ້ໜັງສື ແລະ ບໍາລຸງຊັ້ນປະຖົມ ໃຫ້ປະຊາຊົນໃນເກນອາຍຸ 15-40 ປີ ແຕ່ປີ 1980 ເປັນຕົ້ນມາ, ມີຜູ້ຮຽນໜັງສື ທັງໝົດ 57.164 ຄົນ, ຍິງ29.058 ຄົນ ແລະ ປະ ກາດຊັ້ນປະຖົມບໍາລຸງທົ່ວແຂວງ ຢ່າງເປັນທາງການ ໃນປີ 2013 ເປັນແຂວງທີ 10 ຂອງປະເທດ ແລະ ກໍໄດ້ສືບຕໍ່ຈັດຕັ້ງການຮຽນ ການສອນໃຫ້ແກ່ປະຊາຊົນຜູ້ບໍ່ ທັນຈົບປະຖົມຢ່າງຕໍ່ເນື່ອງຕະ ຫຼອດມາ ພ້ອມກັນນັ້ນກໍສ້າງ ເງື່ອນໄຂໃຫ້ເຂົາເຈົ້າໄດ້ສືບຕໍ່ ຮຽນຊັ້ນມັດທະຍົມຕອນຕົ້ນ ບໍາລຸງ ເກນອາຍຸ 15-35 ປີ ນັບແຕ່ ສົກຮຽນ 2010-2011 ຈົນຮອດ ປັດຈຸບັນກໍຖືວ່າສໍາເລັດຢ່າງເປັນ ທາງການ. ຕໍ່ຂະບວນການຮຽນ-ການສອນໄລຍະ ດັ່ງກ່າວ ສາມາດ ປະກາດຈົບຊັ້ນມ.ຕົ້ນບໍາລຸງໄດ້ 727 ບ້ານ , ມີຜູ້ຮຽນຈົບທັງຫມົດ 12.009 ຄົນ, ຍິງ 4.803 ຄົນ ສະເລ່ຍເທົ່າກັບ 96,65%, ຍິງ 96,70% ແລະ ໄດ້ ມີພິທີປະ ກາດຈົບຊັ້ນມ. ຕົ້ນບໍາລຸງທົ່ວ ແຂວງຢ່າງເປັນທາງການ ໃນ ວັນທີ 26 ພະຈິກ2019 ນີ້, ເປັນ ແຂວງທີ 9 ຂອງປະເທດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ