ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະທານສູນກາງແນວລາວສ້າງຊາດ ຕ້ອນຮັບຄະນະຜູ້ແທນສະພາສັນຕິພາບໂລກ
ເວລາອອກຂ່າວ: 2019-11-27 09:05:25 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 41 | ຄວາມນິຍົມ:



ຂປລ. ໃນວັນທີ 26 ພະຈິກ ນີ້, ທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວ ສ້າງ ຊາດ ໄດ້ໃຫ້ກຽດຕ້ອນຮັບການ ເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ໂຊໂກໂຣ ໂກເມດ ປະທານ ສະ ພາສັນຕິພາບໂລກ ພ້ອມດ້ວຍ ຄະນະຜູ້ແທນອົງການສັນຕິ ພາບໃນພາກພື້ນອາຊີປາຊີຟິກ ໃນໂອກາດເຂົ້າຮ່ວມກອງປະຊຸມ ຂົງເຂດອາຊີປາຊີຟິກ ແລະ ກອງ ປະຊຸມຄະນະເລຂາຂອງສະ ພາສັນຕິພາບໂລກທີ່ນະຄອນ ຫຼວງວຽງຈັນ ລະຫວ່າງວັນທີ 24-26 ພະຈິກ 2019. ທ່ານ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບ ຢ່າງອົບອຸ່ນພ້ອມທັງສະແດງ ຄວາມຂອບໃຈຕໍ່ສະພາສັນ ຕິພາບ ໂລກ ແລະ ອົງການຈັດຕັ້ງສັນຕິ ພາບຂົງເຂດ ແລະ ພາກພື້ນທີ່ໄວ້ ເນື້ອເຊື່ອໃຈ ແລະ ເລືອກເອົາ ສປປ ລາວ ເປັນບ່ອນຈັດຕັ້ງກອງປະຊຸມທີ່ສຳຄັນ ຂອງສະພາສັນຕິພາບ ໂລກໃນ ຄັ້ງນີ້, ເຊິ່ງຖືເປັນການປະ ກອບສ່ວນສຳຄັນເຂົ້າໃນການ ເຄື່ອນໄຫວວຽກງານລວມ ຂອງ ສະພາສັນຕິພາບໂລກ ກໍຄືການ ປະກອບສ່ວນເສີມສ້າງ ສັນຕິ ພາບໃນພາກພື້ນ ແລະ ໃນໂລກ. ພ້ອມນີ້, ຍັງໄດ້ສະແດງຄວາມ ຊົມເຊີຍ ແລະ ຕີລາຄາສູງຕໍ່ບົດ ບາດ ແລະ ການເຄື່ອນໄຫວຂອງ ສະພາສັນຕິພາບໂລກໃນໄລຍະ ຜ່ານມາ ໃນການເປັນເຈົ້າການ ນຳພາບັນດາອົງການຈັດຕັ້ງສັນ ຕິພາບໃນຂົງເຂດ, ພາກພື້ນ ເຄື່ອນ ໄຫວປະກອບສ່ວນ ເສີມສ້າງສັນ ຕິພາບ ແລະ ຄວາມໝັ້ນຄົງໃນ ສາກົນ ແລະ ຊົມເຊີຍຕໍ່ບັນດາອົງ ການຈັດຕັ້ງສັນຕິພາບຂອງແຕ່ ລະປະເທດ ທີ່ໄດ້ປະກອບສ່ວນ ໃນການເຄື່ອນໄຫວຕາມຈຸດພິ ເສດ ແລະ ເງື່ອນໄຂຕົວຈິງ ຂອງຕົນ, ເຊິ່ງໄດ້ເປັນກຳລັງ ແຮງສັງລວມ ເພື່ອປົກປ້ອງສັນ ຕິພາບ. ປະຊາຊົນລາວ ຜູ້ທີ່ເຄີຍ ໄດ້ຮັບຜົນກະທົບ ອັນໜັກໜ່ວງ ຈາກສົງຄາມທຳລາຍຂອງພວກ ຮຸກຮານຕ່າງດ້າວມາເປັນເວລາ ຫຼາຍທົດສະວັດໄດ້ຮັບຮູ້ຢ່າງເລິກ ເຊິ່ງເຖິງຄຸນຄ່າຂອງສັນຕິພາບ, ອິດສະຫຼະພາບ ແລະ ພ້ອມທີ່ຈະ ປະກອບ ສ່ວນຕາມເງື່ອນໄຂ, ກຳລັງ ແລະ ຄວາມສາມາດ ຂອງຕົນຮ່ວມກັບປະຊາຄົມໂລກ ໃນການປົກປັກຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ເສີມຂະ ຫຍາຍ ຄວາມສາມັກຄີສາກົນ ເພື່ອການດຳລົງຊີວິດໃນເງື່ອນ ໄຂສັນຕິພາບ. ທ່ານ ນາງ ໂຊໂກໂຣ ໂກເມດສ ໄດ້ຕາງໜ້າໃຫ້ຄະນະຜູ້ແທນສະ ພາສັນຕິພາບໂລກ ໄດ້ສະແດງ ຄວາມຂອບໃຈຕໍ່ ທ່ານ ໄຊສົມພອນ ພົມວິຫານ ທີ່ໄດ້ໃຫ້ການຕ້ອນ ຮັບຄະນະຢ່າງອົບອຸ່ນ ແລະ ໄດ້ ລາຍງານກ່ຽວກັບຜົນສຳເລັດ ການຈັດຕັ້ງກອງປະຊຸມຂອງສະ ພາສັນຕິພາບໂລກຢູ່ນະຄອນ ຫຼວງວຽງຈັນ ແລະ ການເຄື່ອນ ໄຫວຂອງສະພາສັນຕິພາບໂລກ ແລະ ອົງການສັນຕິພາບພາກ ພື້ນໃນໄລ ຍະຜ່ານມາ, ເຊິ່ງເປັນ ການປະກອບສ່ວນເສີມ ສ້າງສັນຕິ ພາບ ແລະ ຄວາມໝັ້ນຄົງຕາມ ພາລະບົດບາດ. ພ້ອມນີ້, ຍັງໄດ້ ສະແດງຄວາມຂອບໃຈທີ່ ສປປ ລາວ ໄດ້ເປັນເຈົ້າພາບຈັດກອງ ປະຊຸມສຳຄັນຂອງສະພາສັນຕິ ພາບໂລກໃນຄັ້ງນີ້ຖືເປັນການປະ ກອບສ່ວນສໍາຄັນຕໍ່ວຽກງານ ລວມຂອງສະພາສັນຕິພາບໂລກ ແລະໄດ້ອວຍພອນໃຫ້ປະຊາຊົນ ລາວ ມີຜົນສຳເລັດໃນການພັດ ທະນາ ປະເທດຊາດໃນເງື່ອນໄຂ ສັນຕິພາບ. ໂດຍ: ຊາຍຄົນເດີມ, ພາບ: ຂັນໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ