ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄະນະສິລະປະ ມະຫາວິທະຍາໄລວັດທະນະທຳ ກອງທັບຫວຽດນາມ ສືບຕໍ່ສະແດງຮັບໃຊ້ຢູ່ແຂວງວຽງຈັນ
ເວລາອອກຂ່າວ: 2019-11-27 08:54:38 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 69 | ຄວາມນິຍົມ:



ໃນຄໍ່າຄືນຂອງວັນທີ 25 ພະຈິກນີ້, ຄະນະສິລະປະມະຫາ ວິທະຍາໄລ ວັດທະນະທໍາສິລະ ປະດົນຕີກອງທັບປະຊາຊົນ ຫວຽດນາມ ໄດ້ສືບຕໍ່ເຄື່ອນໄຫວ ສະແດງຮັບໃຊ້ຢູ່ກອງບັນຊາ ການທະຫານແຂວງວຽງຈັນ, ໂດຍມີ ສະຫາຍ ຄໍາພັນ ສິດທິດຳ ພາ ກຳມະການສູນກາງພັກ, ເຈົ້າ ແຂວງໆວຽງຈັນ, ສະຫາຍ ພົນ ຈັດຕະວາ ບຸນມາ ວົງດາລາແສນ ກໍາມະການພັກແຂວງ, ຫົວໜ້າ ການທະຫານກອງບັນຊາການ ທະຫານແຂວງວຽງຈັນ, ມີການ ນໍາແຂວງ, ການນໍາທະຫານ ແຂວງ, ພະນັກງານ-ນັກຮົບທົ່ວ ທະຫານແຂວງ ພ້ອມດ້ວຍມວນ ຊົນຊາວແຂວງວຽງຈັນເຂົ້າ ຮ່ວມຊົມຢ່າງຫຼວງຫຼາຍ. ສະຫາຍ ພັນເອກ ຄໍາເຄນ ອຸດຕະມາ ຫົວໜ້າການເມືອງ ທະຫານແຂວງວຽງຈັນ ໄດ້ມີ ຄຳເຫັນວ່າ: ລາວ-ຫວຽດນາມ ແມ່ນສອງປະເທດອ້າຍນ້ອງ, ມີ ຄວາມສາມັກຄີຮັກແພງກັນ, ມີ ນໍ້າໃນເອື້ອເຟື້ອເພື່ອແຜ່, ຊ່ວຍ ເຫຼືຶອເຊິ່ງກັນ ແລະ ກັນມາແຕ່ດົນ ນານ, ເຄີຍຮ່ວມສຸກຮ່ວມທຸກ ກາຍ ເປັນສາຍສໍາພັນສູ້ຮົບທີ່ບໍລິສຸດ ຜຸດຜ່ອງ, ຄວາມສາມັກຄີພິເສດ ທີ່ຫາຍາກຢູ່ໃນໂລກ, ເຊິ່ງການ ມາຢ້ຽມຢາມ ແລະ ສະແດງມິດ ຕະພາບຂອງຄະນະມະຫາວິທະ ຍາໄລ ສິລະປະດົນຕີກອງທັບປະຊາຊົນຫວຽດນາມໃນຄັ້ງນີ້, ຈະເປັນການປະກອບສ່ວນ ອັນສໍາຄັນເຂົ້າໃນການສ້າງບັນ ຍາກາດເບີກບານມ່ວນຊື່ນ, ປຸກ ລະດົມຊຸກຍູ້ກຳລັງໃຈພະນັກ ງານ-ນັກຮົບ ກໍຄື ມວນຊົນຊາວ ແຂວງວຽງຈັນ ຂອງພວກເຮົາ, ທັງເປັນການແລກປ່ຽນທາງ ດ້ານວັດທະນະທໍາ, ສິລະປະ-ວັນນະຄະດີ ແລະ ເປັນການປະ ກອບສ່ວນເພີ່ມພູນຄູນສ້າງ ຄວາມສາມັກຄີພິເສດ, ການ ຮ່ວມມືຮອບດ້ານລະ ຫວ່າງສອງ ພັກ, ສອງກອງທັບ ແລະ ປະຊາ ຊົນສອງຊາດລາວ-ຫວຽດນາມ ໃຫ້ຈະເລີນງອກງາມຍິ່ງຂຶ້ນ. ໂດຍການສະແດງແຕ່ລະລາຍ ການທີ່ຄະນະສິລະປະດັ່ງກ່າວນໍາ ມາສະແດງ ລ້ວນແຕ່ໄດ້ສ້າງ ຄວາມເບີກບານມ່ວນຊື່ນ ແລະ ສ້າງຄວາມປະທັບໃຈໃຫ້ແກ່ຜູ້ ຊົມເປັນຢ່າງດີ. ພາຍຫຼັງສຳເລັດ ການສະແດງ ຄະນະນໍາຂອງ ແຂວງ, ຄະນະນໍາກອງບັນຊາ ການກໍໄດ້ມອບກະຕ່າດອກໄມ້ ຊົມເຊີຍ ແລະ ຖ່າຍຮູບຮ່ວມກັນ ກັບຄະນະ. ກ່ອນໜ້ານີ້, ວັນທີ 24 ພະຈິກ, ຄະນະສິລະປະດັ່ງກ່າວຍັງໄດ້ພົບ ປະຄະນະພັກ-ຄະນະບັນຊາກອງ ບັນຊາການ ທະຫານແຂວງວຽງ ຈັນ ໂດຍມີ ສະຫາຍ ພັນ ເອກ ຄໍາ ເຄນ ອຸດຕະມາ ຫົວໜ້າການເມືອງ ທະຫານ ແຂວງວຽງຈັນ ພ້ອມ ດ້ວຍພະນັກງານຫຼັກແຫຼ່ງ ເຂົ້າ ຮ່ວມ, ເຊິ່ງສະຫາຍ ພັນເອກ ຄໍາ ເຄນ ອຸດຕະມາ ໄດ້ຕີລາຄາສູງຕໍ່ ການມາຢ້ຽມຢາມສະແດງມິດຕະ ພາບຢູ່ແຂວງວຽງຈັນ ເນື່ອງໃນ ໂອກາດສະຫຼອງວັນສ້າງຕັ້ງກອງ ທັບປະຊາຊົນຫວຽດນາມຄົບ ຮອບ 75 ປີ ແລະ ວັນທະຫານອາ ສະໝັກ ແລະ ຊ່ຽວຊານຫວຽດ ນາມຄົບຮອບ 70 ປີ, ພ້ອມທັງ ໄດ້ລາຍງານໃຫ້ຮູ້ສະພາບທີີ່ຕັ້ງ, ພາລະບົດບາດໜ້າທີ່ການເມືອງ ຂອງກອງບັນຊາການ, ຍົກໃຫ້ ເຫັນສາຍພົວພັນຮ່ວມມືມິດຕະ ພາບສອງກອງທັບປະຊາຊົນ ລາວ-ຫວຽດນາມ ເວົ້າລວມ, ໂດຍສະເພາະລະຫວ່າງກອງ ບັນຊາການທະຫານແຂວງວຽງ ຈັນ ກັບກອງບັນຊາການທະ ຫານແຂວງເຫງະອານ, ທະຫານ ເຂດ 4 ແລະ ບໍລິສັດ ໂກເອໂກ ສສ ຫວຽດນາມ, ເຊິ່ງໄດ້ແຮກ ສ່ຽວ ກັນມາເປັນເວລາ 10 ກວ່າປີ, ມີການໄປມາຫາສູ່, ພົບປະແລກ ປ່ຽນບົດຮຽນຂົງເຂດວຽກງານ ຕ່າງໆ, ເມື່ອຮອດວັນສໍາຄັນ ຂອງລາວຫຼືຫວຽດນາມຕ່າງ ຝ່າຍກໍໄດ້ໄປອວຍພອນ ເຊິ່ງ ກັນ ແລະ ກັນເປັນປົກກະຕິ ແລະ ໃນ ຊຸມປີຜ່ານມາກອງທັບປະຊາ ຊົນຫວຽດນາມ ຍັງໄດ້ຊ່ວຍເຫຼືອ ລ້າກໍ່ສ້າງໂຮງໝໍ 30 ຕຽງ ພ້ອມ ອຸປະກອນການແພດຄົບຊຸດແກ່ ທະຫານແຂວງວຽງຈັນຕື່ມອີກ. ໂດຍ: ນ. ຍ້ອມເພັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ