ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນ 413 ທະຫານແຂວງຫຼວງພະບາງ ຈັດຕັ້ງອົບຮົມ-ຫັດແອບຍິງລູກປືນແທ້
ເວລາອອກຂ່າວ: 2019-11-25 14:12:29 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 125 | ຄວາມນິຍົມ:



v ໃນວັນທີ 15 ພະຈິກ ນີ້, ກອງ ພັນ 413 ທະຫານແຂວງຫຼວງ ພະບາງ ໄດ້ຈັດຕັ້ງອົບຮົມ-ຫັດ ແອບຍິງລູກປືນແທ້ ໂດຍການ ເຂົ້າຮ່ວມຂອງ ສະຫາຍ ພົນຈັດ ຕະວາ ຄໍາຫຼ້າ ວົງວິໄລ ກໍາມະ ການພັກແຂວງ ຫົວໜ້າການທະ ຫານ ແລະ ສະຫາຍຫົວໜ້າການ ເມືອງກອງບັນຊາການທະຫານ ແຂວງຫຼວງພະບາງ, ພ້ອມດ້ວຍ ເລຂາພັກເມືອງ, ເຈົ້າເມືອງ- ເມືອງພູຄູນ, ແຂກຖືກເຊີນຈາກ 11 ກອງບັນຊາການທະຫານ ເມືອງ, 1 ນະຄອນ, ກອງພັນ, ກອງ ຮ້ອຍເອກະລາດ ແລະ ພະນັກງານ- ນັກຮົບພາຍໃນກອງພັນ 413 ເຂົ້າ ຮ່ວມ. ການອົບຮົມ-ຫັດແອບໃນຄັ້ງນີ້ ແມ່ນຢູ່ໃນກອງຮ້ອຍບຸກຕີສັດຕູ ຈັ້ງທ່າຊົ່ວຄາວຢູ່ຈຸດສູງ 1755 ພາຍຫຼັງທີ່ໄດ້ຈັດຕັ້ງກະກຽມ ແລະ ອົບຮົມພາກທິດສະດີ, ຫຼັກການ, ບັນດາທ່າ ແລະ ຈັງຫວະເປັນເວລາ 15 ວັນ, ເຊິ່ງໃນນັ້ນແມ່ນໄດ້ອົບ ຮົມພາວະການກຽມພ້ອມສູ້ຮົບ ໄປສູ່ພາວະເພີ່ມທະວີຫັນໄປສູ່ພາ ວະຄົບຖ້ວນ ໂດຍໄດ້ຮັບຟັງການ ລາຍງານສະພາບລວມຢູ່ຂອບ ເຂດສູ້ຮົບ, ຄວາມຕັດສິນໃຈສູ້ຮົບ ບຸກຕີ, ການຜ່ານແຜນຮ່າງສູ້ຮົບ, ແຜນຮ່າງຈັດວາງກຳລັງ ແລະ ຄິດໄລ່ລູກກະສຸນ, ແຜນການຊີ້ ນໍາຊ້ອມຮົບຍຸດທະວິທີ, ການຈັດ ຕັ້ງກຸ່ມຫັດແອບຊ້ອມຮົບຍິງລູກ ປືນແທ້ ແລະ ຂໍ້ກໍານົດຮັບປະກັນ ຄວາມປອດໄພ ຈາກ ສະຫາຍ ພັນ ໂທ ຄຳຊາງ ມະນີຈັນ ຫົວໜ້າ ການທະຫານກອງພັນ 413 ກໍ ຈັດຕັ້ງເຄື່ອນທັບລົງພາກປະຕິບັດ ຕົວຈິງ ໂດຍໄດ້ໃຊ້ກໍາລັງທະຫານ ຮາບ 1 ກອງຮ້ອຍ, ໃຊ້ປືນເດກາ 82 ເຕ 78 ມມ, 12,7 ມມ, ປືນ ຄົກ 60 ມມ - 82 ມມ, ເບ 41 ມມ, ປືນກົນຈັກອາເຣິເປກາ, ແອັດສະ ແວແດ, ປືນ AK ແລະ ປືນຍິງລູກ ກະສຸນສັນຍານຕື່ມອີກຈຳນວນ ໜຶ່ງ, ເຊິ່ງການຈັດຕັ້ງອົບຮົມຍິງ ລູກປືນແທ້ແມ່ນສາມາດຍິງທຳ ລາຍດັບສູນເປົ້າໝາຍໄດ້ດີ ແລະ ຮັບປະກັນຄວາມປອດໄພ 100%. ສະຫາຍ ພັນເອກ ວິລ່ຽມ ວົງ ທິສານ ໄດ້ມີຄໍາເຫັນໂອ້ລົມພະ ນັກງານ-ນັກຮົບ ເຊິ່ງໄດ້ຍ້ອງຍໍຊົມເຊີຍຜົນສຳເລັດຂອງການອົບ ຮົມຊ້ອມຮົບຍິງລູກກະສຸນແທ້ ແລະ ຮຽກຮ້ອງໃຫ້ພະນັກງານ- ນັກຮົບ ຈົ່ງເຊີດຊູມູນເຊື້ອອັນດີ ງາມດັ່ງກ່າວ ເພື່ອໄປຈັດຕັ້ງປະຕິ ບັດເຂົ້າໃນໜ້າທີ່ວຽກງານໃຫ້ ເກີດດອກອອກຜົນ, ສືບຕໍ່ເຝິກຝົນ ຫຼໍ່ຫຼອມຕົນເອງໃນທຸກດ້ານໃຫ້ມີ ຄວາມໜັກແໜ້ນ ເຂັ້ມແຂງ ແລະ ກາຍເປັນພະນັກງານສືບທອດທີ່ດີ ຂອງກອງທັບ ໂອກາດນີ້ກໍໄດ້ມອບ ເງິນສົດຈຳນວນ 5.000.000 ກີບ ເພື່ອປະກອບສ່ວນຊຸກຍູ້ເຂົ້າ ໃນວຽກງານຂະບວນການຂອງ ກອງພັນ 413 ໃຫ້ມີບັນຍາກາດ ຟົດຟື້ນຕໍ່ເນື່ອງ. ໂດຍ: ສົມພອນ ສຸວັນທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ