ຫົວໜ້າກົມຂົນສົ່ງ ເຄື່ອນໄຫວເຮັດວຽກ ຢູ່ໂຮງຮຽນເຫຼົ່າຮົບພະລາທິການກອງທັບ
ເວລາອອກຂ່າວ: 2026-11-05 15:37:58 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 361 | ຄວາມນິຍົມ: ![]()
ວັນທີ 5 ພະຈິກ 2026 ນີ້, ສະຫາຍ ພົນຈັດຕະວາ ບຸນຍົງ ວົງພົມ ຫົວໜ້າກົມຂົນສົ່ງ ກົມໃຫຍ່ພະລາທິການກອງທັບ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານ ການຮຽນ-ການສອນ ວິຊາສະເພາະຂົນສົ່ງ ຢູ່ໂຮງຮຽນເຫຼົ່າຮົບພະລາທິການກອງທັບ, ມີສະຫາຍ ພັນໂທ ຈັນທະພອນ ສີລືໄຊ ຫົວໜ້າອໍານວຍການ ໂຮງຮຽນເຫຼົ່າຮົບພະລາທິການກອງທັບ, ມີຄະນະພັກ-ຄະນະອໍານວຍການ, ພະນັກງານຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ບຸນຍົງ ວົງພົມ ໄດ້ໂອ້ລົມ ແລະ ເນັ້ນໜັກໃຫ້ຄະນະພັກ-ຄະນະອຳນວຍການ ຕ້ອງໄດ້ເອົາໃຈໃສ່ຢ່າງຕັ້ງໜ້າປະກອບສ່ວນອັນສໍາຄັນເຂົ້າໃນການຈັດຕັ້ງປະຕິບັດການຮຽນ-ການສອນ ໃຫ້ມີຜົນສໍາເລັດຢ່າງຈົບ, ສໍາລັບ ຄູ-ອາຈານ ຕ້ອງສຸມທຸກສະຕິປັນຍາ ຂອງຕົນເອງເຂົ້າໃນການຄົ້ນຄວ້າ, ປັບປຸງຫຼັກສູດ ແລະ ຕໍາລາການຮຽນ-ການສອນ ໃຫ້ສອດຄ່ອງທາງດ້ານທິດສະດີ ແລະ ພຶດຕິກຳຕົວຈິງ ໂດຍປະຕິບັດຄໍາຂວັນທີ່ວ່າ: ຄູສອນດີ, ນັກຮຽນຮໍ່າຮຽນເກັ່ງ ເພື່ອຮັບປະກັນໃຫ້ໄດ້ຕາມລະດັບຄາດໝາຍທີ່ຂັ້ນເທິງວາງອອກ ແລະ ສະເພາະນັກຮຽນ ຕ້ອງຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ, ມີແນວຄິດອຸ່ນອຽນທຸ່ນທ່ຽງ, ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ຫ້າວຫັນຕໍ່ການຄົ້ນຄວ້າຮໍ່າຮຽນ, ປະຕິບັດບັນດາຂໍ້ກຳນົດ, ກົດລະບຽບຂອງກົມກອງ ກໍຄືກົດລະບຽບຂອງກອງທັບວາງອອກຢ່າງເຂັ້ມງວດ, ມີຄວາມສາມັກຄີເປັນປຶກແຜ່ນ ລະຫວ່າງ ຄູ-ອາຈານ, ພະນັກງານ-ນັກຮົບ, ຕະຫຼອດຮອດປະຊາຊົນ ຢູ່ໃນຂອບເຂດອ້ອມຂ້າງກົມກອງ ແລະ ກໍາໃຫ້ໄດ້ຫຼັກສູດທາງດ້ານທິດສະດີ, ພາກປະຕິບັດຕົວຈິງ ເພື່ອມາໝູນໃຊ້ເຂົ້າໃນວຽກງານວິຊາສະເພາະຂອງຕົນ ໃຫ້ມີຜົນສໍາເລັດສູງ.
ໂອກາດດັ່ງກ່າວ, ສະຫາຍ ພົນຈັດຕະວາ ບຸນຍົງ ວົງພົມ ໄດ້ມອບຄອມພິວເຕີຕັ້ງໂຕະ, ເຄື່ອງປິ່ນເອກະສານ, ເຈ້ຍA4 ແລະ ແນວພັນພືດຜັກ ໃຫ້ແກ່ໂຮງຮຽນເຫຼົ່າຮົບພະລາທິການກອງທັບ ເພື່ອປະກອບເຂົ້າໃນການຈັດຕັ້ງປະຕິບັດການຮຽນ-ການສອນ ຂອງຄູ-ອາຈານ ແລະ ຂະບວນການເພີ່ມພູນຜະລິດຜົນຂອງກົມກອງ ຕື່ມອີກ.
ຂ່າວ: ຄໍາປະສົງ ລາດຊະວົງ
ພາບ: ວິຊາການກົມກອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















