ກອງພັນໃຫຍ່ 605 ປິດຂະບວນການແຂ່ງຂັນກິລາ ປະຈໍາປີ 2026
ເວລາອອກຂ່າວ: 2026-11-05 15:33:01 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 305 | ຄວາມນິຍົມ: ![]()
ວັນທີ 5 ພະຈິກ 2026 ນີ້, ກອງພັນໃຫຍ່ 605 ໄດ້ປິດຂະບວນການແຂ່ງຂັນກິລາມວນຊົນ ແລະ ກິລາການທະຫານ ປະຈໍາປີ 2026, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ວົງເດືອນ ແກ້ວມະນີ ຫົວໜ້າການທະຫານ ກອງພັນໃຫຍ່ 605, ມີຄະນະພັກ-ຄະນະບັນຊາ ກອງພັນ, ພະແນກການ, ກົມກອງ, ຄະນະຮັບຜິດຊອບຂະບວນການແຂ່ງຂັນກິລາ ແລະ ນັກກິລາ ເຂົ້າຮ່ວມ.
ສະຫາຍ ພັນໂທ ສຸກທະວີ ໄຊພາແກ້ວ ຫົວໜ້າຂະແໜງອົບຮົມ ກອງພັນໃຫຍ່ 605 ໄດ້ຜ່ານບົດສະຫຼຸບຫຍໍ້ການຈັດຕັ້ງຂະບວນການແຂ່ງຂັນກິລາກາຍະກໍາ ປະຈໍາປີ 2026, ໂດຍໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້. ເຊິ່ງຜົນການແຂ່ງຂັນກິລາມວນຊົນປະເພດຕ່າງໆ ມີຄື: ປະເພດກິລາບານເຕະ ອັນດັບທີ I ແມ່ນທີມກອງພັນທີ 1, ອັນດັບທີ II ທີມ 5 ພະແນກການ ແລະ ອັນດັບທີ III ແມ່ນທີມກອງພັນທີ 3, ປະເພດບານສົ່ງຊາຍ ອັນດັບທີ I ທີມ 4 ພະແນກການ, ອັນດັບທີ II ທີມພະແນກພະລາທິການ ແລະ ອັນດັບທີ III ແມ່ນທີມ 4 ກອງຮ້ອຍເອກະລາດ, ບານສົ່ງຍິງ ອັນດັບທີ I ທີມ 4 ກອງຮ້ອຍເອກະລາດ, ອັນດັບທີ II ທີມໂຮງໝໍ 15 ຕຽງ ແລະ ອັນດັບທີ III ແມ່ນທີມກອງພັນທີ 1+ກອງພັນທີ 3, ປະເພດກິລາກະຕໍ້ ອັນດັບທີ I ທີມ 5 ພະແນກການ, ອັນດັບທີ II ທີມກອງຮ້ອຍບັນຊາການ ແລະ ອັນດັບທີ III ແມ່ນທີມກອງພັນທີ 2, ປະເພດກິລາເປຕັງປະສົມຍິງ-ຊາຍ ອັນດັບທີ I ທີມກອງພັນທີ 3, ອັນດັບທີ II ທີມກອງພັນທີ 2 ແລະ ອັນດັບທີ III ແມ່ນທີມພະແນກບໍລິຫານ-ສັງລວມ, ປະເພດກິລາການທະຫານ ແລ່ນມ້າງປະກອບອາວຸດ (ປະເພດດ່ຽວ) ອັນດັບທີ I ແມ່ນສະຫາຍ ວາທີ ນຸກກັນຍາ ພຸດທະວົງສາ ກອງພັນທີ 2, ອັນດັບທີ II ສະຫາຍ ສິບເອກ ໄມຄິນ ເຮືອງພັນທິບ ກອງພັນທີ 1 ແລະ ອັນດັບທີ III ແມ່ນສະຫາຍ ຮ້ອຍໂທ ທຸຍ ຈັນທະວົງ ກອງພັນທີ 2 ກອງພັນໃຫຍ່ 605. ພ້ອມທັງ, ໄດ້ມອບລາງວັນປະເພດຕ່າງໆ ໃຫ້ນັກກິລາຢ່າງສົມກຽດ.
ໂອກາດດຽວກັນນີ້, ຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ ໄດ້ມອບໃບສົມມະນາຄຸນ ໃຫ້ສະຫາຍ ຮ້ອຍໂທ ພຸດທະສອນ ສີວັນນະວົງ ຊ່ວຍວຽກຂະແໜງໄອຍະການ ກອງພັນໃຫຍ່ 605 ທີ່ໄດ້ອຸປະຖໍາ ອຸປະກອນກິລາ ໃຫ້ກອງພັນໃຫຍ່ 605 ຕື່ມອີກ.
ໂດຍ: ນາງ ໜູແດງ ລາດສະແກ້ວ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















