ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 16 ພະຈິກ 2026

  

ຫ້ອງການເມືອງ ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ປາຖະກະຖາ 3 ວັນປະຫວັດສາດ
ເວລາອອກຂ່າວ: 2026-11-05 15:22:49 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 269 | ຄວາມນິຍົມ:



ວັນທີ 5 ພະຈິກ 2026 ນີ້, ຫ້ອງການເມືອງ ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ໄດ້ປາຖະກະຖາ 3 ວັນປະຫວັດສາດ ຄື: ວັນປະກາດເອກະລາດຄົບຮອບ 81 ປີ (12 ຕຸລາ 1945-12 ຕຸລາ 2026), ວັນກຳລັງອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ໃນພາລະກິດປະຕິວັດ ຂອງປະຊາຊົນລາວ ຄົບຮອບ 77 ປີ (30 ຕຸລາ 1949–30 ຕຸລາ 2026) ແລະ ວັນສ້າງຕັ້ງການທູດລາວ ຄົບຮອບ 81 ປີ (12 ຕຸລາ 1945–12 ຕຸລາ 2026) ໂດຍການເປັນປະທານ ແລະ ປາຖະກະຖາ ຂອງສະຫາຍ ພັນໂທ ກົງມະລີ ວົງພັນ ຮອງຫົວໜ້າຫ້ອງການເມືອງ ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ, ມີພະນັກງານ-ນັກຮົບ ເຂົ້າຮວ່ມ. ສະຫາຍ ພັນໂທ ກົງມະລີ ວົງພັນ ໄດ້ເລົ່າຄືນມູນເຊື້ອວັນປະຫວັດສາດສໍາຄັນດັ່ງກ່າວ ເພື່ອເຮັດໃຫ້ພະນັກງານ-ນັກຮົບ ໄດ້ຮັບຮູ້ປະຫວັດຄວາມເປັນມາ ຂອງວັນປະກາດເອກະລາດ, ວັນສ້າງຕັ້ງການທູດລາວ ແລະ ວັນກຳລັງອາສາສະໝັກ ແລະ ຊ່ຽວຊານຫວຽດນາມໃນພາລະກິດປະຕິວັດ ຂອງປະຊາຊົນລາວ, ເພື່ອສຶກສາອົບຮົມພະນັກງານ-ນັກຮົບ ໃຫ້ຮັບຮູ້ເຂົ້າໃຈເລິກເຊິ່ງ ກ່ຽວກັບມູນເຊື້ອອັນສະຫງ່າອົງອາດແຫ່ງການນຳພາ-ຊີ້ນຳ ອັນສະຫຼາດສ່ອງໃສ ຂອງພັກ ແລະ ສາຍສຳພັນແບບພິເສດ ກັບກອງທັບ ແລະ ປະຊາຊົນຫວຽດນາມ, ເຊິ່ງສະແດງໃຫ້ເຫັນເຖິງມູນເຊື້ອການຕໍ່ສູ້ອັນພິລະອາດຫານບໍ່ຍອມຈໍານົນ, ມີໄຫວພິບ ແລະ ຄວາມປີຊາສາມາດ ຂອງນັກປະຕິວັດຮຸ່ນກ່ອນ ໃນການຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານ ພາຍໃຕ້ການນໍາພາ ຂອງພັກປະຊາຊົນ ປະຕິວັດລາວ ສາມາດຍາດເອົາໄຊຊະນະ ແລະ ຍຶດອໍານາດ ການປົກຄອງໃນທົ່ວປະເທດແບບ “ບົວບໍ່ຊໍ້າ ນໍ້າບໍ່ຂຸ່ນ” ໄຊຊະນະ ດັ່ງກ່າວ ແມ່ນໝາກຜົນແຫ່ງການ ຕໍ່ສູ້ຍືດເຍື້ອຍາວນານ ຂອງປະຊາຊົນລາວບັນດາເຜົ່າ ໃນຕະຫຼອດໄລຍະແຫ່ງການປະຕິວັດປົດປ່ອຍຊາດໃນເມື່ອກ່ອນ ກໍຄືໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ. ໂດຍ: ຄຳແປງ ຟອງສາຍໄໝ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ